Ad

Ad

19 March 2015

ມີຫຼາຍ​ປັດ​​​ໄຈ​​ເຮັດ​ໃຫ້ເດັກ​ນ້ອຍ​​ມີ​ຄວາມ​ສ່ຽງຕໍ່ການ​ໃຊ້​ຄວາມ​ຮຸນ​ແຮງ



ມີຫຼາຍປັດໄຈທີ່ເຮັດໃຫ້ຄວາມຮຸແຮງເພີ່ມຂຶ້ນແລະ ມີການກະທໍາຄວາມຮຸນແຮງຕໍ່ເດັກນ້ອຍ ​​ໃນນີ້ມີປັດໄຈທາງບຸກຄົນ, ຄອບຄົວ, ສັງຄົມ, ​ເສດຖະກິດ, ວັດທະນະທໍາ, ຮີດຄອງປະເພນີແລະ ອື່ນໆ. ຄວາມສ່ຽງຂອງເດັກຕໍ່ຄວາມຮຸນແຮງ ​​ເຊິ່ງພົວພັນກັບອາຍຸແລະ ຄວາມອາດສາມາດໃນການພັດທະນາ​, ສະນັ້ນເດັກຈະມີຄວາມສ່ຽງສູງ, ຍ້ອນຄວາມເປັນເດັກຈຶ່ງເຮັດໃຫ້ຖືກຂົ່ມຂູ່ແລະ ຍອມຢູ່ໃຕ້ອໍານາດຂອງຜູ້ໃຫຍ່ໄດ້ງ່າ, ທັດສະນະການເຈລະຈາຂອງເດັກກໍຍັງຕໍ່າ ຈຶ່ງຂາດປະສົບການຊີວິດໃນການຄາດຄະເນຄວາມຮ້າຍແຮງທີ່ຈະເກີດຂຶ້ນແລະ ຄວາມດ້ອຍກ່ວາທາງເພດ, ​ເຊື້ອຊາດ, ຊົນເຜົ່າ, ຄວາມພິການ ຫຼື ຖານະທາງສັງຄົມ. ​ໃນຂະນະທີຄວາມຮຸແຮງນັ້ນເກີດຂຶ້ນ​​ໃນທຸກກຸ່ມເສດຖະ ກິດແລະ ສັງຄົມເດັກໃນຄອບຄົວທີມີລາຍຮັບຕໍ່າ, ປັດ​​ໃຈອື່ນໆທີ່ເພີ່ມຄວາມສ່ຽງແມ່ນການແບ່ງແຍກອອກຈາກສັງຄົມ, ການພັດພາກຈາກຄອບຄົວ, ຄວາມທຸກຍາກ, ຄວາມບໍ່ສະເໝີພາບ. ການແບ່ງແຍກທາງສັງຄົມແມ່ນກ້ຽວພັນຫຼາຍກັບຄວາມຮຸນແຮງຕໍ່ເດັກ ຫຼື ລະຫວ່າງເດັກໃນຊຸມຊົນດ້ວຍກັນ,​​ ​ທີ່ບໍ່ມີວຽກເຮັດງານທໍາ​, ບໍ່ມີຄວາມເປັນລະ ບຽບຮຽບຮ້ອຍ, ຂາດການບໍລິການ, ຂາດໂອກາດດ້ານເສດຖະກິດ  ແລະເງື່ອນໄຂເອື້ອ
ອໍານວຍເຊິ່ງມັກ​​ເກີດມີສະພາບທີນໍາໄປສູ່ຄວາມຮຸນແຮງແລະ ຄວາມບໍ່ສະຫງົບ, ບັນທັດຖານທາງສັງຄົມ, ວັດທະນະທໍາແລະ ຮີດຄອງປະເພນີ ມີອິດທິພົນສູງຕໍ່ກັບການປະພຶດຂອງບຸກຄົນ ລວມທັງການໃຊ້ຄວາມຮຸນແຮງ ແລະ ບັນທັດຖານທາງສັງຄົມແມ່ນປັດໃຈພຶ້ນຖານທີ່ສະໜັບສະໜູນແລະ ສົ່ງເສີມໃຫ້ມີການໃຊ້ຄວາມຮຸນ​​ແຮງຕໍ່ເດັກ  ເພື່ອປົກປ້ອງເດັກຈາກຄວາມຮຸນແຮງໄດ້ເຊັ່ນກັນເປັນຕົ້ນ: ວັດທະນະທໍາ, ຮີດຄອງປະເພນີຂອງບາງທ້ອງຖິ່ນທີ່ຍອມຮັບການໃຊ້ຄວາມຮຸນແຮງຕໍ່ເດັກເປັນເລື່ອງທໍາມະດາ, ບໍ່ວ່າຈະເປັນວິທີເພື່ອແກ້ໄຂຂໍ້ຂັດແຍ່ງ ຫຼື ການລົງໂທດເດັກກໍລ້ວນແຕ່ເປັນປັດໄຈສ່ຽງຕໍ່ທຸກຮູບແບບຄວາມຮຸນແຮງລະຫວ່າງບຸກຄົນຕໍ່ບຸກຄົນໄດ້.
          ເຖິງຢ່າງໃດກໍຕາມ ລັດຖະບານກໍໄດ້ມີກົດໝາຍກ່ຽວກັບຄວາມຮຸນແຮງຕໍ່ເດັກເຊັ່ນ: ມາດຕາ 6 ຂອງລັດຖະທໍາມະນູນແຫ່ງ ສປປ ລາວ ປີ 2002 ​ໄດ້ກໍານົດກ່ຽວກັບ ການປົກປ້ອງຂອງລັດຕໍ່ປະຊາຊົນລາວທຸກຄົນຈາກໄພອັນຕະລາຍຫ້າມທຸກການກະທໍາແບບອາຍາສິດແລະ ຂົ່ມຂູ່ອັນຈະກໍຄວາມເສຍຫາຍເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດ​​ໃຈແລະ ຊັບສົມບັດຂອງປະຊາຊົນ”, ກົດໝາຍວ່າດ້ວຍການປົກປ້ອງສິດແລະ ຜົນປະໂຫຍດຂອງເດັກ ປີ 2007 ​ໄດ້ນິຍາມບັນດາຫຼັກການ, ກົດລະບຽບແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາແລະ ກວດສອບການຈັດຕັ້ງປະຕິບັນວຽກງານການປົກປ້ອງສິດແລະ ຜົນປະໂຫຍດຂອງເດັກ. ກົດໝາຍດັ່ງກ່າວຍັງລວມເອົາບັນດາມາດຕະການທາງດ້ານກົດໝາຍໃນການລົງໂທດຜູ້ທີ່ລ່ວງລະເມີດເດັກມີສຸຂະພາບທີ່ດີທາງດ້ານຮ່າງ ກາຍ, ສິນທໍາແລະ ຈິດໃຈຢ່າງເຕັມສ່ວນ​, ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງ ປີ 2004 ​ໄດ້ລວມເອົາບັນຍັດຕ່າງໆເພື່ອລຶບລ້າງທຸກຮູບການແບ່ງແຍກ​ ​ແລະເພື່ອປ້ອງກັນແລະ ຕ້ານການຄ້າຂາຍແມ່ຍິງແລະເດັກ, ອີງຕາມກົດໝາຍດັ່ງກ່າວແມ່ຍິງແລະເດັກຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງໃນຄອບຄົວມີສິດຂໍຄວາມຊ່ວຍເຫຼືອແລະ ມີສິດລາຍງານຕໍ່ເຈົ້າໜ້າທີ່ເພື່ອຊ່ວຍແກ້ໄຂຕາມລະບຽບການແລະ ກົດໝາຍທີກໍານົດໄວ້, ກົດໝາຍຄອບຄົວແຫ່ງ ສປປ ລາວໃນປີ 2008 ​ໄດ້ອ້າງອີງສະເພາະກ່ຽວກັບຄວາມຮຸນແຮງຂອງພໍ່ແມ່ຕໍ່ເດັກແລະໄດ້ລະບຸວ່າ ຖ້າພໍ່ແມ່ຫາກບໍ່ປະຕິບັດພັນທະຂອງຕົນໃນການສຶກສາອົບຮົມລູກ, ​ໃຊ້ສິດໃນການເປັນພໍ່ແມ່ເກີນຂອບເຂດ, ​ໃຊ້ການກະທໍາຕໍ່ລູກຢ່າງໂຫດຮ້າຍຕ່າງໆຜູ້ກ່ຽວກໍຈະຖືກສານປົດສິດໃນການເປັນພໍ່ແມ່ ຕາມມາດຕາ 32 ​ເຖິງຢ່າງໃດກໍຕາມປະເພດຂອງຄວາມຮຸນແຮງທີ່ຈະສາມາດປົດສິດໃນການເປັນພໍ່ແມ່ນັ້ນບໍ່ໄດ້ຖືກລະບຸໄວ້.

No comments:

Post a Comment