Ad

Ad

31 March 2015

ສານ​ປະຊາຊົນ​ນະຄອນຫຼວງວຽງຈັນ​ຕັດສິນ​ຜູ້​ຄ້າຂາຍ​ຢາ​ບ້າ ຈຳ​ຄຸກ 5 ປີ



          ໃນວັນທີ 26 ມີນາຜ່ານມາ ນີ້, ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ, ໄດ້ຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ, ເອກະສານຕ່າງໆ ແລະ ຄຳໃຫ້ການຂອງຈຳເລີຍ ທ້າວ ເພັດສະໝອນ ອາຍຸ 32 ປີ ຢູ່ບ້ານ ປາກທ້າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕັດສິນລົງໂທດ ຈຳຄຸກ 5 ປີ ພ້ອມປັບໃໝ ເງິນ 10 ລ້ານກີບ ຕາມມາດຕາ 146 ຂໍ້ 2 ວັກ 1 ຂອງກົດໝາຍອາຍາ. ພາຍຫຼັງຖືກຈັບຕົວໃນຕົ້ນເດືອນກຸມພາ 2014 ຜ່ານມາໃນຂໍ້ຫາເສບແລະ ຄ້າຂາຍຢາເສບຕິດປະເພດຢາບ້າ.
ທ້າວ ເພັດສະໝອນ ຮັບສາລະພາບວ່າ: ຕົນເອງເລີ່ມເສບຢາບ້າມາໄດ້ 3 ປີ ແລ້ວ ແລະ ຕົກມາປີ 2014 ໄດ້ເລີ່ມຂາຍຢາບ້ານຳໂດຍຊື້ ມາຈາກ ທ້າວ ລູ ຄັ້ງລະ 5-10 ເມັດ ໃນລາຄາເມັດລະ 18 ພັນກີບເພື່ອນຳໄປຂາຍຕໍ່ໃຫ້ໄວໜຸ່ມໃນລາຄາເມັດລະ 25 ພັນກີບ. ນອກຈາກນີ້ ຜ່ານມາຜູ້ກ່ຽວເຄີຍຖືກ ປກສ ກຸ່ມບ້ານ ນຳຕົວມາສຶກສາອົບ ຮົມຂັ້ນບ້ານຫຼາຍຄັ້ງແຕ່ຜູ້ກ່ຽວກໍບໍ່ຢຸດເຊົາເສບ ແລະ ຂາຍໃນທີ່ສຸດກໍຖືກຈັບຕົວມາດຳ ເນີນຄະດີຕາມກົດໝາຍ.

No comments:

Post a Comment