Ad

Ad

11 March 2015

ສິ່ງແວດລ້ອມຈະລົງກວດກາ ຟາມລ້ຽງຫມູສົ່ງກິ່ນເຫມັນຢູ່ບ້ານນາໂນ



ພາຍຫລັງໜັງສືພິມຫລາຍສະບັບໄດ້ຕີແຜ່ຂ່າວກ່ຽວກັບປະຊາຊົນບ້ານ ນາໂນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນໄດ້ຮັບຄວາມເດືອດຮ້ອນຍ້ອນ ກິ່ນເໝັນຈາກຟາມລ້ຽງໝູຂະໜາດໃຫຍ່ຢູ່ບ້ານດັ່ງ ກ່າວເມື່ອທ້າຍເດືອນກຸມພາຜ່ານ ມາ, ມາຮອດປັດຈຸບັນບັນຫາ ເດືອດຮ້ອນດັ່ງກ່າວກໍຍັງບໍ່ທັນໄດ້ ຮັບການແກ້ໄຂ, ຂະນະທີ່ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫລວງ ວຽງຈັນຢືນຢັນຜ່ານມາຍັງບໍ່ໄດ້ຮັບລາຍ ງານບັນຫາຈາກຮາກຖານ, ແຕ່ຈະສົ່ງ ໜ່ວຍງານລົງກວດກາຕົວຈິງ.
ຟາມດັ່ງກ່າວສ້າງຕັ້ງມາໄດ້ 4 ປີ ແລະ ມີໝູປະມານ 2 ພັນ ກວ່າໂຕ, ໂດຍແມ່ນຜູ້ມີຖານະຕຳ ແໜ່ງໃນນະ ຄອນຫລວງວຽງຈັນ ເປັນເຈົ້າຂອງ ແລະ ກິ່ນເໝັນຈາກ ຟາມເກີດມີດົນກວ່າໜຶ່ງປີແລ້ວ, ເຊິ່ງໄລຍະຜ່ານມາປະຊາ ຊົນພາຍໃນບ້ານເຄີຍນຳສະເໜີຫາພາກສ່ວນກ່ຽວຂ້ອງຂັ້ນເມືອງຫລາຍຄັ້ງເພື່ອຊຸກ ຍູ້ໃຫ້ເຈົ້າຂອງ ຟາມໄດ້ຫາວິທີແກ້ໄຂ, ເນື່ອງຈາກວ່າກີ່ນເໝັນອອກຈາກຟາມແຫ່ງນີ້, ໄດ້ເຮັດໃຫ້ການດຳລົງຊີວິດຂອງເຂົາເຈົ້າ ໄດ້ຮັບຜົນກະ ທົບຮ້າຍແຮງ, ໂດຍ ສະເພາະກິນເຂົ້າບໍ່ແຊບ, ນອນບໍ່ຫລັບ, ບາງມື້ມີກີ່ນເໝັນແຮງຈົນ ໄດ້ອັດປະຕູໄວ້ຢູ່ແຕ່ໃນເຮືອນ, ເຊິ່ງ ນັບວ່າເປັນມົນລະພິດທາງອາກາດບໍ່ດີທີ່ປະຊາຊົນພາຍໃນບ້ານດັ່ງ ກ່າວຜະເຊີນຢູ່ແຕ່ຍັງບໍ່ໄດ້ຮັບການແກ້ໄຂ.

ຕໍ່ບັນຫາບໍ່ດີດັ່ງກ່າວນີ້, ນັກ ຂ່າວພວກເຮົາໄດ້ຖາມທ່ານ ບຸນໂຮມ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມນະຄອນຫລວງວຽງຈັນ ໃນວັນທີ 10 ມີນານີ້, ເຊິ່ງທ່ານ ກ່າວວ່າ: ຜ່ານມາ, ກໍໄດ້ຮັບການ ລາຍງານຈາກຮາກຖານວ່າ ມີຟາມໝູຫລາຍແຫ່ງໃນນະຄອນຫລວງ ສົ່ງກິນເໝັນ ແລະ ກໍໄດ້ແຕ່ງຄະນະ ພະນັກງານວິຊາການລົງກວດກາແກ້ໄຂ, ແຕ່ສຳລັບຟາມແຫ່ງນີ້ຍັງ ບໍ່ທັນໄດ້ຮັບການລາຍງານວ່າມີກິ່ນເໝັນແຕ່ຢ່າງໃດ.
ທ່ານ ບຸນໂຮມ ກ່າວວ່າ: ການສ້າງຟາມລ້ຽງສັດແມ່ນຕ້ອງ ໄດ້ປະຕິບັດໃຫ້ຖືກຕາມລະບຽບ ຫລັກການແລະ ພົວພັນກັບຫລາຍພາກສ່ວນ, ເຊິ່ງຜ່ານມາກໍມີຫຼາຍ ຟາມປະຕິບັດລະບຽບຫລັກການ ໄດ້ດີ ໂດຍສະເພາະສາມາດຮັບປະ ກັນໄດ້ລະບົບປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ແຕ່ກໍ ຍອມຮັບວ່າມີຟາມຈຳນວນໜຶ່ງກໍ ຍັງປະຕິບັດ ບໍ່ທັນໄດ້ດີຈຶ່ງເກີດມີຜົນສະທ້ອນອັນບໍ່ດີຕາມມາຄືດັ່ງເປັນ ຂ່າວ ແລະ ຜ່ານມາພວກສ່ວນກ່ຽວຂ້ອງຕ່າງໆກໍໄດ້ສົມທົບກັນ ລົງໄປກວດກາແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ຫລຸດຜ່ອນລົງເຊັ່ນດຽວກັບຟາມແຫ່ງນີ້ເຊິ່ງພວກເຮົາຈະໄດ້ສົ່ງວິຊາການລົງໄປ ກວດກາແກ້ໄຂໃນໄວໆນີ້.

No comments:

Post a Comment