Ad

Ad

24 March 2015

ຂ້າເມຍແລ້ວໃຊ້ມີດປາດຄໍຫວັງຕາຍຕາມ



ຂ່າວ ປກສ
ເຫດການສະຫຍອງຂວັນດັ່ງກ່າວ, ໄດ້ເກີດຂຶ້ນເມື່ອວັນທີ 17 ມີນາ 2015, ຢູ່ບ້ານໜອງບົວວຽງ, ເມືອງ ແລະ ແຂວງຫລວງນ້ຳທາ, ຕາມການ ລາຍງານຂອງ ເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບ ແຈ້ງວ່າ ເກີດເຫດ ຄາດຕະກຳຢູ່ບ້ານດັ່ງກ່າວ, ກໍໄດ້ຈັດກຳລັງລົງກວດກາສະ ຖານທີ່ເກີດເຫດທັນ ທີເຊິ່ງພົບສົບນາງ ບົວແພງ ອາຍຸ 55 ປີມີຮອຍຢູ່ບໍລິເວນ ໜ້າພາກ ແລະ ງ່ອນດົ້ນ ແລະ ຢູ່ເທິງຫ້ອງຊັ້ນສອງພົບເຫັນທ້າວ ຈັນກູດ ອາຍຸ 58 ປີນອນໝົດສະຕິເຕັງ ກອງເລືອດ ໂດຍມີຮອຍຂອງມີຄົມປາດ ບໍລິເວນຄໍ ຈຶ່ງຮີບຮ້ອນນຳຕົວສົ່ງໂຮງໝໍ.
    ຜ່ານການສຶບສວນ-ສອບສວນ ຜູ້ເຫັນເຫດການຢູ່ໃກ້ຄຽງຮູ້ວ່າ: ທັງສອງແມ່ນຄູ່ຜົວເມຍກັນ, ໂດຍໄດ້ຜິດຖຽງກັນຮ້າຍ ແຮງແລ້ວທ້າວ ຈັນກູດ ໄດ້ໃຊ້ຂອງແຂງທຸບໃສ່ບໍລິເວນໜ້າພາກ ແລະ ງ່ອນດົ້ົນເມຍຈົນເສຍຊີວິດ ແລະ ໂທລະສັບຫາລູກ ຢູ່ເຮືອນອີກຫລັງໜຶ່ງໃກ້ຄຽງມາເບິ່ງ, ຈາກນັ້ນກໍຈັບເອົາມີດຍ່າງຂຶ້ນຊັ້ນສອງ ແລະ ລ໋ອກ ປະຕູຫ້ອງໄວ້.

    ຕາມການສອບຖາມຍາດພີ່ນ້ອງຂອງທັງສອງຮູ້ວ່າ:ຜ່ານມາຜົວເມຍຄູ່ນີ້ມັກຜິດຖຽງກັນເປັນປະຈຳ ແລະ ປະມານໜຶ່ງອາ ທິດກ່ອນເກີດເຫດຜູ້ເປັນເມຍໄດ້ໄປພັກເຊົານຳເຮືອນພີ່ນ້ອງ ແລະ ພາຍຫລັງກັບມາກໍເກີດເຫດການເສົ້າດັ່ງກ່າວ.
     ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອວັນທີ 16 ມີນາ 2015 ເຈົ້າໜ້າທີ່ ປກສ ປະຈຳເຂດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ໄດ້ຕັ້ງດ່ານສະກັດລົດກະບະວີໂກ້ ໝາຍເລກທະບຽນ ກຜ 0866 ກຳແພງນະຄອນ, ໂດຍມີທ້າວ ດວງ ອາຍຸ 27 ປີຢູ່ບ້ານ ບົວຈະເລີນ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ທ້າວ ເຕັງຢາງ ອາຍຸ 15 ປີຢູ່ບ້ານທົ່ງນານ້ອຍ ເມືອງຊຽງຂອງ ແຂວງຊຽງ ລາຍປະເທດໄທ, ເຊິ່ງເປັນເປົ້າໝາຍຄ້າຢາເສບຕິດລາຍໃຫຍ່ ແລະ ຜ່ານການກວດຄົ້ນພາຍໃນລົດພົບເຮໂລອິນ 17 ແທ່ງ, ຈຶ່ງໄດ້ກັກຕົວພວກກ່ຽວພ້ອມຂອງກາງໄວ້ ເປັນຫລັກຖານ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ທັງສອງຮັບສາລະ ພາບຕໍ່ເຈົ້າໜ້າທີ່ວ່າ:ເຮໂຣອິນທັງໝົດເປັນຂອງຄົນຈີນ ຜູ້ໜຶ່ງຢູ່ເຂດສາມຫລ່ຽມຄຳແຕ່ບໍ່ຮູ້ຊື່, ໂດຍຈ້າງພວກຕົນເກັບຮັກ ສາໄວ້ໃຫ້ລູກຄ້າຄົນຈີນກຸ່ມໜຶ່ງທີ່ຈະມາຮັບເອົາ ໃນຄ່າຈ້າງ 20 ພັນບາດ (ສະກຸນເງິນໄທ).ປັດຈຸບັນຄະດີດັ່ງກ່າວພວມ ຢູ່ໃນການສືບສວນ-ສອບສວນປະກອບສຳນວນຄະດີຟ້ອງໄອຍະການ ແລະ ສານລົງໂທດຕາມກົດໝາຍ.

No comments:

Post a Comment