Ad

Ad

2 April 2015

ສານປະຊາຊົນແຂວງຄຳມ່ວນ ຕັດສິນຜູ້ຄ້າຢາເສບຕິດຈຳຄຸກ 5 ປີ



ຂ່າວ-ພາບ ໜັງສືພິມ ປກສ
     ເມື່ອອາທິດຜ່ານມາ, ສານປະຊາຊົນແຂວງຄຳມ່ວນ ໄດ້ຕັດສິນລົງໂທດ  ທ້າວ ພວງໄຊ ວິໄລຫົງ ອາຍຸ 28 ປີ ຢູ່ບ້ານນາບົງ ເມືອງທ່າແຂກ ແຂວງຄຳມ່ວນ ຈຳຄຸກ 5 ປີ ພ້ອມປັບໃໝ 10 ລ້ານກີບ ໃນຂໍ້ຫາຄ້າຂາຍຢາເສບຕິດ ເຊິ່ງຖືກເຈົ້າໜ້າທີ່ ຈັບຕົວໄດ້ເມື່ອວັນທີ 11 ກໍລະກົດ 2014 ຜ່ານມາ, ພ້ອມຂອງກາງຢາບ້າຈຳນວນ 8 ເມັດທີ່ຊຸກເຊື່ອງໄວ້ໃນເຮືອນ.
     ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ພວງໄຊ ວິໄລຫົງ ເລີ່ມເສບ ແລະ ຄ້າຂາຍຢາບ້າມາ ແຕ່ເດືອນກັນຍາ 2013, ໂດຍຜູ້ກ່ຽວໄດ້ຊື້ຢາ​ບ້ານຳໄວໜຸ່ມເຂດບ້ານຈອມທອງ  ເມືອງທ່າແຂກ ແຂວງຄຳມ່ວນ ຄັ້ງລະ 25-30 ເມັດ, ເພື່ອມາ ຂາຍ ແລະ ເສບ ຜ່ານມາຜູ້ກ່ຽວເຄີຍຖືກເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ຈັບຕົວມາແລ້ວ 1 ຄັ້ງ  ໃນຂໍ້ ຫາມົ້ວສຸມຢາເສບຕິດ ແລະ ຈຳຄຸກ ເປັນເວລາ 3 ເດືອນ ແລະ ຜູ້ປົກຄອງ ໄດ້ປະກັນຕົວອອກມາ ໃນເດືອນກໍລະກົດ 2003, ແຕ່ຜູ້ກ່ຽວກໍກັບມາເສບ ແລະ ຄ້າຢາເສບຕິດອີກຄັ້ງ ຈຶ່ງກໍຖືກເຈົ້າໜ້າ ທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
     ຂ່າວໃຫ້ຮູ້ຕື່ມວ່າ ເມື່ອທ້າຍອາທິດຜ່ານມາສານປະຊາຊົນນະຄອນຫລວງວຽງຈັນໄດ້ຕັດສິນລົງໂທດທ້າວ ວິໄຊ ຫລື ຕຸ້ຍ ອາຍຸ 36 ປີ, ຢູ່ບ້ານບໍ່ນາງົວ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໃຫ້ຈຳຄຸກ 5 ປີ ພ້ອມປັບໃໝ 10 ລ້ານກີບ. ໃນຂໍ້ຫາເສບ ແລະ ຄ້າຂ້າຍຢາເສບຕິດ, ເຊິ່ງຖືກກັກຕົວໄດ້ເມື່ອວັນທີ 26 ມີນາ 2014 ຜ່ານມາ, ພ້ອມຂອງກາງຢາບ້ານ ຈຳນວນ 35 ເມັດ ທີ່ຊຸກເຊື່ອງໄວ້ໃນເຮືອນເພື່ອນຳມາດຳເນີນຄະດີຕາມກົດໝາຍ.

No comments:

Post a Comment