Ad

Ad

26 January 2015

20 ປີ ຜ່ານ​ມາ ສ ​ເກົາຫຼີ ໄດ້​ໃຫ້ການ​ຊ່ວຍ​ເຫຼືອລາວຫຼາຍດ້ານ



ໃນ​ວັນ​ທີ 23 ມັງກອນ ນີ້, ທີ່​ມະຫາວິທະຍາ​ໄລ​ແຫ່​ງຊາດ ທ່ານ ຈ໋ອງ ອຸ່ຍ ຮົ່ວ ປະທານ​ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ ໄດ້​ເປັນກຽດປະ​ຖະກະຖາ ກ່ຽວກັບ​ການ​ສ້າງຕັ້ງສາຍພົວພັນ​ການ​ທູດ ລາວ-ສ ​ເກົາຫຼີ ຄົບຮອບ 20 ປີ (25/10/1995-25/10/2015) ໂດຍ​ມີ​ທ່ານ ສຈ​ໃດຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ​ ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ທ່ານ ລີ​ຕູ່ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ, ມີ​ບັນດາ​ ປະ​ທານ ກຳມາ​ທິການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ, ພ້ອມ​ດ້ວຍ​ຄູ​-ອາຈານ ແລະ ນັກ​ສຶກສາ​ເຂົ້າ​ຮ່ວມ.
ທ່ານ ຈ໋ອງ ອຸ່ຍ ຮົ່ວ ກ່າວ​ວ່າ: ​ໃນ​ໄລຍະ 20 ປີ ຜ່ານ​ມາ ສອງ​ປະ​ເທດ ສ.​ເກົາຫຼີ-ລາວ ທີ່​ໄດ້​ມີ​ການ​ສ້າງສາ​ຍພົວພັນ​ການ​ທູດ​ນຳ​ກັນ​ໃນ​ປີ 1995 ເຊິ່ງ​ໄດ້​ມີ​ການ​ຮ່ວມ​ມື​ໃນຫຼາຍດ້ານ​ເປັນຕົ້ນ: ການ​ຄ້າ, ການ​ລົງ​ທືນ, ວັດທະນະ​ທຳ, ການທ່ອງທ່ຽວ ​ແລະ ອື່ນໆ. ສ່ວນ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ການ​ລົງ​ທືນຢູ່ ສປປ ລາວ​ຂອງ ສ​.​ເກົາຫຼີກໍ​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຄື: ມູນ​ຄ່າ​ການ​ລົງ​ທືນຂອງ ສ ​ເກົາຫຼີ ມາ​ຮອດ​ປັດຈຸບັນ​ມີ​ປະມານ 756 ລ້ານ​ໂດ​ລາ​ສະຫະລັດ, ກວມ​ເອົາ 291 ໂຄງການ​ຈັດ​ຢູ່​ໃນ​ອັນ​ດັບ 4 ຂອງ​ການ​ລົງ​ທືນຕ່າງປະ​ເທດ​ທັງໝົດ ຢູ່ ສປປ ລາວ. ໃນ​ໄລຍະ 5 ປີ​ຜ່ານ​ມານີ້ ການ​ລົງ​ທືນ ສ ​ເກົາຫຼີ ມີ​ທັງໝົດ 270 ກ່ວາ ລ້ານ​ໂດ​ລາ​ສະຫະລັດ, ກວມ​ເອົາ 46 ໂຄງການ.​ໃນ​ນີ້​ການ​ລົງ​ທືນ​ໃນ​ຂະ​ແໜງການ​ພະລັງງານ​
ໄຟຟ້າ 212 ລ້ານ​ໂດ​ລາ​ສະຫະລັດ, ບໍ່​ແຮ່ 12 ລ້ານ​ໂດ​ລາ​ສະຫະລັດ. ພ້ອມ​ນີ້​ການ​ຊ່ວຍ​ເຫຼືອລ້າ (PDA) ມີ​ປະມານ 30-40 ລ້ານ​ໂດ​ລາ​ສະຫະລັດ ຢູ່​ໃນ​ອັນ​ດັບ 3 ຂອງ​ບັນດາ​ການ​ຊ່ວຍ​ເຫຼືອລ້າ​ຢູ່ ສປປ ລາວ ​ເພື່ອ​ປະຕິ​ດຕາມ​ໂຄງການ​ຕ່າງໆ​ໃຫ້​ມີ​ປະ​ສິດທິ​ພາບ. ໃນ​ນັ້ນ​ໂຄງການ​ໄດ້​ສຸມ​ໃສ່​ຂະ​ແໜງການ​ສຶກສາ, ການ​ພັດທະນາ​ສີມື​ແຮງ​ງານ, ພັດທະນາ​ຊົນນະບົດ ​ແລະ ດ້ານ​ວຽກງານ​ສາທາລະນະ​ສຸກ. ໃນ​ນັ້ນມີ​ການ​ຊ່ວຍ​ເຫຼືອທາງ​ດ້ານ​ເຕັກນິກ, ວິຊາ​ການ, ການ​ສົ່ງ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານ​ທີ່​ປຶກສາ​ໂຄງການ​ຈຳນວນໜຶ່ງ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃນ​ເຂດ​ຫ່າງ​ໄກ​ສອກຫຼີກຕື່ມ​ອີກ. ສຳຫຼັບມູນ​ຄ່າ​ການ​ຄ້າ​ທັງໝົດມີ 199 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2013 ເພີ່ມ​ຂຶ້ນ 13,06% ທຽບ​ໃສ່​ປີ 2012 ໃນ​ນັ້ນນຳ​ເຂົ້າ​ຈາກ  ສ ​ເກົາຫຼີ 187 ລ້ານ​ໂດ​ລາ​ສະຫະລັດ ​ແລະ ສົ່ງ​ອອກ​ໄປ ສ ​ເກົາຫຼີ  12 ລ້ານ ໂດ​ລາ​ສະຫະລັດ, ຈຳນວນ​ນັກ​ທ່ອງ​ທ່ຽວຈາກ ສ ​ເກົາຫຼີ ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ມີ​ລັກສະນະ​ເພີ່ມ​ຂຶ້ນ​ສະ​ເພາະ​ແຕ່ 3 ເດືອນ ຕົ້ນ​ປີ 2014 ມີ 35 ພັນ​ກ່ວາ​ຄົນ. ປັດຈຸບັນ​ມີ​ພົນລະ​ເມືອງ ສ.​ເກົາຫຼີທີ່​ກຳລັງ​ອາ​​ໄສ​ຢູ່ ສປປ ລາວ ປະມານ 1.500 ຄົນ.

No comments:

Post a Comment