Ad

Ad

11 March 2015

ງານຍ່າງແບບນຸ່ງຊຸດ ກິໂມະໂນະ ແລະ ຢູກະຕະ ເນື່ອງໃນໂອ ກາດສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນຄົບຮອບ 60 ປີ



ງານການຍ່າງແບບຊຸດກິ ໂມະໂນະ ຍີ່ປຸ່ນ ແລະ ປະກວດນຸ່ງ ຊຸດຢູກະຕະ ຂອງຍີ່ປຸ່ນໄດ້ຈັດຂຶ້ນ ໃນວັນທີ 6 ມີນານີ້, ຢູ່ນະຄອນຫລວງວຽງຈັນ, ເຊິ່ງເປັນກິດຈະ ກຳວັດທະນະທຳໜຶ່ງທີ່ສະຖານທູດຍີ່ປຸ່ນປະຈຳລາວຈັດຂຶ້ນເນື່ອງໃນ ໂອກາດສະ ຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນ ຄົບ ຮອບ 60 ປີ, ໂດຍການເຂົ້າຮ່ວມ ຂອງ ທ່ານນາງ ອາກະເນະ ໂອະຕະ ເກະ ຜູ້ຊ່ຽວຊານດ້ານຊຸດກິໂມະ ໂນະຍີ່ປຸ່ນປະຈຳບາງ ກອກ ແລະ ມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ທ່ານ ນາງ ອາກະເນະ ໂອະ ຕະເກະ ໃຫ້ຮູ້ວ່າ: ງານດັ່ງກ່າວ ຈັດຂຶ້ນເພື່ອປະ ກອບສ່ວນສົ່ງເສີມ ມິດຕະພາບ ແລະ ຄວາມເຂົ້າໃຈ ຮ່ວມກັນລະຫວ່າງປະຊາຊົນຂອງ ຊາດຍີ່ປຸ່ນ ແລະ ລາວ, ຊຸດຄິໂມະ ໂນະແມ່ນເຄື່ອງນຸ່ງພື້ນ ເມືອງຍີ່ປຸ່ນທີ່ມີມາເປັນເວລາຫຼາຍກວ່າ 1.800 ປີແລ້ວ, ຊຸດກິໂມະ ໂນະ ມີຫລາຍ ປະເພດປະເພດໜຶ່ງທີ່ເຮັດດ້ວຍຜ້າ ຝ້າຍເຊິ່ງສ່ວນຫຼາຍແມ່ນນຸ່ງໃນລະດູຮ້ອນ, ເປັນຊຸດເຄື່ອງນຸ່ງທີ່ສວຍ ງາມ, ສຳລັບງານສຳຄັນຕ່າງໆ ຂອງຊາດຄື: ພິທີແຕ່ງດອງ ແລະ ງານປະເພນີອື່ນໆຫຼັງຈາກການ ຍ່າງແບບຊຸດກິໂມະໂນະແລ້ວ, ກໍມີ ການປະກວດຊຸດຢູກະຕະເຊິ່ງໄດ້ ຮັບຄວາມສົນໃຈຈາກມວນຊົນເຂົ້າມານຸ່ງຊຸດຢູກະຕະ ຢ່າງສວຍງາມ ເພື່ອຂຶ້ນປະກວດເທິງ ເວທີໃນລັກສະ ນະແບບຂອງຕົນເອງ, ສຳລັບຜູ້ທີ່ ຊະນະໃນການປະກວດຄັ້ງນີ້ແມ່ນ ຈະໄດ້ຖ່າຍລົງໜ້າປົກຂອງປຶ້ມວາລະ ສານລາວ-ສະເກັດ (lao schetch magazine ). ນອກ ຈາກນີ້ພາຍໃນງານຍັງມີການສະ ແດງຄອນເສີດ, ຈາກສີລະປິນແຖວ ໜ້າຂອງລາວ ແລະ ອື່ນໆອີກ.

No comments:

Post a Comment