Ad

Ad

1 April 2015

ອີຊູຊຸນຳສະເໜີລົດຮຸ່ນໃໝ່ອີຊູຊຸ mu-x



ໃນລະຫວ່າງວັນທີ 28 - 30 ມີນານີ້, ຄະນະຜູ້ບໍລິຫານບໍລິສັດຕົວ ແທນຈຳໜ່າຍລົດອີຊູຊຸປະເທດລາວ, ໄດ້ ເດີນທາງໄປຮ່ວມງານອີຊູຊຸດີແມັກໂຊ. ຢູູ່ບໍລິສັດອີຊູຊຸແຂວງລະຢອງ ປະເທດໄທ ຊຶ່ງເປັນການນຳສະ ເໜີລົດຮຸນໃໝ່ອີ ຊູຊຸ mu-x ແລະ ຂອບໃຈລູກຄ້າທີ່ໃຊ້ລົດຍີ່ຫໍ້ດັ່ງກ່າວ, ໂດຍມີຜູ້ບໍລິຫານບໍລິ ສັດອີຊູຊຸປະເທດຍີ່ ປຸ່ນ, ໄທ, ພ້ອມຕົວ ແທນຈຳໜ່າຍຈາກປະເທດກຳປູເຈຍ, ມີສື່ມວນຊົນຈາກລາວ, ກຳປູເຈຍ, ພ້ອມດ້ວຍລູກຄ້າຂອງອີຊູຊຸເຂົ້າຮ່ວມເປັນ ຈຳນວນຫຼາຍ.
ໃນງານທ່ານ ເອັສ ຄາກາວະ ກຳມະການຜູ້ຈັດການບໍລິສັດທຣີເພັດ ອີຊູຊຸ ກ່າວວ່າ: ອີຊູຊຸດີແມັກ ແລະ ອີຊູຊຸ mu-x ແມ່ນໄດ້ວາງຈຳໜ່າຍມາໄດ້ໜຶ່ງປີແລ້ວນັ້ນ, ເປັນລົດຍົນທີ່ສົມບູນແບບທັນສະໄໝດ້ວຍເທັກໂນໂລ ຊີ, ການ ອອກແບບ ທີ່ສວຍງາມ ແລະ ການປະຢັດນຳ້ມັນເປັນເລີດ, ໂດຍສະເພາະອີຊູຊຸ mu-x ຊຶ່ງເປັນລົດຮຸ່ນໃໝ່ທີ່ໄດ້ພັດ ທະນາໃຫ້ເປັນ ລົດອາເນກປະສົງຂອງການເດີນທາງໃນຕົວເມືອງຫຼືເດີນທາງໃກ້ ແລະ ຈາກນີ້ໄປອີຊູຊຸຈະໃຫ້ຄວາມສຳຄັນ ທາງດ້ານການຂາຍ ແລະ ບໍລິການຫຼັງການຂາຍຢ່າງຕໍ່ເນື່ອງເພື່ອເພີ່ມລະດັບ ຄວາມພໍໃຈຂອງຜູ້ຊົມໃຊ້ລົດອີຊູຊຸ, ໃນໂອ ກາດນີ້ບໍລິສັດອີ
ຊູຊຸຂໍນຳສະໜີລົດຮຸ່ນໃໝ່ອີຊູຊຸ D-MAX ແລະ ອີຊູຊຸ mu-x  , ໂດຍສະເພາະແມ່ນອີຊູຊຸ mu-x ເປັນລົດຈິບແບບ ສະປອດ, ມີຄວາມທັນສະໄໝ, ສວຍງານ, ແຂງແກ່ນທົນທົນ, ປອດໄພທຸກການຂັບຂີ່, ຕອບສະໜອງ ທຸກຄວາມ ຕ້ອງການຂອງຜູ້ຊົມໃຊ້, ເປັນລົດຂັບເຄື່ອນດ້ວຍລະບົບ 4 ລໍ້ 7 ບ່ອນນັ່ງ, ເໝາະສຳລັບຄອບຄົວ, ມີຄວາມ ກວ້າງຂວາງ, ສິ່ງອຳນວຍຄວາມສະດວກຄົບຊຸດ, ບໍ່ວ່າຈະເປັນກ້ອງຊ່ວຍຖອຍຫຼັງ, ຈໍສຳຜັດ ແລະ ລະບົບເຄື່ອງສຽງ ອື່ນໆ, ເປັນລົດທີ່ຜະລິດດ້ວຍມາດຕະຖານດຽວໃນທົ່ວໂລກ, ທີ່ມາພ້ອມກັບການຮັບປະກັນເຄື່ອງຈັກທີ່ເພີ່ມຄວາມແຮງ ດ້ວຍເທີໂບແປຜົນ, ທີ່ມີຄວາມ ແຕກຕ່າງຈາກລົດຍີ່ຫໍ້ອື່ນ ,ໂດຍສະເພາະແມ່ນຊ່ວງລ່າງແບບ coil sping ທັງ 4 ລໍ້ ແລະ ຊົກອັບ ທີ່ອອກ ແບບໃຫ້ມີຄວາມນຸ້ມຍິ່ງຂຶ້ນ, ລະບົບເບກສັ້ນກວ່າ, ປອດໄພສູງກວ່າ, ຊຶ່ງໄດ້ຮັບລາງວັນການ ອອກແບບທີ່ດີເລີດຈາກປະເທດຍີ່ປຸ່ນ ແລະ ປັດຈຸບັນລົດ ອີ ຊູຊຸ mu-x ມີຈຳໜ່າຍແລ້ວ, ທີ່ຕົວແທນຈຳໜ່າຍທົ່ວ ໂລກ.
ໂອກາດນີ້ຄະນະທີ່ເດີນທາງໄປຈາກລາວ ແລະ ກຳປູເຈຍຍັງໄດ້ຢ້ຽມຊົມໂຮງງານຜະລິດຂອງອີຊູຊຸ ຢູ່ແຂວງ ຊະເຊີງເຊົາ ປະເທດໄທນຳອີກ.

No comments:

Post a Comment