Ad

Ad

27 April 2015

ລາວ-ໄທແລກປ່ຽນບົດຮຽນວຽກງານຂໍ້ມູນຂ່າວສານສີນເຊື່ອ



ກົມໄອທີ (IT) ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດເຄຣດິດແຫ່ງຊາດ ຈຳ ກັດປະເທດໄທ, ໄດ້ຈັດສຳ ມະນາຫົວຂໍ້ “ຄວາມຮູ້ກ່ຽວກັບການສ້າງຕັ້ງ ແລະ ການດຳເນີນວຽກງານຂໍ້ມູນຂ່າວສານ(Credit Bureau)” ຂຶ້ນໃນວັນທີ 24 ເມສາຜ່ານມາ, ຢູ່ທະນາຄານແຫ່ງ ສປປ ລາວ, ໂດຍການເປັນປະທານຂອງທ່ານ ພານທອງ ກອງວົງສາ ຮັກສາການຫົວ ໜ້າກົມໄອທີ, ມີພະນັກງານວິຊາການ ມາຈາກທະນາຄານທຸລະກິດຂອງລັດ, ເອກະຊົນ ແລະ ສະຖາບັນການເງິນເຂົ້າຮ່ວມ ເປັນຈຳນວນຫລາຍ ແລະ ບັນລະຍາຍໂດຍທ່ານ ສຸລະພົນ ໂອພາດສະກຸນອຳນວຍ ການບໍລິສັດຂໍ້ມູນເຄຼດິດແຫ່ງຊາດຈຳ ກັດ.
     ທ່ານຮັກສາການຫົວໜ້າກົມໄອທີ ກ່າວວ່າ: ວຽກງານຂໍ້ມູນຂ່າວສານສີນເຊື່ອແມ່ນມີຄວາມສຳຄັນຈຳເປັນໃນການສ້າງ ຄວາມໝັ້ນຄົງເຂັ້ມແຂງໃຫ້ແກ່ທະນາຄານທຸລະກິດ ແລະ ສະຖາບັນການເງິນມີຄວາມເຕີບໃຫຍ່ຂະຫຍາຍຕົວໃນດ້ານປະ ລິມານ ແລະ ຄຸນນະພາບສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້, ທັງເປັນການສ້າງຂີດຄວາມສາມາດໃຫ້ແກ່

ວຽກ ງານຄຸ້ມຄອງຂໍ້ມູນຂ່າວສານສີນເຊື່ອໃຫ້ໄດ້ຮັບຜົນດີ ແລະ ສາມາດສະໜອງຂໍ້ມູນສີນເຊື່ອໃຫ້ແກ່ທະນາຄານທຸລະກິດ ແລະ ສະຖາບັນການເງິນນຳໃຊ້ເຂົ້າໃນການພິຈາລະນາອະນຸມັດສີນເຊື່ອໃຫ້ແກ່ບຸກຄົນ, ນິຕິບຸກຄົນທີ່ສະເໜີຂໍສີນເຊື່ອ ແລະ ຈຳກັດຄວາມສ່ຽງດ້ານສີນເຊື່ອຂອງທະນາຄານເຊັ່ນ: ຫລຸດຕົ້ນທຶນໃນການຊອກຫາຂໍ້ມູນ, ປະຫວັດການກູ້ຢືມ ຂອງລູກຄ້າ, ການຊຳລະໜີ້ຂອງລູກຄ້າ, ການຈັດຊື້ໜີ້, ຫລັກຊັບຄ້ຳປະກັນ ແລະ ຂໍ້ມູນອື່ນໆ, ເຊິ່ງຈະໄດ້ລວມສູນຢູ່ບ່ອນ ດຽວ ແລະ ເປັນມາດຕະຖານດຽວ ແລະ ວຽກງານດັ່ງກ່າວນີ້, ພວມຈະເລີ່ມຈັດຕັ້ງປະຕິບັດຢູ່ປະເທດເຮົາໃນອີກບໍ່ດົນນີ້.

No comments:

Post a Comment