Ad

Ad

20 March 2015

ອີກແລ້ວ! ລົດໃຫຍ່ຕຳລົດຈັກເສຍຊີວິດຄາທີ່ 1 ຄົນ



     ເຈົ້າໜ້າທີ່ກອງຄະດີ ພະແນກຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນຄ່ຳຂອງວັນທີ 19 ມີນາຜ່ານມາ, ຢູ່ເສັ້ນທາງໂພນຕ້ອງ-ດົງໂດກ ເຂດບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ໄດ້ເກີດເຫດລົດ ໃຫຍ່ໝາຍເລກທະ ບຽນ ກດ 5549 ກຳແພງນະຄອນຂັບຂີ່ໂດຍທ້າວ ສຸເພັດ, ອາຍຸ 44, ອາຊີບຕຳຫລວດ, ຢູ່ບ້ານໂພນສະຫວັນ ເມືອງສີສັດຕະ ນາກ ນະຄອນຫລວງວຽງຈັນ ທີ່ຂັບຂີ່ມາໃນທິດທາງດຽວກັນ ດ້ວຍຄວາມໄວ ເມື່ອມາຮອດຈຸດເກີດເຫດໄດ້ຕຳເອົາລົດຈັກ ບໍ່ມີໝາຍເລກທະບຽນ ຂັບຂີ່ໂດຍທ້າວ ສົມອົກ, ອາຍຸ 27 ປີ, ນັກສຶກສາ, ຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ຢ່າງຮຸນແຮງສົ່ງຜົນໃຫ້ຄົນຂັບລົດຈັກເສຍຊີວິດຄາທີ່. ປັດຈຸບັນຄົນຂັບລົດໃຫຍ່ຄັນດັ່ງກ່າວເຈົ້າໜ້າກັກຕົວໄວ້ເພື່ອ ດຳເນີນຄະດີຕາມກົດໝາຍ.

No comments:

Post a Comment