Ad

Ad

4 March 2015

ຈຳປາ​ສັກ​ເລັ່ງ​ແກ້​ໄຂ​ລາຍ​ຮັບ​ບໍ່​ເຂົ້າງົບປະມານ



      ຈາກ​ຜົນ​ການກວດ​ສອບ​ຂອງ​ອົງການ​ກວດ​ສອບ​ປະຈຳ​ພາກ​ໃຕ້ ​ແຂວງ​ຈຳປາ​ສັກ ​ໃນ​ສົກ​ປີ 2012-2013 ຜ່ານ​ມາ ສາມາດ​ກວດ​ພົບ​ຫລາຍ​ບັນຫາ​ໃນ​ການ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ບໍ່​ເຂົ້າງົບປະມານ ​ແລະ ຈ່າຍ​ນອກ​ແຜນ ທີ່​ເຫັນ​ວ່າ​ບໍ່​​ແທດ​ເໝາະ​ກັບ​ລະບຽບ​ກົດໝາຍ.
      ທ່ານ ນະ​ລົງ​ສັກ ຊາດ​ຕາ​ກຸນ ຫົວໜ້າ​ອົງການ​ກວດ​ສອບ​ປະຈຳ​ພາກ​ໃຕ້ ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ​: ໃນ​ສົກ​ປີ 2012-2013 ຜ່ານ​ມາ ສາມາດ​ກວດ​ພົບ​ເຫັນ​ລາຍ​ຮັບ-ລາຍ​ຈ່າຍ​ເພີ່ມ (ນອກ​ແຜນ), ລາຍ​ຮັບ​​ບໍ່​ມອບ​ເຂົ້າງົບປະມານ ​ແລະ ລາຍ​ຈ່າຍ​ນອກ​ແຜນ, ​ໃນ​ນັ້ນ ກວດ​ເຫັນ​ລາຍ​ຮັບ​ເພີ່ມ​ຈຳນວນ 186,65 ຕື້ກີບ ​ກວມ 21,48% ຂອງ​ແຜນ​ລາຍ​ຮັບ ​ແລະ ກວດ​ເຫັນ​ລາຍ​ຈ່າຍ​ເພີ່ມ​ຈຳນວນ 131,77 ຕື້ກີບ ​ເຊິ່ງ​ເປັນ​ລາຍ​ຈ່າຍ​ນອກ​ແຜນ​ກວມ​ເອົາ 19,67% ຂອງ​ແຜນ​ລາຍ​ຈ່າຍ​ລວມ ​ເຊິ່ງ​ເກີນ​ກວ່າ​ມາດຕະຖານ​ຂອງ​ອາ​ຊຽນ​ໄດ້​ກຳນົດ​ໄວ້ 2% ຂອງ​ລາຍ​ຮັບ​ເພີ່ມ ​ແລະ 4% ຂອງ​ລາຍ​ຈ່າຍ​ນອກ​ແຜນ. ນອກ​ນັ້ນ ຍັງ​ກວດ​ເຫັນ​ລາຍ​ຮັບ​ວິຊາ​ການ​ໃນ​ບາງ​ພະ​ແນ​ກການ​ທີ່​ເອົາ​ເງິນ​ເກັບ​ມາ​ໄດ້​ໄປ​ໃຊ້​ຈ່າຍ​ນອກ​ແຜນ​ຈຳນວນ 180 ລ້ານ​ກີບ, ກວດ​ເຫັນ​ການ​ນຳ​ໃຊ້​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້ (​ໄມ້​ໂກ​ຕາ​ຂອງ​ລັດຖະບານ, ​ໄມ້​ໂກ​ຕາ​ຂອງ​ແຂວງ ​ແລະ ​ໄມ້​ຢຶດ) ຈ່າຍ​ນອກ​ແຜນ​ງົບປະມານ​ເປັນ​ເງິນ 24,02 ຕື້ກີບ, ​ໃນ​ນັ້ນ ​ຊຳລະ​ໜີ້ທະນາຄານ 2,74 ຕື້ກີບ, ຈ່າຍ​ໃຫ້​ບໍລິສັດ​ຢືມ 20,40 ຕື້ກີບ; ກວດ​
ເຫັນ​ການ​ຍົກ​ເວັ້ນພາສີ​ອາກອນ​ການ​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ​ມູນ​ຄ່າ 17,57 ຕື້ກີບ, ກວດ​ເຫັນ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ຢຶດ, ຂາຍ​ພາຫະນະ ​ແລະ ຄ່າ​ປັບ​ໄໝ​ໃຫ້​ພາກສ່ວນ​ອື່ນ​ຢືມ 6,40 ຕື້ກີບ ​ແລະ 3 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ທີ່​ເປັນ​ໜີ້ຕ້ອງ​ຮັບ​ຄ້າງ​ມອບ. ຄັງ​ເງິນ​ແຫ່ງ​ຊາດ​ປະຈຳ​ແຂວງ​ຈຳປາ​ສັກ ​ໄດ້​ຈ່າຍ​ເງິນ​ລ່ວງ​ໜ້າ​ທີ່​ເປັນ​ເງິນ​ງົບປະມານ​ໃຫ້​ບຸກຄົນ, ບໍລິສັດ ​ແລະ ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ​ຢືມ 50,15 ຕື້ກີບ; ກວດ​ເຫັນ​ການຈັດຕັ້ງປະຕິບັດ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ນອກ​ແຜນ​ທີ່​ບໍ່​ໄດ້​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ​ຈຳນວນ 10 ​ໂຄງ ການມູນ​ຄ່າຕາມ​ສັນຍາ 8,57 ຕື້ກີບ ​ແລະ 44,86 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ສົກ​ປີ 2012-2013 ​ໄດ້​ຊຳລະ 2,65 ຕື້ກີບ ຂອງ​ມູນ​ຄ່າ​ປະຕິບັດ​ຈຳນວນ 3,63 ຕື້ກີບ.
      ທ່ານ ນະ​ລົງ​ສັກ ຊາດ​ຕາ​ກຸນ ​ໃຫ້​ຮູ້​ອີກ​ວ່າ: ບາງ​ລາຍ​ຮັບ-ລາຍ​ຈ່າຍ​ທີ່​ກ່າວ​ມານັ້ນ ​ເຫັນ​ວ່າ​ບໍ່​ສອດຄ່ອງ​ກັບ​ລະບຽບ​ກົດໝາຍ ຫລື ​ເອີ້ນວ່າ​ເປັນ​ການ​ສ້າງ​ຄັງ​ນອກ​ລະບົບ, ການ​ຍົກ​ເວັ້ນຄ່າ​ພາສີ​ອາກອນ ​ເຊິ່ງ​ເປັນ​ການ​ສູນ​ເສຍ​ລາຍ​ຮັບ​ເຂົ້າ ງົບປະມານ​ຂອງ​ລັດ​ຢ່າງ​ຫລວງຫລາຍ, ການ​ຂາຍ​ຊັບ​ສິນ​ຂອງ​ລັດ​ແລ້ວ​ບໍ່​ເອົາ​ເງິນ​ເຂົ້າລວມສູນ​ງົບປະມານ​ຂອງ​ລັດ, ການ​ຂາຍ​ເລກ​ທະບຽນ​ລົດ​ທີ່​ເປັນ​ເລກ​ເປົາ​ຕາມ​ຄູ່​ທີ່​ບໍ່​ຈົດ​ລາຍ​ຮັບ​ເຂົ້າຢ່າງ​ຖືກຕ້ອງ​ຕາມ​ລະບຽບ, ການ​ຄຸ້ມ​ຄອງ​ຈ່າຍ​ເງິນ​ລ່ວງ​ໜ້າ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ແຂວງ​ໃຫ້​ບຸກຄົນ, ບໍລິສັດ ​ແລະ ອື່ນໆ​ກູ້​ຢືມ​ຢ່າງ​ຫລວງຫລາຍ​ທີ່​ບໍ່​ຖືກຕ້ອງ​ສອດຄ່ອງ​ກັບ​ລະ ບຽບ ​ແລະ ​ແກ່ຍາວ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ທີ່​ກະທົບ​ຕໍ່​ການ​ເບີກ​ຈ່າຍ​ເງິນ​ເດືອນ​ຂອງ​ພະນັກງານ, ກະທົບ​ຕໍ່​ງົບປະມານ​ດ້ານ​ການ​ບໍລິຫານ​ຂອງ​ລັດ​ຖືກ​ຈຳກັດ​ຫລຸດ​ໜ້ອຍ​ລົງ ບໍ່​ສົມ​ດູ​ນກັບ​ໜ້າ​ວຽກ​ຕົວ​ຈິງ ​ແລະ ກະທົບ​ຕໍ່​ຫລາຍ​ໂຄງການ​ຂອງ​ລັດ​ຕ້ອງ​ໄດ້​​ໂຈະ​ບໍ່​ໄດ້​ດຳ​ເນີນ​ການ​ຕໍ່ ​ແລະ ອື່ນໆ​ອີກ​ຈຳນວນ​ໜຶ່ງ. ນັ້ນ​ແມ່ນ​ສ່ວນ​ໜຶ່ງ​ທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ແກ້​ໄຂ, ຂ້ອງ​ຄາ​ຢູ່​ບ່ອນ​ໃດ ບ່ອນ​ນັ້ນ​ຕ້ອງ​ໄດ້​ຮີບຮ້ອນແກ້​ໄຂ ​ເພື່ອ​ໃຫ້​ຖືກຕ້ອງ​ສອດຄ່ອງ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment