Ad

Ad

4 May 2015

ຍ່າງເພື່ອສຸຂະພາບສະຫລອງວັນກໍາມະກອນສາກົນ1 ພຶດສະພາ



ສູນກາງສະຫະພັນກຳມະບານລາວ, ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບສະ ເຫລີມ ສະຫລອງວັນກຳມະ ກອນສາກົນຄົບຮອບ129 ປີ​ໃນຕອນເຊົ້າວັນທີ 1 ພຶດສະພານີ້, ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ຄຳຫລ້າ ລໍລອນສີ ປະທານສູນກາງສະຫະພັນກຳມະບານລາວ, ມີບັນດາການ ນຳຂັ້ນສູງພັກ-ລັດ, ອົງການ ຈັດຕັ້ງທາງສັງຄົມ ແລະ ມວນຊົນຊາວນະຄອນຫລວງ ວຽງຈັນເຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ ກ່າວວ່າ: ວັນທີ 1 ພຶດສະພາເປັນວັນກຳມະ ກອນສາກົນທີ່ໄດ້ໝູນວຽນມາອີກວາລະໜຶ່ງ, ເຊິ່ງປີນີ້ຄົບຮອບ 129 ປີ, ເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງສຳລັບ ຊົນຊັ້ນກຳມະກອນໃນທົ່ວໂລກເພາະເປັນມື້ແຫ່ງການເຕົ້າໂຮມພະລັງຂອງຊົນຊັ້ນກຳມະກອນຕໍ່ສູ້ກັບຊົນຊັ້ນນາຍທຶນເພື່ອທວງເອົາຜົນປະໂຫຍດອັນຊອບທຳຂອງຕົນຢູ່ໃນທົ່ວໂລກ, ເຊິ່ງໃນປີ1764 ໄດ້ເກີດມີຂະບວນຕໍ່ສູ້ອັນດຸເດືອດຂອງກຳມະກອນຢູ່ປະເທດອັງກິດເພື່ອທວງເອົາຜົນປະໂຫຍດ, ຄ່າແຮງງານ
ຫລື ເງິນເດືອນທີ່ບໍ່ໄດ້ຮັບຄວາມເອົາໃຈໃສ່ດ້ານສະຫວັດດີການສັງຄົມແຕ່ຢ່າງໃດ, ເຮັດໃຫ້ຊີວິດການເປັນຢູ່ຂອງກຳມະ ກອນ ມີຄວາມຫຍຸ້ງ ຍາກລຳບາກ, ຂະບວນລຸກຮືຂຶ້ນຂອງກຳມະກອນໄດ້ແຜ່ລາມເປັນບໍລິເວນກວ້າງໄປທົ່ວໂລກ. ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີຂະບວນນັດຢຸດງານຄັ້ງໃຫຍ່ຂອງກຳມະກອນໃນໂຮງຈັກ, ໂຮງງານຈຳນວນ 5 ພັນກວ່າແຫ່ງໃນອາ ເມຣິກາ, ໂດຍໄດ້ທວງໃຫ້ນາຍທຶນຕ້ອງຍອມຫລຸດຜ່ອນເວລາເຮັດວຽກມື້ໜຶ່ງບໍ່ໃຫ້ເກີນ 8 ຊົ່ວໂມງ,  8 ຊົ່ວ ໂມງໃຫ້ໄດ້ ພັກຜ່ອນ ແລະ 8 ຊົ່ວໂມງໃຫ້ໄດ້ມີໂອກາດຮໍ່າຮຽນ, ທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ເອົາໃຈໃສ່ເບິ່ງແຍງຊີວິດການເປັນ ຢູ່ຂອງກຳມະກອນ. ຈາກສະພາບການຄືແນວນັ້ນ, ໃນວັນທີ14 ພຶດສະພາ 1889 ກອງປະຊຸມໃຫຍ່ຄອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີປະເທດຝຣັ່ງໄດ້ຕົກລົງຮັບຮອງເອົາວັນທີ 1 ພຶດສະພາໃຫ້ກາຍເປັນບຸນປາງໃຫ່ຍອັນສຳຄັນ ຂອງຊົນຊັ້ນກຳມະ ກອນໃນທົ່ວໂລກ ແລະ ໄດ້ມີການສະຫລອງເປັນປະຈຳທຸກໆປີ.

No comments:

Post a Comment