Ad

Ad

3 March 2015

ຮອງ​ນາຍົກລັດຖະມົນຕີ ບຸນປອນ ບຸດຕະນະວົງ ຊີ້​ນໍາ​ໂຄງການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ​ບໍ່​ເຕັນແດນ​ງາມ



ໃນວັນທີ 26 ກຸມພາຜ່ານມາ,  ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດມະຫາພາກແລະ ບໍລິການ ພ້ອມ​​ຄະນະໄດ້ລົງຊີ້ນໍາໂຄງການພັດທະນາເຂດເສດຖະກິດສະເພາະບໍ່ເຕັນແດນງາມ ຢູ່ແຂວງຫລວງນ້ຳທາ ໂດຍມີທ່ານ ພິມມະສອນເລືອງຄໍາມາເຈົ້າແຂວງຫລວງນ້ຳທາ ແລະ ຄະນະ ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ.
          ທ່ານ ດຣ. ບຸນປອນ ບຸດຕະນະວົງໄດ້​​ໂອ້ລົມແລະໃຫ້ທິດຊີ້ນໍາຕໍ່ຄະນະສະພາບໍລິຫານເຂດ​​ເສດຖະກິດດັ່ງກ່າວວ່າ: ​ໃຫ້ເອົາໃຈໃສ່ປະສານສົມທົບກັບເຂດ​​ໃກ້ຄຽງຮັກສາຄວາມສະຫງົບປອດໄພ, ຜູ້ພັດທະນາຕ້ອງສ້າງແບບແຜນໂຄງການພັດທະນາທີ່ລະອຽດ, ປະກອບສ່ວນກະຕຸກຊຸກຍູ້ການຮ່ວມມືກັບເຂດບໍ່ຫານ ສປ ຈີນ-ບໍ່ເຕັນ ສປປ ລາວໃຫ້​​ດີຂຶ້ນແລະເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຜູ້ຮ່ວມພັດທະນາ, ຜູ້ລົງທຶນ, ຜູ້ປະ ກອບການ​​ເຊື່ອມຊຶມລະບຽບກົດໝາຍ, ​ແບບແຜນວິທີເຮັດວຽກແລະ ວີທີການນໍາພາຂອງພັກ-ລັດຖະບານລາວໃຫ້ເລິກເຊິ່ງ ເຮັດໃຫ້​​ເຂດເສດຖະກິດສະເພາະບໍ່ເຕັນແດນງາມເປັນ​​ໃຈກາງຂອງເຂດບໍລິການແລະ ທ່ອງທ່ຽວດີທີ່ສຸດແຫ່ງໜຶ່ງຂອງ​​ ສປປ ລາວ ກໍຄືແຂວງຫລວງນ້ຳທາ.       

ເຂດເສດຖະກິດສະເພາະບໍ່​​ເຕ່ນແດນງາມມີ 16 ຫົວໜ່ວຍການລົງທຶນແລະ 50 ຫົວໜ່ວຍການບໍລິການຍ່ອຍ ໄດ້ແບ່ງເປັນ 4 ​ເຂດພັດທະນາຄື: ​ເຂດປະຕູຫລັກເມືອງເປັນເຂດຮ້ານປອດພາສີ-ສະຖານີຈອດລົດໂດຍສານທ່ອງທ່ຽວແລະໂຮງແຮມ; ​ເຂດບ້ານວັດທະນະທໍາ-ຊົນເຜົ່າແລະ ສະໝາມກ໊ອຟ; ​ເຂດໜອງນ້ຳທໍາມະຊາດເປັນສະຖານທີ່ບັນເທີ, ພັກຜ່ອນຍ່ອນອາລົມ ປະກອບມີເຮືອນພັກ, ​ໂຮງແຮມ, ຫ້ອງສໍາມະນາແລະ ຫ້ອງປະຊຸມອື່ນໆ, ສ່ວນເຂດສາງພັກ-ຄ່ຽນຖ່າຍສິນຄ້າແລະ ກັດກັນພືດ ເພື່ອນໍາເຂົ້າ-ສົ່ງອອກເຊິ່ງຜູ້ພັດທະນາໄດ້ສືບຕໍ່ລົງທຶນກໍສ້າງພື້ນ ຖານໂຄງລ່າງ​​ ຕໍ່ເນື່ອງດີຂຶ້ນ ເປັນຕົ້ນ​ ​ສ້າງອ່າງ​​ເກັບນ້ຳເປັນແຫລ່ງ ທ່ອງທ່ຽວ, ສ້າງຫ້ອງການເຮັດວຽກຂອງເຈົ້າໜ້າທີ່, ເດີ່ນຈອດລົດບັນທຸກໜັກ, ສ້າງທາງເບຕົງ, ຂົວແລະ ປ້ຳນ້ຳມັນ, ​ສ້າງແລະ ຕົບແຕ່ງຮ້ານຄ້າປອດພາສີ, ຕັດແລວທາງແລະ ປູເສັ້ນທາງເບຕົງຍາວ 2 ກິໂລແມັດ, ປັບປຸງຕຶກອາຄານຫ້ອງການເຮັດວຽກ, ຫໍວັດທະນະທໍາສະແດງສິລະປະ, ສ້າງປ້ອມສີດຢາຂ້າເຊື້ອລົດເຂົ້າປະເທດ, ຕິດຕັ້ງໄຟຟ້າເຍືອງທາງ, ຮັກສາປ່າໄມ້ທໍາມະຊາດເປັນແຫລ່ງທ່ອງທ່ຽວທີ່ມີສາຍທາງຂົວອູ່ໄປຕາມປ່າໄມ້ໃຫຍ່, ສ້າງເດີນສະແດງສິລະປະກາງແຈ້ງແລະ ອື່ນໆເຊິ່ງ 4 ​ເຂດພັດທະນາດັ່ງກ່າວມີເນື້ອທີ່ ທັງໝົດ1.640 ​ເຮັກຕາ, ມີມູນຄ່າການລົງທຶນເບື້ອງຕົ້ນຫລາຍກວ່າ 153 ລ້ານໂດລາສະຫະລັດ.

No comments:

Post a Comment