Ad

Ad

3 March 2015

ສຳ​ເລັດ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ ທນບ ປະຈຳ​ປີ 2014



      ກອງປະຊຸມຄະນະຜູ້ບໍລິຫານງານທະນາຄານນະໂຍບາຍ (ທນບ) ທົ່ວປະເທດໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມໃນແລງວັນທີ 2 ມີນານີ້ ທີ່ສຳນັກງານໃຫຍ່ ທນບ ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບົວເງິນ ພົງສະຫວັດ ຜູ້ອຳນວຍການທະນາຄານນະໂຍບາຍ. ພ້ອມນີ້ ກໍມີບັນດາຫົວໜ້າ ທນບ ປະຈຳສາຂາຕ່າງໆໃນທົ່ວປະເທດເຂົ້າຮ່ວມເປັນຈຳນວນຫລາຍ.
     ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງແລະ ມີຄວາມເປັນເອກະພາບຢ່າງສົມບູນຮັບຮອງເອົາເນື້ອໃນຈິດໃຈກອງປະຊຸມສະພາບໍລິຫານທະນາຄານນະໂຍບາຍສະໄໝສາມັນ ຄັ້ງທີ XII ປະຈຳປີ 2014 ​ໂດຍສະເພາະຜົນການເຄື່ອນໄຫວດ້ານສິນເຊື່ອໃນຕະຫລອດໄລຍະ 1 ປີຜ່ານມາເຊິ່ງໄດ້ຮັບການອະນຸມັດແຫລ່ງທຶນສິນເຊື່ອທັງໝົດ 977 ກວ່າຕື້ກີບໃນນີ້ເມືອງເປົ້າໝາຍ 720 ຕື້ກວ່າກີບ, ຈຸດສຸມຂອງ
ລັດຖະບານ 121 ຕື້ກວ່າກີບ, ບ້ານທົດລອງ 3 ສ້າງ 134 ຕື້ກວ່າກີບໃນນີ້ໄດ້ປ່ອຍເຂົ້າໃນການປູກຝັງກວມ 27,9%, ລ້ຽງສັດກວມ 45,3%, ຫັດຖະກຳແລະ ປຸງແຕ່ງກວມ 3,8%, ບໍລິການເກັບຊື້ຜົນຜະລິດກວມ 22,9% ຂອງສິນເຊື່ອທັງໝົດ. ຈາກນັ້ນໄດ້ສະເໜີທິດທາງແຜນການປີ 2015 ຂອງທະນາຄານນະໂຍບາຍນຳອີກ.

     ກອງປະຊຸມຍັງໄດ້ຮັບຟັງການລາຍງານວຽກງານທີ່ພົ້ນເດັ່ນຈາກ ທນບ ສາຂາຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ຫົວພັນ, ຊຽງຂວາງ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈຳປາສັກແລະ ອັດຕະປື. ຈາກນັ້ນ ບັນດາຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ພ້ອມທັງເຈາະຈີ້ມບັນຫາຢ່າງກົງໄປກົງມາເພື່ອສືບຕໍ່ເສີມຂະຫຍາຍຜົນງານທີ່ພົ້ນເດັ່ນແລະແກ້ໄຂຂໍ້ຄົງຄ້າງເພື່ອເຮັດສຳເລັດໜ້າທີ່ການເມືອງໃນແຕ່ລະໄລຍະຕາມແນວທາງນະໂຍບາຍຂອງພັກແລະເປົ້າໝາຍຂອງລັດຖະບານ. ກອງປະຊຸມໄດ້ຮັບຮອງເອົາບັນດາທິດທາງແຜນງານແລະໂຄງການຕ່າງໆທີ່ຈະຕ້ອງຈັດຕັ້ງປະຕິບັດໃນປີ 2015 ​ໃຫ້ສຳເລັດຜົນ.

No comments:

Post a Comment