Ad

Ad

24 March 2015

ຫລາຍແຂວງພ້ອມສົ່ງນັກຮຽນເກັ່ງ ປ5 ເຂົ້າຮ່ວມການແຂ່ງຂັນລະດັບຊາດ



     ນັບແຕ່ກາງເດືອນມີນາເປັນຕົ້ນມາ, ພະແນກສຶກສາທິການ ແລະ ກິລາ ບັນດາ ແຂວງຕ່າງໆ, ໄດ້ສຳເລັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມ ( 5), ຢູ່ແຂວງຂອງຕົນເພື່ອກຽມຄວາມພ້ອມເຂົ້າຮ່ວມການສອບເສັງລະດັບຊາດປະຈຳປີ 2015 ທີ່ຈະມີຂຶ້ນໃນໄວໆນີ້.
    
ຂ່າວຈາກແຂວງອັດຕະປື ໃຫ້ຮູ້ວ່າ: ໃນອາທິດຜ່ານມາ, ຢູ່ແຂວງດັ່ງກ່າວ ໄດ້ຈັດ ພິທີປະກາດຜົນການສອບເສັງນັກຮຽນເກັ່ງຊັ້ນປະຖົມທົ່ວແຂວງຂຶ້ນ, ໂດຍມີນັກ ຮຽນເກັ່ງ 3 ຄົນ, ໃນ 3 ວິຊາ, ທີ່ຖືກຄັດເລືອກເປັນຕົວແທນນັກຮຽນເກັ່ງທົ່ວ ແຂວງເຂົ້າຮ່ວມການແຂ່ງຂັນທົ່ວປະເທດ. ກ່ອນໜ້ານີ້ ຢູ່ແຂວງໄຊຍະບູລີກໍໄດ້ມີການປະກາດຜົນການສອບເສັງ ນັກຮຽນ ເກັ່ງຊັ້ນປະຖົມ (5), ມັດທະຍົມຕອນຕົ້ນ (4) ທົ່ວແຂວງຂອງຕົນ, ໃນນີ້ ຊັ້ນປະຖົມສາມາດເລືອກໄດ້ນັກຮຽນເກັ່ງ 3 ຄົນ ກຽມເຂົ້າຮ່ວມການສອບເສັງລະດັບຊາດ. ໃນຂະນະດຽວກັນຢູ່ແຂວງອຸດົມໄຊ ໄດ້ປະກາດຜົນການຄັດເລືອກນັກຮຽນ
ເກັ່ງທົ່ວແຂວງຂອງຕົນ ຈຳນວນ 3 ຄົນ, ເພື່ອກຽມເຂົ້າແຂ່ງຂັນລະດັບຊາດຢູ່ນະຄອນຫລວງວຽງຈັນ, ສ່ວນຢູ່ແຂວງຊຽງ ຂວາງ ກໍໄດ້ມີການສອບເສັງຄັດເລືອກເອົານັກຮຽນຊັ້ນປະຖົມ 5 ຈຳນວນ 3 ຄົນ ທີ່ເປັນຕົວແທນໃນທົ່ວແຂວງເຂົ້າ ຮ່ວມການແຂ່ງຂັນລະດັບຊາດເຊັ່ນດຽວກັນ. ສະເພາະຢູ່ນະຄອນຫລວງວຽງຈັນ ທາງພະແນກສຶກສາທິການ ແລະ ກິລາ ໄດ້ຈັດການສອບເສັງນັກຮຽນປະຖົມຊັ້ນ 5 ໃນທົ່ວນະຄອນຫລວງວຽງຈັນ ເພື່ອຄັດເລືອກເອົານັກຮຽນທີ່ມີຄ ະແນນດີທີ່ສຸດເຂົ້າຮ່ວມແຂ່ງຂັນລະດັບຊາດ, ໃນ 3 ວິຊາຄື: ພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ ທີ່ຈະມີຂຶ້ນໃນມໍ່ໆນີ້.

No comments:

Post a Comment