Ad

Ad

11 March 2015

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືວຽກງານກວດກາການເງິນ



ວຽກງານກວດກາທາງດ້ານການເງິນເປັນວຽກໜຶ່ງທີ່ມີຄວາມສຳຄັນ ເຊິ່ງໃນຜ່ານມາພັກ-ລັດຖະບານໂດຍສະເພາະຄະນະພັກ ແລະ ພະນັກງານຂັ້ນ ນຳທຸກຂັ້ນຂອງກະຊວງການເງິນໄດ້ຖືເປັນບູລິມະສິດໜຶ່ງເພື່ອສ້າງ ວິໃນການ ເງິນ-ການ ຄັງເຮັດໃຫ້ຂົງເຂດດັ່ງກ່າວມີການຫັນປ່ຽນທີ່ຕັ້ງໜ້າດີຂຶ້ນ, ສະນັ້ນ ເພື່ອປະຕິບັດໂຄງການການຮ່ວມມືລະຫວ່າງກະຊວງການເງິນ ສປປ ລາວ ແລະ ກະຊວງການເງິນ ສສ ຫວຽດນາມ ໃນວັນທີ 7 ມີນາ ຜ່ານມາທີ່ຫ້ອງປະຊຸມ ເຂດການຄ້າຊາຍແດນແດນສະຫວັນ ແຂວງ ສະຫວັນນະເຂດ ສປປ ລາວ, ດ່ານ ສາກົນລາວ - ຫວຽດ ນາມ ( ແດນສະຫວັນ - ລາວບາວ ) ໄດ້ຈັດ ພິທີມອບ - ຮັບປື້ມຄູ່ມື ກວດກາການເງິນເຊິ່ງເປັນໜຶ່ງໃນການຮ່ວມມືດ້ານວຽກງານກວດ ກາລະຫວ່າງສອງກະຊວງການເງິນຂອງລາວ ແລະ ຫວຽດ ນາມທີ່ໄດ້ຮັບການພັດທະ ນາທີ່ມີເນື້ອໃນອຸດົມສົມບູນມີປະສິດທິຜົນ, ຈາກການພັດທະນາສະຖາບັນ, ເອກະສານທາງດ້ານກົດໝາຍໃຫ້ການແລກປ່ຽນປະສົບການ ແລະ ການຝຶກອົບຮົມເປັນມືອາຊີບສຳລັບການກວດ ກາໃນການເງິນ ເຊິ່ງມີ ຈຳນວນທັງໝົດ 200 ຫົວ, ເປັນ 2 ພາສາ ລາວ-ຫວຽດນາມ, ມີ 500 ກ່ວາໜ້າເຊິ່ງຕາງໜ້າ ກະຊວງການເງິນ ສປປ ລາວ ກ່າວຮັບໂດຍທ່ານ ໂພໄຊ ໝັ້ນພິລາວັນ ຫົວໜ້າກົມ ກວດກາການເງິນ, ຕາງໜ້າກະ ຊວງການເງິນ ສສ ຫວຽດນາມ ກ່າວມອບໂດຍແມ່ນທ່ານ ດັ່ງ ຫງັອກຕ້ຽນ ຮອງຫົວໜ້າກົມ ກວດກາການເງິນ
ປື້ມຄູ່ມືປະກອບ ດ້ວຍ 7 ຫົວຂໍ້ໃຫຍ່ ແລະ ມີ 17 ວິ ຊາທີ່ໄດ້ກຳນົດເນື້ອຫາໃນການກວດກາທາງດ້ານການເງິນ,  ການກວດສອບທາງດ້ານການເງິນ ແລະ ການປ້ອງກັນຕ້ານການສໍ້ ລາດບັງຫຼວງ ແລະ ອົງການຈັດຕັ້ງກະຊວງການເງິນ.
ໃນຊຸມປີຜ່ານມາກົມກົມກວດກາການເງິນຂອງສອງປະເທດ ກໍໄດ້ມີການພົວພັນ ແລະ ຮ່ວມມື ທີ່ດີມາໂດຍຕະຫຼອດບົນພື້ນຖານກອບການຮ່ວມມືລະຫວ່າງ 2 ກະຊວງການເງິນຂອງລາວ ແລະ ຂອງຫວຽດນາມ ໂດຍທາງຝ່າຍ ຫວຽດນາມໄດ້ຊ່ວຍຈັດຕັ້ງການ ຝຶກອົບຮົມໃຫ້ລາວຫຼາຍຄັ້ງໃນຫົວຂໍ້ຕ່າງໆ, ໃຫ້ທຶນເຝິກອົບຮົມໄລຍະ ສັ້ນ-ກໍ່ສ້າງພະນັກງານລະດັບປະ ລິນຍາຕີ ຈໍານວນໜຶ່ງ, ຮ່ວມມື ແລະ ຊ່ວຍເຫຼືອປັບປຸງນິຕິກຳ - ພາ ລະບົດບາດຂອງກົມ, ພົບປະແລກ ປ່ຽນທາງດ້ານວິຊາການລະດັບຂັ້ນກົມ ແລະ ວຽກງານອື່ນໆອີກຈຳ ນວນໜຶ່ງເຊິ່ງໄດ້ເປັນການປະກອບສ່ວນເຂົ້າໃນການພັດທະນາຂົງ ເຂດການເງິນ, ເວົ້າສະເພາະໃນ ດ້ານວຽກງານກວດກາການເງິນ ຂອງລາວໃຫ້ມີຄວາມເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ.

No comments:

Post a Comment