Ad

Ad

2 April 2015

ໄລຍະ​ນີ້ ສິນຄ້າບາງປະເພດມີ​ລາຄາ​ເພີ່ມ​ຂຶ້ນ



     ຕາມການລົງສຳພາດຊາວຄ້າຂາຍ ແລະ ຜູ້ບໍລິໂພກ ຢູ່ຕາມທ້ອງຕະຫລາດຕ່າງໆ ໃນນະຄອນຫລວງວຽງຈັນຄື ທົ່ງຂັນຄຳ, ໜອງ​ຈັນ ແລະ ຕະຫລອດຂົວດິນ ຂອງ ນັກຂ່າວພວກເຮົາໃນມື້ວານນີ້ຮູ້ວ່າ: ລາຄາສິນຄ້າບາງປະເພດ ມີທ່າອ່ຽງ ແພງຂຶ້ນ ເຊັ່ນ: ຊີ້ນງົວ, ຄວາຍ 75​-80 ພັນກີບ/ກິໂລ, ຊີ້ນໝູ 35-40 ພັນກີບ/ກິໂລ, ປານິນ 22 ພັນກີບ/ ກິໂລ, ປາ ດຸກນາ 70 ພັນກີບ/ກິໂລ, ປາຄໍ່ 60 ພັນກີບ/ກິໂລ, ປາ ດຸກພັນ 20 ພັນກີບ/ກິໂລ, ໄກ່ພັນ ປອກ 35 ພັນກີບ/ກິໂລ,  ເປັດປອກ 38 ພັນກີບ/ກິໂລ, ເຂົ້າສານໜຽວ 10 ພັນກີບ/ ກິໂລ, ເຂົ້າສານຈ້າວ 11 ພັນກີບ/ກິໂລ. ສ່ວນໝາກເພັດ 25-30 ພັນກີບ/ກິໂລ, ໝາກຖົ່ວ 10-12 ພັນ ກີບ/ກິໂລ, ໝາກແຕງ 4-6 ພັນ ກີບ/ກິໂລ, ຜັກ ຫອມ ແລະ ຜັກຊະນິດຕ່າງໆກໍສູງຂຶ້ນຄື: ຜັກກະລ່ຳ 4 ພັນກີບ/ກິໂລ, ຜັກບົ້ງ 6-8 ພັນກີບ/ກິໂລ,
ໝາກນາວ 15-20 ພັນກີບ/ກິໂລ, ຜັກກາດ 8-10 ພັນກີບ/ກິໂລ, ຜັກສະ ລັດ 13-15 ພັນກີບ/ກິໂລ, ໝາກເຂືອ 6-8 ພັນກີບ/ ກິໂລ, ຜັກບົວລະພາ, ຜັກອີ່ຕູ, ຜັກສະນາລີ້ ລາຄາ 10 ພັນກີບ/ກິໂລ,ຊຶ່ງອາດເນື່ອງມາຈາກການຕອບສະໜອງບໍ່ພຽງ ພໍກັບ ຄວາມຕ້ອງການຂອງຜູ້ບໍລິໂພກ, ໂດຍສະເພາະໃນໄລຍະນີ້ອາກາດຮ້ອນອົບເອົ້າຈຶ່ງເຮັດໃຫ້ພືດຜັກບາງປະ ເພດປູກບໍ່ໄດ້ຕາມ ມາດຕະຖານຂອງມັນ.
     ຕາມການຕີລາຄາຂອງນັກວິຊາການທີ່ກ່ຽວຂ້ອງໃຫ້ເຫດຜົນວ່າ: ສາເຫດຕົ້ນຕໍທີ່ພາໃຫ້ລາຄາພືດຜັກບາງປະເພດ ແພງຂຶ້ນ ກໍຍ້ອນວ່າ: ຢູ່ຕະຫລາດບ້ານເຮົາສ່ວນໃຫຍ່ແມ່ນຍັງເພິງພາການນຳເຂົ້າສິນຄ້ານັບແຕ່ໝາກໄມ້, ອາຫານທະ ເລ ແລະ ພືດຜັກຕ່າງໆຈາກຕ່າງປະເທດ, ຖ້າຂາດການນຳເຂົ້າສິນຄ້າ ປະເພດນີ້ ຈາກປະເທດໃກ້ຄຽງຈຶ່ງເຮັດໃຫ້ລາ ຄາມີການເໜັງຕີງ ແລະອີກດ້ານໜຶ່ງກໍເປັນການກັກຕູນສິນຄ້າໄວ້ຂາຍໃນໄລຍະບຸນປີໃໝ່ທີ່ຈະມາເຖິງນີ້.
     ເຖິງຢ່າງໃດກໍດີສຳລັບທາງອອກໃນການແກ້ໄຂບັນຫາລາຄາພືດຜັກແພງກ່ອນອື່ນໝົດອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງຕ້ອງໄດ້ປຸກລະດົມຊາວສວນໃຫ້ເອົາໃຈໃສ່ຕໍ່ການປູກພືດລະດູແລ້ງ ແລະ ໃຫ້ຖືເປັນອາຊີບຕົ້ນ ຕໍ, ເພື່ອເຮັດໃຫ້ໜ້າທີ່ປຸກລະດົມ ແລະ ຕອບສະໜອງປັດໃຈສົ່ງເສີມການຜະລິດໃຫ້ພຽງພໍເຊັ່ນ ເຄື່ອງມືການຜະລິດ, ຢາປາບສັດຕູພືດ ແລະ ສິ່ງສຳຄັນອື່ນໆ ເພື່ອສ້າງແຮງຈູງໃຈໃຫ້ຜູ້ຜະລິດນັບມື້ຫລາຍຂຶ້ນ.

No comments:

Post a Comment