Ad

Ad

31 March 2015

ອາທິດຜ່ານມາຢູ່ນະຄອນຫລວງວຽງຈັນມີຜູ້ເສຍຊີວິດ 6 ຄົນ ຈາກອຸປະຕິເຫດ



     ເຈົ້າໜ້າທີ່ກອງຄະດີພະແນກຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນຫົວຄ່ຳຂອງວັນທີ 23 ມີນາຜ່ານມາ, ຢູ່ເຂດບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ໄດ້ເກີດເຫດລົດໃຫຍ່ເສຍຫລັກແລ້ວປິ້ນໄປຕຳເອົາຄົນຍ່າງຢູ່ແຄມທາງຄື: ທ້າວ ວິລາພອນ ອາຍຸ 31 ປີ ອາຊີບຄ້າຂາຍ ຢູ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ເສຍຊີວິດຄາທີ່, ໃນຕອນດຶກຂອງວັນທີ 26 ມີນາ, ຢູ່ເຂດບ້ານດົງຄຳຊ້າງ ເມືອງໄຊເສດຖາ ໄດ້ມີລົດຈັກຄັນໜຶ່ງເກີດເສຍຫລັກແລ່ນໄປຕຳເອົາກອງດິນຢູ່ຂ້າງ ທາງເຮັດໃຫ້ຜູ້ຂັບລົດຄັນດັ່ງກ່າວຄືທ້າວ ສະບາຍດີ ອາຍຸ 30 ປີ ອາຊີບກຳມະກອນ ພັກເຊົາຢູ່ບ້ານດົງສະຫວາດ ເມືອງສີສັດ ຕະນາກ ເສຍຊີວິດຄາທີ່; ໃນຕອນຄ່ຳຂອງວັນທີ 28 ມີນາ, ຢູ່ເຂດບ້ານວັດໄຕ ເມືອງສີໂຄດຕະບອງ ໄດ້ເກີດເຫດລົດ​ໃຫຍ່ຕຳລົດຈັກ ​ລາກ​ໄປ 2 ​ແມັດ ເຮັດໃຫ້ທ້າວ ຫຸມພັນ ອາຍຸ 30 ປີ ອາຊີບກຳມະກອນ ຢູ່ບ້ານໜອງສະໂນຄຳ ເມືອງສີໂຄດ ຕະບອງ ຜູ້ຂັບຂີ່ລົດຈັກເສຍຊີວິດໃນເວລາຕໍ່ມາ ແລະ ໃນຕອນດຶກຂອງວັນທີ 28 ມີນາ ຢູ່ເຂດບ້ານໜອງໂນ ເມືອງໄຊທານີ ໄດ້ເກີດເຫດລົດຈັກຕຳກັນຢ່າງຮຸນແຮງເຮັດໃຫ້ ທ້າວ ຈັນ ອາຍຸ 22 ປີ ອາຊີບ ກຳມະກອນ ຢູ່ບ້ານໄຮ່ ເມືອງປາກງື່ມ ເປັນຜູ້
ຂັບ ແລະ ຜູ້ຊ້ອນທ້າຍຄື ທ້າວ ຕຸ້ຍ ອາຍຸ 23 ປີ ອາຊີບກຳມະກອນ ຢູ່ບ້ານເພຍວັດ ເມືອງສີສັດຕະນາກ ແລະ ທ້າວ ດາວວິໄລ ອາຍຸ 18 ປີ ນັກຮຽນ ຢູ່ບ້ານຈະເລີນໄຊ ເມືອງໄຊທານີ ຜູ້ຂັບຂີ່ລົດຈັກອີກຄັນໜຶ່ງເສຍຊີວິດທັງ 3 ຄົນ ສ່ວນສາເຫດຂອງການ ເກີດອຸປະຕິເຫດດັ່ງກ່າວຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.
     ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ນັບແຕ່ວັນທີ 23 -29 ມີນາຜ່ານມາ, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຕາມ ທ້ອງຖະໜົນ 22 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ ລວມມູນຄ່າຫລາຍກວ່າ 300 ລ້ານກີບ, ສົ່ງຜົນໃຫ້ມີຜູ້ບາດເຈັບ ແລະ ພາຫະນະເປ່ເພຫລາຍພໍສົມຄວນ.

No comments:

Post a Comment