Ad

Ad

4 March 2015

ຕໍາຫຼວດທ່າ​ແຂກ​ນຳ​ຕົວ​​ໄວ​ໜຸ່ມມົ້ວ​ສຸມ​ສິ່ງ​ເສບ​ຕິດ 100 ກ່ວາ​ຄົນ​ມາ​ສຶກສາ​ອົບຮົມ



ເຈົ້າໜ້າທີ່​ຄວບ​ຄຸມ ​ແລະ ປາບ​ປາມ​ຢາ​ເສບ​ຕິດ​ແຂວງ​ຄຳ​ມ່ວນ​ໃຫ້​ຮູ້​ວ່າ: ​ໃນ​ອາທິດ​ທີ່​ຜ່ານ​ມາ ປກສ ​ເມືອງ​ທ່າ​​ແຂກ  ໄດ້​ນຳ​ກຳລັງ​ເຂົ້າ​ປິດ​ລ້ອມ​ເພື່ອ​ຈັບ​ກຸ່ມ​ຜູ້​ຄ້າຂາຍ ​ແລະ ມົ້ວ​ສຸມ​ຢາ​ເສບ​ຕິດ ຢູ່ໜ່ວຍ 9 ບ້ານສົມ​ສະໜຸກ ​ເມືອງທ່າ​ແຂກ ​ແຂວງຄຳ​ມ່ວນ, ຜ່ານ​ການ​ກວດ​ຄົ້ນ​ເຮືອນ​ເປົ້າໝາຍພົບ​ເຫັນ​ຢາ​ບ້າ ຈຳນວນ 14 ເມັດ ​ຈຶ່ງ​ໄດ້​ກັກ​ໂຕ​ເຈົ້າ​ຂອງ​ເຮືອນ ຊື່ ທ້າວ ຕາ​ມົນ ອາຍຸ 60 ປີ ພ້ອມ​ໄວ​ຫນຸ່ມມົ້ວ​ສຸມ​ສິ່ງ​ເສບ​ຕິດ 102 ຄົນ, ຍິງ 3 ຄົນ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດ ໝາຍ.
          ເຈົ້າໜ້າທີ່ ປກສ ​​ເມືອງທ່າ​ແຂ​ກ ​ເປ​ີດ​ເຜີຍ​ວ່າ: ພາຍຫຼັງທີ່​ໄດ້​ຮັບ​ລາຍ​ງານ​ຈາກ​ປະຊາຊົນພົນລະ​ເມືອງ​ດີ​: ມີ​ໄວ​ໜຸ່ມຈຳນວນໜຶ່ງຂີ່​ລົດ​ເຂົ້າ- ອອກ ​ເຮ​ືອນດັ່ງກ່າວເປັນ​ປະ​ຈຳ ພ້ອມ​ທັງ​ສົ່ງສຽງ​ເນື່ອງ​ນັນ​ລົບ​ກວນ​ຊາວບ້ານ​ທີ່ຢູ່​ອ້ອມ​ຂ້າງ ​ເຊິ່ງສົງ​ໄສ​ວ່າ​ມີ​ການ​ມົ້ວ​ສຸມ​ຢາ​ເສບ​ຕິດ ຈຶ່ງ​ລົງ​ໄປ​ກວດກາ ​ແລະ ພົບ​ເຫັນ​ວ່າ​ມີ​ມູນ​ຄວາມ​ຈິງ​ແທ້. ມາ​ຮອດ​ວັນ​ທີ 25 ກຸມພາ 2015 ຈຶ່ງ​ນຳ​ກຳລັງ​ເຂົ້າ​ປິດ​ລ້ອມ​ເຮືອນ​ດັ່ງກ່າວ ​ແລະ ຜ່ານ​ການ​ກວດ​ຄົ້ນ​ພົບ​ຢາ​ບ້າ ຈຳນວນ 14 ເມັດ ຈາກ​ນັ້ນກໍ​ໄດ້​ເຂົ້າ​ກັກ​
ຕົວຜູ້​ເຂົ້າມາ​ມົ້ວ​ສຸມ​ສິ່ງ​ເສບ​ຕິດ​ດັ່ງກ່າວ ​ແລະ ​ໄດ້ລົດຈັກ 75 ຄັນ ແລະ ອຸປະກ​ອນ​ເສບ​ຢາ​ອີກ​ຈຳັນວນໜຶ່ງ ​ເພື່ອ​ມາ​ດຳ​ເນີນ​ຄະດີ. ທ້າວ ຕາ​ມົນ ຜູ້​ຖືກ​ຫາ​ຄະດີ​ຄ້າຂາຍ​ຢາ​ເສບ​ຕິດ​ຮັບ​ສາລະພາບ​ວ່າ: ຢາ​ບ້າ​ຈຳນວນ 14 ເມັດ ​ເປັນ​ຂອງ​ຜູ້ກ່ຽວ​ແທ້ ເຊິ່ງ​ໄດ້​ຊື້​ມາ​ເພື່ອ​ຂາຍ​ໃຫ້​ໄວ​ລຸ້ນ​ໃນ​ຂອບ​ເຂດ​ເທດສະບານ​ເມືອງ ທ່າ​​ແຂກ ​ໃນ​ລາຄາ​ເມັດ​ລະ 20 -25 ພັນ​ກີບ ​​ໂດຍ​ໃຊ້​ເຮືອນ​ຂອງ​ຕົນ​ເປັນ​ບ່ອນ​ຂາຍ ​ແລະ ມົ້ວ​ສຸມ​ຢາ​ບ້າ.
ປັດຈຸບັນ​ຄະດີ​ດັ່ງກ່າວ​ພວມ​ຢູ່​​​ໃນ​ຂັ້ນຕອນ​ເລັ່ງສອບ​ສວນ​ສື​ບສວນ ຂອງ​ເຈົ້າໜ້າທີ່​ເພື່ອຊັກ​ທອດ​ຜູ້ຕ​້ອງຫາມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍ​ໃຫ້​ໄດ້​ໂດຍ​ໄວນີ້.

No comments:

Post a Comment