Ad

Ad

24 March 2015

ຕ້ອງຄຸ້ມຄອງແຮງງານຕ່າງດ້າວຢູ່ລາວເຂົ້າສູ່ລະບຽບ



     ສປປ ລາວ ພວມເລັ່ງຊຸກຍູ້ໃຫ້ຜູ້ປະກອບການໃຊ້ແຮງງານຕ່າງດ້າວປະຕິບັດສັນຍາຮ່ວມມືປົກປ້ອງແຮງງານດ້ວຍລະບຽບ ກົດໝາຍໃຫ້ເຂັ້ມງວດເທື່ອລະກ້າວ, ພາຍຫລັງເຫັນວ່າຜ່ານມາມີຫົວໜ່ວຍໃຊ້ແຮງງານຈຳນວນໜຶ່ງ ຖືເບົາຕໍ່ການປະຕິບັດກົດ ໝາຍເຮັດໃຫ້ຜູ້ອອກແຮງງານບໍ່ໄດ້ຮັບການປົກປ້ອງສິດຕາມທີ່ກົດໝາຍກຳນົດ, ຂະນະດຽວກັນກໍເພື່ອເປັນການສະກັດກັ້ນ ການເຄື່ອນໄຫວທີ່ບໍ່ຖືກຕ້ອງຂອງແຮງງານຕ່າງດ້າວຢູ່ລາວ.
     ບັນຫາດັ່ງກ່າວໄດ້ຍົກຂຶ້ນມາຫາລືໃນກອງປະຊຸມກ່ຽວກັບການຄຸ້ມຄອງແຮງງານຕ່າງດ້າວເມື່ອທ້າຍອາທິດຜ່ານມາຢູ່ນະ ຄອນຫລວງວຽງຈັນ, ໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ເຊີນບັນດານັກທຸລະກິດຕ່າງປະເທດ, ທີ່ມາ ລົງທຶນດຳເນີນທຸລະກິດຢູ່ລາວເພື່ອໃຫ້ເຂົາເຈົ້ມີຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບລະບຽບກົດໝາຍການຄຸ້ມຄອງ ແຮງງານຂອງລາວ ໂດຍສະເພາະການປະຕິບັດສັນຍາຮ່ວມມືດ້ານແຮງງານຂອງລັດຖະບານສອງຝ່າຍ ເພື່ອຮັບປະກັນໃຫ້ ແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ລາວໄດ້ຮັບການປົກປ້ອງຄຸ້ມຄອງດ້ວຍກົດໝາຍເຂັ້ມງວດກວ່າເກົ່າ.

   ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານນາງ ຄຳໃບ ຂັດທິຍະ ເຊິ່ງ ເປັນປະທານ ກອງປະຊຸມດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ພວກເຮົາພົບເຫັນບາງໂຄງການ ຫລື ຫົວໜ່ວຍທຸລະກິດຕ່າງປະເທດ ເຂົ້າມາລົງທຶນ ຢູ່ ລາວຍັງບໍ່ປະຕິບັດລະບຽບກົດໝາຍເທົ່າທີ່ຄວນ, ຜູ້ອອກແຮງງານຈຳນວນບໍ່ໜ້ອຍບໍ່ໄດ້ຮັບການປົກປ້ອງສິດຜົນປະໂຫຍດ ຕາມກົດໝາຍ, ຂະນະດຽວກັນອົງການຄຸ້ມຄອງແຮງງານນັບທັງສູນກາງ ແລະ ທ້ອງຖິ່ນບໍ່ສາມາດເກັບກຳຕົວເລກ ແຮງງານ ໄດ້ຈຶ່ງເປັນສາເຫດໜຶ່ງເຮັດໃຫ້ການດຸ່ນດຽງແຮງງານເພື່ອສະໜອງຕະຫລາດແຮງງານຕາມໂຄງປະກອບເສດຖະກິດພົບຄວາມຫຍຸ້ງຍາກ. ສະນັ້ນ ຈຶ່ງມີຄວາມຈຳເປັນນຳໃຊ້ມາດຕະການ ແລະ ຫັນການຄຸ້ມຄອງແຮງງານດ້ວຍລະບຽບກົດໝາຍໃຫ້ເຂັ້ມ ງວດຫລາຍ ຂຶ້ນ ເປັນຕົ້ນ: ການຂຶ້ນທະບຽນແຮງງານ ແລະ ອອກບັດອະນຸຍາດເຮັດວຽກຈາກພາກສ່ວນກ່ຽວຂ້ອງຢ່າງຖືກ ຕ້ອງເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາການເຄື່ອນໄຫວເຮັດວຽກ, ຄ້າຂາຍ ຫລື ລົງທຶນຂອງຄົນຕ່າງປະເທດຢູ່ລາວຖືກຕ້ອງ ຕາມລະບຽບກົດໝາຍ.

No comments:

Post a Comment