Ad

Ad

21 April 2015

ພິທີ​ຕັນນໍ້າເຂົ້າອ່າງ​ເຂື່ອນ​ໄຟຟ້າ​ນ້ຳ​ຄານ 2



 ໃນວັນທີ 18 ເມສາ ທີ່ຜ່ານມານີ້ ຢູ່ທີ່ເມືອງຊຽງເງິນ ແຂວງຫຼວງພະບາງ ໄດ້ມີພິທີຕັນນໍ້າເຂົ້າອ່າງເຂື່ອນໄຟຟ້ານໍ້າຄານ 2 ຢ່າງເປັນທາງການ, ​ໂດຍ​ການເຂົ້າ ຮ່ວມຂອງ ທ່ານ ສົມ​ສະຫວາດ​ເລັ່ງສະຫວັດ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ ຮອງ​ນາ ຍົກລັດຖະມົນຕີຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ ຂົງ​ເຂດ​ການ​ຜະລິດ ​ແລະ ຈໍ​ລະ​ຈອນ,ທ່ານດຣ.ຄຳແພງໄຊສົມແພງກຳມະການສູນກາງພັກເລຂາ​ພັກ​ແຂວງເຈົ້າແຂວງຫຼວງພະບາງ,ທ່ານ ສຸ​ລິ​ວົງ ດາລາ​ວົງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ ວ່າການ​ກະຊວງ​ພະລັງງານ​ ແລະ ພ້ອມ​ດ້ວຍ ​ແຂກ​​ ​ແລະ ມວນ​ຊົນເຂົ້າຮ່ວມ​ເປ​ນັຈຳນວນ​ຫລາຍ. ​ໃນພິທີ ທ່ານອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຂື້ນລາຍງານການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 2 ແມ່ນໂຄງການ​ຫນຶ່ງ ​ຂອງ​ລັດຖະບານ ທີ່​ໄດ້ມອບ​ໃຫ້​ລັດ​ວິ​ສາ​ຫະກິດ​ໄຟຟ້າລາວ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ ​ແລະ ຄຸ້ມ​ຄອງ,ຊຶ່ງໂຄງການນີ້ໄດ້ຮັບເງິນກູ້ຈາກທະນາຄານ ເອັກຊິມແບ່ງ (EXIM BANK)ຂອງ ສ.ປ ຈີນ ໃນມູນຄ່າ308 ລ້ານ ໂດລາສະຫະລັດ ແລະ ມອບໃຫ້ບໍລິສັດ SINOHYDRO CORPORATION ສ.ປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງໃນໄລຍະ​
ເວລາ 54 ເດືອນ. ທີ່​ໄດ້​ສ້າງ​ເປັນ​ເຂື່ອນຫີນ​ແຂງອັດ​ແໜ້ນ ສາບ​ໜ້າ​ດ້ວຍ​ຄອນ​ກຣິດ,ເນື້ອ​ທີ​ອ່າງ​ໂຕ່ງ 5,16 ກິ​ໂລ​ແມັດ​ມົນທົນ (Km2)ສາມາດ​ກັກ​ເກັບ​ນ້ຳ​ໄດ້ 686 ລ້ານແມັດກ້ອນ,ມີກຳລັງຕິດຕັ້ງ 130 ເມກາວັດ, ແລ່ນດ້ວຍເຄື່ອງຈັກ 2 ເຄື່ອງ, ສາມາດຜະລິດພະລັງງານໄດ້ 558 GWh/ປີ. ​ແລະ​ ຄາດ​ວ່າອີກ 5 ​ເດື​ອນຂ້າງ​ໜ້າກໍ່​ຈະ​ສາມາດ​ຜະລິດກະ​ແສ​ໄຟ​ໄດ້​ຕາມ​ແຜນການ​ທີ່​ໄດ້​ວາງ​ໄວ້ເປັນຢ່າງ​ດີ ​ໂຄງການເຂື່ອນໄຟຟ້ານໍ້າຄານ 2 ເປັນອີກ​ຫນຶ່ງໂຄງການ ຫນຶ່ງ​ເພື່ອສາມາດ​ຕອບ​ສະໜອງ​ພະລັງງານ​ໄຟຟ້າ​ໃຫ້​ພາຍ​ໃນ​ປະ​ເທດ ​​ໂດຍສະເພາະເຂດ​ພາກ​ເໜືອຂອງ​ ລາວ ​ແລະ ​ຈະ​​ເປັນອ່າງ​ນ້ຳ​ໃຫຍ່ ອີກ 1 ​ແຫ່ງ ​ຊ່​ງສາມາດ​ພັດທະນາເປັນເຂດທ່ອງທຽ່ວ ແລະ ​​ບ່ອນທຳມາຫາກິນຂອງປະຊາຊົນໃນເຂດເມືອງຊຽງເງິນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງ​ເຂົ້າ​ເຈົ້າໃຫ້ດີຂື້ນ ​ແລະ ສາມາດລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

No comments:

Post a Comment