Ad

Ad

20 April 2015

ທ່ານຮອງ​ນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງຫົວໜ້າກົມ​ການບິນ​ພົນລະ​ເຮືອນ​ຈີນ



        ໃນ​ວັນ​ທີ 9 ເມສາຜ່ານມາ, ຢູ່​ຫ້ອງ​ວ່າການ​ລັດຖະບານ, ທ່ານ ສົມ​ສະ ຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກງານ​ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ​ໄດ້​ໃຫ້ກຽດຕ້ອນຮັບການ​ເຂົ້າຢ້ຽມຄຳນັບ​ຂອງທ່ານ ລີ​ຈ້ຽນ ຫົວໜ້າກົມ​ການບິນ​ພົນລະ​ເຮືອນ ສປ ຈີນ​ ແລະ ຄະນະ,​ ໃນ​ໂອກາດ​ທີ່​ເດີນທາງ​ມາ​ເຄື່ອນ​ໄຫວ​ເຮັດ​ວຽກ ​ແລະ ຢ້ຽມຢາມ​ລາວ. ໃນໂອກາດນີ້,​​ ທ່ານຮອງນາຍົກລັດ ຖະມົນຕີ ໄດ້​ຕີ​ລາຄາ​ສູງຕໍ່ການ​ເດີນທາງ​ມາ​ເຮັດ​ວຽກຂອງ​ຄະນະ​ຜູ້​ແທນກົມ​ການບິນ​ພົນລະ​ເຮືອນຈີນ​ໃນ​ເທື່ອ​ນີ້. ອັນເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຍຸດທະສາດຂອງສອງປະເທດກໍຄືສອງກົມການບິນລາວ-ຈີນໂດຍສະເພາະການທີ່ຈະຊື້ເຮືອບິນມາດຕະຖານຈາກ ສປ ຈີນ ເພື່ອນຳມາບໍລິການຢູ່ລາວ ​ແລະ ການ​ບໍລິການຫລັງການ​ຂາຍ​ເພື່ອ​ພ້ອມ​ກັນ​ສ້າງ​ໃຫ້​ເປັນ​ມາດຕະຖານ​ໃໝ່ທີ່​ມີ​ຊື່ສຽງ​ ແລະ ສາກົນ​ໃຫ້ການ​ຍອມຮັບ, ອີກດ້ານໜຶ່ງ​ໃນ​ເງື່ອນ​ໄຂ​ຂອງ​ການ​ເຊື່ອມ​ໂຍງທັງ​ໃນ​ພາກພື້ນ ​ແລະ ສາກົນພວກ​ເຮົາ​ຍິ່ງ​ຕ້ອງ​ໄດ້​ມີ​ ການ​ຮ່ວມ​ມື​ກັນ​ຢ່າງ​ສະໜິດ​ແໜ້ນ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ການ​ໄປມາຫາສູ່​ກັນ​ມີ​ຄວາມ​ຄ່ອງ​ຕົວ​ຂຶ້ນ ​ແລະ ​ເຮັດ​
ໃຫ້ການ​ພັດທະນາ​ເສດຖະກິດ-ສັງຄົມມີ​ການ​ຂະຫຍາຍຕົວ​ຂຶ້ນ​ເປັນ​ກ້າວໆ. ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີກໍໄດ້​ສະ​ແດງ​ຄວາມ​ຫວັງ​ວ່າກົມ​ການບິນ​ພົນລະ​ເຮືອນຈີນຈະ​ໃຫ້ການ​ຊ່ວຍ​ເຫລືອຝ່າຍ​ລາວ​ຢ່າງ​ຕັ້ງໜ້າທັງ​ການ​ພັດທະນາ​ຊັບພະຍາ ກອນ​ມະນຸດກໍຄື​ການ​ຮ່ວມ​ມື​ຊ່ວຍ​ເຫລືອດ້ານ​ອື່ນໆຂອງກົມ​ການບິນ​ພົນລະ​ເຮືອນລາວ​ໃຫ້​ໄດ້​ຮັບ​ກາພັດທະ ນາ​ຂຶ້ນ​ໄປ​ເລື້ອຍໆ.
ທ່ານ ລີ​ຈ້ຽນ ຕາງໜ້າ​ຄະນະກົມ​ການບິນ​ພົນລະ​ເຮືອນ ສປ ຈີນ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ຮອງ​ນາຍົກ​ທີ່​ໃຫ້​ກຽດ​ຕ້​ອນຮັບ​ໃນ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຄັ້ງ​ນີ້ພ້ອມ​ທັງ​ໄດ້​ແຈ້ງ​ຈຸດປະສົງ​ຂອງ​ການ​ຢ້ຽ​ມຢາມ​ ແລະ ຜົນ​ການ​ພົບ​ປະ​ສອງ​ຝ່າຍໃຫ້​ທ່ານ​ຮອງ​ນາຍົກ​ຊາບ.

No comments:

Post a Comment