Ad

Ad

1 April 2015

ໄລຍະນີ້ອາກາດຈະຮ້ອນຂຶ້ນຕື່ມອີກ 1-2 ອົງສາ

     ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 1 ເມສາ ກໍຄືໃນມື້ນີ້, ບໍລິເວນຄວາມກົດດັນຕ່ຳຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳ ລັງອ່ອນຫາປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດ ປົກຄຸມ, ເຮັດໃຫ້ອຸນຫະພູມອາກາດຮ້ອນຂຶ້ນຕື່ມອີກ 1-2 ອົງສາໃນແຕ່ລະພາກ ແລະ ຈະມີຝົນ ຕົກຟ້າຄະ ນອງ, ພ້ອມມີລົມ ພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.
     ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນ ກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີລົມພັດແຮງ ເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 28-30 ອົງສາ.
     ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ມີໝອກບາງປົກຫຸ້ມຢູ່ ທົ່ວໄປໃນຕອນເຊົ້າ, ສ່ວນຕອນກາງເ ວັນອາກາດຈະຮ້ອນ ແລະ ມີໝອກແຫ້ງຄ້າຍຄື ກັບຄວັນໄຟປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 32-34 ອົງສາ. ສໍາລັບເມືອງສິງ ແລະ ເມືອງວຽງພູຄາ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 28-30 ອົງສາ.
    ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນບາງສ່ວນ, ອາກາດຮ້ອນໃນຕອນກາງ ເວັນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວ ໄປ, ຈະມີຝົນຕົກຟ້າຄະນອງກະຈາຍຢູ່ບໍລິເວນໃນ ທ້າຍຕອນບ່າຍ ຫາ ຕອນກາງຄືນ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 33-35 ອົງສາ.

     ພາກກາງ: ມີເມກປົກຄຸມເປັນສ່ວນຫລາຍ, ອຸນຫະພູມອາກາດຍັງຮ້ອນຢູ່ຕື່ມອີກ ແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງ ດ້ານທິດຕາເວັນອອກຂອງພາກ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ.
     ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງ ສຸດ 25-27 ອົງສາ.
     ພາກໃຕ້: ມີເມກປົກຄຸມເປັນສ່ວນຫລາຍ, ອາກາດຮ້ອນພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຄະນອງກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ ບາງທ້ອງຖິ່ນເປັນຕົ້ນແຂວງສາລະວັນ, ເຊກອງ ແລະ ອັດຕະປື. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ. ສໍາລັບເຂດປາກຊ່ອງ, ນິຄົມ 34: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຄະນອງເປັນບາງ ໂອກາດ. ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 25-27 ອົງສາ.

No comments:

Post a Comment