Ad

Ad

21 April 2015

ເຈົ້າແຂວງຫລວງນ້ຳທາ ໄດ້ຮັບນາມມະຍົດພົນລະເມືອງກິດຕິມະສັກຈາກນະຄອນຫລວງຮ່າໂນ້ຍສສຫວຽດ ນາມເປັນຜູ້ທຳອິດ



            ໃນວັນທີ 20 ເມສານີ້, ຢູ່ສະຖານເອກອັກຄະລັດຖະທູດ ສສ ຫວຽດ ນາມ ປະຈໍາລາວ, ໄດ້ມີພິທີມອບນາມມະຍົດພົນລະເມືອງກິດຕິມະສັກນະຄອນ ຫລວງຮ່າໂນ້ໃຫ້ແກ່ທ່ານ ດ.ຣ ພິມມະສອນ ເລືອງຄໍາມາເຈົ້າແຂວງຫລວງນ້ຳທາເປັນຜູ້ທຳອິດ, ໂດຍທ່ານໄດ້ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນານະຫລວງຮ່າໂນ້ຍຕະຫລອດໄລຍະ 60 ປີຜ່ານມາ, ໃຫ້ກຽດມອບໂດຍທ່ານ ຫງວຽນແມ້ງຮຸ່ງ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາວ , ມີທ່ານນາງ ດຣ ສູນທອນ ໄຊຍະຈັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ,ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ,ພ້ອມດ້ວຍພະນັກງານກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວກ່າວວ່າ: ​ ເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນປົດປ່ອຍນະຄອນຫລວງຮ່າໂນ້ຍ ແລະ ສະເຫລີມສະຫລອງ 15 ປີທີ່ຮ່າ​​ໂນ້ຍໄດ້ຮັບນາມມະຍົດຈາກອົງການອຸຍ ເນັສໂກ (Unesco) ເປັນນະຄອນເພື່ອສັນຕິພາບໃນວັນທີ 7 ຕຸລາ2014, ປະທານຄະນະກໍາມະການປະຊາຊົນຮ່າໂນ້ຍໄດ້ລົງນາມ
ໃນຂໍ້ຕົກລົງເລກທີ 5131QD-UBND ມອບນາມມະຍົດພົນລະເມືອງກິດຕິມະສັກຂອງນະຄອນຫລວງຮ່າໂນ້ຍໃຫ້ 12 ຄົນ, ໃນນັ້ນມີທ່ານ ດຣ. ພິມມະສອນ ເລືອງຄໍາມາ ເຊິ່ງເປັນບຸກຄົນຕ່າງປະເທດທີ່ມີຜົນງານດີເດັ່ນໃນການປະກອບສ່ວນ​​ເຂົ້າໃນການສ້າງສາ ​​ແລະ ພັດທະນານະຄອນຫລວງຮ່າໂນ້ຍ,​ ການເພີ່ມທະວີຄວາມສາມັກຄີມິດຕະພາບແລະ ການຮ່ວມມືລະຫວ່າງນະຄອນຫລວງຮ່າໂນ້ຍ ແລະ ນະຄອນຫລວງຕ່າງໆໃນໂລກເພື່ອເປົ້າ
ໝາຍແຫ່ງສັນຕິພາບ ,ການພັດທະນາ ແລະ ຄວາມກ້າວໜ້າຂອງສັງຄົມ, ​ ເວົ້າສະເພາະແມ່ນການເພີ່ມທະວີສາຍພົວພັນມິດຕະ ພາບ , ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງໃຫ້ມື້ນັບຈະເລີນງອກງາມຂຶ້ນເລື້ອຍໆ.

No comments:

Post a Comment