Ad

Ad

19 March 2015

ນະຄອນຫລວງວຽງຈັນສຳເລັດການສອບເສັງນັກຮຽນເກັ່ງຂັ້ນປະຖົມປະຈຳສົກຮຽນ 2014-2015



     ໃນວັນທີ 18 ມີນານີ້, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງ ຈັນ, ໄດ້ຈັດຕັ້ງການສອບເສັງນັກຮຽນເກັ່ງຂັ້ນປະຖົມປະຈຳສົກຮຽນ 2014-2015 ຂຶ້ນ ທີ່ສູນສອບເສັງ . ວຽງ ຈັນ, ໂດຍມີນັກຮຽນທີ່ຖືກຄັດເລືອກຈາກສຶກສາ ເມືອງຕ່າງໆອ້ອມຂ້າງເຂົ້າຮ່ວມຈຳນວນ 145 ຄົນ, ຍິງ 107 ຄົນ ມີ 3 ວິຊາຄື: ວິຊາພາສາລາວ, ຄະນິດສາດ ແລະ ວິຊາ ໂລກອ້ອມຕົວ, ເຊິ່ງມີນັກຮຽນເກັ່ງຊັ້ນ 1-5 ໄດ້ເຂົ້າຮ່ວມການສອບເສັງຄັ້ງນີ້ ແມ່ນມາຈາກໂຮງຮຽນປະຖົມ ແຫ່ງຕ່າງໆ ໃນ 9 ຕົວເມືອງອ້ອມຂ້າງນະຄອນຫລວງວຽງຈັນ, ແນໃສ່ວັດແທກລະດັບຄວາມຮູ້ຄວາມສາມາດຂອງນັກຮຽນຊັ້ນປະຖົມ ທີ່ໄດ້ຮັບການສິດສອນ-ຮ່ຳຮຽນມາໃຫ້ຖືກຕ້ອງ, ໂດຍສະເພາະແມ່ນການຮຽນການສອນຂອງຄູ ແລະ ນັກຮຽນຢູ່ແຕ່ລະໂຮງ
ຮຽນເປັນແນວໃດເພື່ອນຳມາປັບປຸງແກ້ໄຂເພື່ອແນໃສ່ຍົກສູງຄຸນນະພາບຂອງການສຶກສາປະເທດເຮົາໃຫ້ທຽບເທົ່າກັບສາກົນເທື່ອລະກ້າວ.
     ການສອບເສັງນັກຮຽນເກັ່ງໃນສົກປີນີ້ ໄດ້ແບ່ງຂັ້ນຄວາມຮັບຜິດຊອບໃຫ້ແກ່ຫ້ອງການສຶກສາຂັ້ນເມືອງ ເປັນຜູ້ຮັບຜິດ ຊອບການສອບເສັງຂັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ, ສ່ວນສຶກສາຂັ້ນນະຄອນຫລວງ ຈະເປັນຜູ້ຮັບຜິດຊອບ ຂັ້ນປະ ຖົມສົມບູນ, ໂດຍຈະມີລາງວັນໃຫ້ແກ່ນັກຮຽນຜູ້ທີ່ສອບເສັງໄດ້ຄະແນນດີເດັ່ນ, ເພື່ອເປັນແຮງຈູງໃຈໃຫ້ນັກຮຽນ ມີຄວາມ ຫ້າວຫັນດຸໝັ່ນຕໍ່ການສຶກສາຮ່ຳຮຽນຂອງເຂົາເຈົ້າ ແລະ ເພື່ອຊີງເປັນຕົວແທນນັກຮຽນເກັ່ງຂອງ ສປປ ລາວ ເຂົ້າຮ່ວມແຂ່ງ ຂັນສອບເສັງນັກຮຽນເກັ່ງຂອງອາຊຽນທີ່ເຄີຍຈັດຂຶ້ນໃນແຕ່ລະປີຜ່ານມາ.

No comments:

Post a Comment