Ad

Ad

9 April 2015

ປີໃໝ່ນີ້ຈົ່ງພ້ອມກັນປະຕິບັດລະບຽບຢ່າງເຂັ້ມງວດ



    ຄືດັ່ງພວກເຮົາຮູ້ນຳກັນວ່າບຸນປີໃໝ່ລາວ ພສ 2558 ໄດ້ໝູນວຽນມາບັນ ຈົບຄົບຮອບອີກວາລະໜຶ່ງ, ເຊິ່ງໃນແຕ່ລະປີປະຊາຊົນລາວໃນທົ່ວປະເທດ ຕ່າງກໍພ້ອມພາກັນສະຫລອງ ບຸນດັ່ງກ່າວດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ຕາມຮີດຄອງປະເພນີອັນ ດີງາມຂອງຊາດ, ສຳລັບປີນີ້ປະກົດວ່າຈະພິເສດ ກວ່າທຸກປີ, ເນື່ອງຈາກວ່າລັດຖະບານ ອອກແຈ້ງການພັກລັດຖະການຫລາຍ ວັນຄືນັບແຕ່ວັນທີ 14 - 17 ເມສາ ແລະ ຕໍ່ໃສ່ພັກວັນປົກກະຕິຄືວັນເສົາ ແລະ ອາທິດ, ຈຶ່ງເຮັດໃຫ້ມື້ພັກວຽກງານໃນໂອກາດບຸນດັ່ງກ່າວນີ້ແກ່ຍາວຫລາຍວັນ,ເຊິ່ງເປັນເງື່ອນໄຂເໝາະ ສົມໃຫ້ຜູ້ທີ່ ຕ້ອງການໄປທ່ອງທ່ຽວຢູ່ຕ່າງແຂວງ ຫລື ໄປຢາມຍາດພີ່ນ້ອງໃນທ້ອງຖິ່ນຕ່າງໆ, ຊຶ່ງອາດມີບາງຄົນ, ບາງຄອບຄົວ ຕ້ອງປະເຮືອນຊານຫລາຍວັນ, ອັນເປັນຊ່ອງຫວ່າງພາໃຫ້ເກີດອັກຄີໄພ ແລະ ຄົນບໍ່ດີສວຍໂອກາດກໍ່ ອາດສະຍາກຳ ເຊັ່ນ: ປຸ້ນຈີ້, ຊິງຊັບ, ຂີ້ລັກງັດແງະຕ່າງໆ, ດັ່ງນັ້ນ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດ ແລະ ຊັບສີນໃນໄລ ຍະບຸນປີໃໝ່ລາວນີ້, ກ່ອນອື່ນໝົດພວກເຮົາຕ້ອງພ້ອມກັນປະຕິບັດຄຳສັ່ງ, ລະບຽບ ແລະ ແຈ້ງການ ຂອງອຳນາດ
ການປົກຄອງ ແລະ ເຈົ້າໜ້າທີ່ກ່ຽວກັບການສະຫລອງປີໃໝ່ຢ່າງເຂັ້ມງວດ, ສິ່ງສຳຄັນແມ່ນຕ້ອງຍົກ ສູງສະຕິລະ ວັງຕົວປົກປັກຮັກສາຊັບສົມບັດຂອງຕົນໃຫ້ດີ, ກ່ອນອອກຈາກເຮືອນຊານບ້ານຊ່ອງຕ້ອງອັດປະຕູ ໃຫ້ແໜ້ນໜາ ດີພ້ອມແຈ້ງເຈົ້າໜ້າທີ່ຢູ່ໃກ້ບ້ານຊ່ວຍສອດສ່ອງຕິດຕາມ, ການໃຊ້ລົດໃຊ້ຖະໜົນຕ້ອງມີສະຕິເຄົາລົບ ແລະ ປະຕິບັດ ຕາມກົດຈາລະຈອນຢ່າງເຂັ້ມງວດ, ມີມາລະຍາດ, ຮູ້ໃຫ້ກຽດ, ອະໄພເຊິ່ງກັນ ແລະ ກັນ ເພື່ອຫລີກ ລ້ຽງການເກີດອຸປະຕິເຫດບົນທ້ອງຖະໜົນ, ສ່ວນການຫລິ້ນກິນກໍໃຫ້ຢູ່ບົນຈິດໃຈປະຢັດມັດທະຍັດ, ບໍ່ຟູມເຟືອຍ, ການຫລີ້ນນ້ຳຫົດສົງກັນກໍໃຫ້ໃຊ້ນ້ຳທີ່ສະອາດ, ບໍ່ຄວນເອົານ້ຳເປື້ອນ, ນ້ຳກ້ອນແກວ່ງໃສ່ກັນ, ສຳລັບການ ນຸ່ງຖືກໍ ໃຫ້ມີຄວາມຈົບງາມ, ໂດຍສະເພາະແມ່ຍິງບໍ່ຄວນແຕ່ງກາຍນຸ່ງຖືລັກສະນະຍົ້ວຍວນ, ສັ້ນເຂີນ ແລະ ປະພຶດຕົວ ແບບລາມົກອານາຈານຕ່າງໆ, ຊຶ່ງຖ້າພວກເຮົາສາມາດພ້ອມກັນປະຕິບັດລະບຽບໄດ້ຄືແນວນີ້, ກໍຮັບປະກັນວ່າການ ສະເຫລີມສະຫລອງບຸນປີໃໝ່ລາວປີນີ້ຈະມີແຕ່ຄວາມມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດ ໄພ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາໄວ້ໄດ້.

No comments:

Post a Comment