Ad

Ad

20 April 2015

ປວງຊົນລາວທັງຊາດສະຫລອງບຸນປີໃໝ່ລາວ ພສ 2558 ດ້ວຍບັນຍາກາດມ່ວນຊື່ນ

    ນັບແຕ່ວັນທີ 14 -16 ເມສາຜ່ານມານີ້, ເຊິ່ງເປັນໄລຍະສະເຫລີມສະຫລອງບຸນ ປີໃໝ່ລາວ, ເປັນບຸນປະເພນີປະຈຳ ຊາດ ເພື່ອສົ່ງທ້າຍປີເກົ່າປີມະເມຍ ພສ 2557 ແລະ ຕ້ອນຮັບປີໃໝ່ປີມະແມ ພສ 2558 ໃນໂອກາດນີ້, ປວງຊົນລາວ ທົ່ວທັງ ຊາດ, ໄດ້ພ້ອມພາກັນຈັດຕັ້ງສະເຫລີມສະຫລອງວັນບຸນ ສຳຄັນດັ່ງດ້ວຍບັນຍາ ກາດຟົດຟື້ນມ່ວນຊື່ນຕາມຮີດ ຄອງປະເພນີອັນດີງາມຂອງຊາດ.
     ສຳລັບໃນວັນທີ 14 ເມສາ 2015 ຊຶ່ງກົງກັບມື້ແຮມ 11 ຄ່ຳເດືອນ 5 ພສ 2558 ແມ່ນເປັນມື້ທຳອິດຂອງການສະ ຫລອງປີໃໝ່ລາວ, ເປັນມື້ສັງຂານລ່ວງ ແລະ ແຕ່ເວລາ 13:00 ໂມງຢູ່ຕາມວັດວາອາຣາມ ໄດ້ນຳເອົາພະພຸດທະຮູບລົງປະ ດິດສະຖານຢູ່ຫໍສົງເພື່ອໃຫ້ຊາວພຸດ ແລະ ປະຊາຊົນໄດ້ສຳມາຄາລະວະຫົດສົງເພື່ອ ເປັນສິລິ ມຸງຄຸນໃນໂອກາດປີໃໝ່ ລາວ, ສະເພາະຢູ່ນະຄອນຫລວງວຽງຈັນໃນມື້ດັ່ງກ່າວ, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ດຣ ສິນລະວົງ ຄຸດໄພ ທູນ, ພ້ອມດ້ວຍຄະນະນຳ ແລະ ມວນຊົນຊາວນະຄອນຫລວງວຽງຈັນ, ກໍໄດ້ຈັດພິທີແຮ່ນາງສັງຂານປະ
ຈຳປີ 2558 ເຊິ່ງນາງສັງຂານປີນີ້ມີນາມວ່າ: ຮາກສະເທວີ ທົງພາທຸຣັດ ຫັດດອກບົວຫລວງ, ອາພອນປະດັບດ້ວຍແກ້ວໂມລາ (ແກ້ວ ລາຍ), ພັກສາຫານໂລຫິດ(ກິນເລືອດ), ພະຫັດຂວາຖືຫອກສາມຫງ່າມ, ພະຫັດຊ້າຍຖືທະນູ ສະເດັດນອນຫລັບຕາ ມາເທິງຫລັງວະຣາຫະ(ໝູ) ເປັນພາຫະນະ, ໂດຍພິທີແຫ່ນາງສັງຂານເລີ່ມແຕ່ວັດອິນແປງໄປຕາມຖະໜົນເສດຖາທິ ລາດຫາໄຟແດງໂຮງໝໍມະໂຫສົດແລ້ວລ້ຽວອອກເສັ້ນທາງຟ້າງຸ່ມໄປຫາວົງວຽນປາກປ່າສັກແລ້ວກັບຄືນຫາວັດອິນແປງ. ໃນໂອກາດດັ່ງກ່າວທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນທັງເປັນປະທານຄະນະກຳມະການ
ຈັດງານສະເຫລີມສະຫລອງປີໃໝ່ລາວ ພສ 2558 ໄດ້ໃຫ້ຮູ້ວ່າ: ການສະຫລອງບຸນປີໃໝ່ລາວແມ່ນຮີດຄອງປະເພນີທີ່ ສືບທອດກັນມາແຕ່ບູຮານ, ເປັນການປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນາທຳອັນດີງາມຂອງຊາດໃຫ້ ຍືນຍົງ, ກ້າວໜ້າ ແລະ ມະຫາຊົນ. ສຳລັບປີນີ້ແມ່ນໄດ້ໃຫ້ມີການຈັດງານປະຕິມະກຳດິນຊາຍໂດຍການແກະສະຫລັກ ດິນຊາຍໃຫ້ເປັນຮູບຕ່າງໆທີ່ສ່ອງແສງໃຫ້ເຫັນລັກສະນະຊາດ ແລະ ອາຊຽນ, ຊຶ່ງເປັນຜົນງານຂອງນັກວິຈິດສີນຈາກກົມ ວິຈິດສິນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ແລະ ນັກວິຈິດສີນຈາກປະເທດໄທ, ເຊິ່ງ ນັບວ່າໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫລາຍສົມຄວນ.
    ສ່ວນຢູ່ແຂວງຫລວງພະບາງ, ເຊິ່ງເປັນແຂວງທີ່ມີນັກທ່ອງທ່ຽວໄປທ່ຽວຫລາຍໃນໄລຍະບຸນປີໃໝ່ລາວກໍນັບວ່າມີບັນ ຍາກາດຄືກຄື້ນມ່ວນຊື່ນຫລາຍ, ນອກຈາກມີການແຫ່ນາງສັງຂານແລ້ວ, ການໂລະລາດ (ການລົງຕະຫລາດນັດແບບ ມ່ວນຊົນ) ກໍມີນັກທ່ອງທ່ຽວ ແລະ ມວນຊົນຊາວຫລວງພະບາງເຂົ້າຮ່ວມເປັນຈຳນວນຫລາຍ, ຊຶ່ງຈັດຂຶ້ນໃນວັນທີ  14 ເມສາ, ໂດຍການເຂົ້າຮ່ວມເປີດພິທີຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ, ມີທ່ານ ດຣ ຄຳ ແພງ ໄຊສົມແພງ ເຈົ້າແຂວງຫລວງພະບາງ ແລະ ມີຜູ້ປະກອບຫົວໜ່ວຍຜະລິດນຳເອົາສີນຄ້າປະເພດຫັດຖະກຳ, ກະສິ ກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ ແລະ ອື່ນໆ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍເປັນຈຳ ນວນຫລາຍ. ນອກຈາກນີ້, ຢູ່ຫລາຍແຂວງກໍຍັງໄດ້ຈັດບາສີສູ່ຂວັນ, ຕົບພະທາດຊາຍ, ຈັດກິດຈະກຳແຂ່ງຂັນກິລາ ແລະ ສີລະປະ ໃນຕະຫລອດໄລຍະຂອງການສະຫລອງວັນບຸນດັ່ງກ່າວດ້ວຍບັນຍາກາດເບີກບານມ່ວນຊື່ນ.

No comments:

Post a Comment