Ad

Ad

4 May 2015

ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໃຫ້​ກຽດ​ເຂົ້າ​ຮ່ວມພິທີຍົກຍອດຊໍ່ຟ້າພິພິທະພັນຫໍພະແກ້ວ



     ໃນຕອນເຊົ້າວັນທີ 2 ພຶດສະພານີ້, ກົງກັບວັນຂຶ້ນ 15 ຄ່ຳເດືອນ 6, ໄດ້ມີພິທີ ຍົກຍອດຊໍ່ຟ້າ ພິພິທະພັນ ຫໍພະ ແກ້ວ ຢູ່ນະຄອນຫລວງວຽງຈັນ, ພາຍໃຕ້ໂຄງ ການບູລະນະປະຕິສັງຂອນພິພິທະພັນຫໍພະແກ້ວ ຄັ້ງທີ III, ໂດຍການໃຫ້ກຽດເ ຂົ້າຮ່ວມເປັນປະທານຂອງ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ພ້ອມ ດ້ວຍການນຳຂັ້ນສູງພັກ-ລັດ ຕະຫລອດເຖິງບັນດາພະເທລາ, ນຸເທຣະ, ບັນດາ ຊາວພຸດ ແລະ ມວນຊົນນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
     ໂຄງການບູລະນະປະຕິສັງຂອນພິພິທະພັນຫໍພະແກ້ວ ຄັ້ງທີ III, ໄລຍະສ້ອມແປງຄັ້ງທີ I ໄດ້ ເລີ່ມຕົ້ນດຳເນີນມາ ນັບແຕ່ມື້ເປີດພິທີຢ່າງເປັນທາງການໃນວັນທີ 5-6 ມັງກອນ 2015, ໂດຍພາຍໃຕ້ການຊີ້ນຳຢ່າງໄກ້ຊິດຂອງທ່ານປະທານຄະ ນະຊີ້ນຳລະດັບຊາດພ້ອມດ້ວຍຄະນະ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງຄະນະຮັບຜິດຊອບໂຄງການ ແລະ ຜູ້ອຳນວຍການບໍລິສັດມີພູນຊັບ, ພ້ອມດ້ວຍຄະນະ ແລະ ທີມງານຈຶ່ງເຮັດໃຫ້ແຜນວຽກທີ່ວາງໄວ້ບັນລຸຜົນຕາມຄາດໝາຍ ເຊັ່ນ: ການຄາດຫ້າງເພື່ອຮື້ມ້າງຫລັງຄາ ແລະ ເພດານແມ່ນສຳເລັດໃນເດືອນມັງກອນ 2015; ການກະກຽມວັດຖຸເພື່ອຕອບ
ສະໜອງວຽກຫລັງຄາ ແລະ ເພດານແມ່ນກຽມພ້ອມມາແຕ່ເດືອນມັງກອນ 2015; ວຽກມຸງຫລັງຄາ, ເພດານພ້ອມຕິດຕັ້ງ ໄດ້ສຳໃນເບື້ອງເທີງສຸດທັງສອງຝາກບໍລິເວນຍອດຊໍ່ຟ້າ; ໄດ້ຕິດຕັ້ງ ຄືນໃໝ່ດອກວັນແລນນ້ອຍ, ໂງ່ນາກໃຫຍ່, ນາກນ້ອຍ, ອານມ້າ, ຍອດຊໍ່ຟ້າ; ສຳເລັດການສ້າງໂຄງການກ່ອງອ້ອມພະດ້ານໃນ ແລະ ດ້ານນອກພ້ອມທັງບັນທຶກຂຶ້ນບັນຊີ; ສຳເລັດ ການສ້າງເສດຕະສັດ 17 ຍອດທີ່ໂອບດ້ວຍຄຳ.
     ພິທີອັນເປັນສິລິມົງຄຸນການຍົກຍອດຊໍ່ຟ້າໃນຄັ້ງນີ້ ໄດ້ເລີ່ມຂຶ້ນໂດຍການແຫ່ຍອດຊໍ່ຟ້າໃຫຍ່ອ້ອມຫໍພະແກ້ວ 3 ຮອບ, ນຳພາໂດຍພະສົງ 9 ອົງ, ເຊິ່ງມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ທ່ານ ດຣ. ພັນຄຳ ວິພາວັນ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ແລະ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ດຣ. ສິນລະວົງ ຄຸດໄພທູນ, ໄດ້ໂຈມຍອດຊໍ່ຟ້າໃຫຍ່ 3 ຊໍ່, ທີ່ ຫລໍ່ດ້ວຍຄຳ ເພື່ອນຳຂຶ້ນສູ່ການປະດິດສະຖານຢູ່ເທິງຫລັງຄາຫໍພະແກ້ວ ຢ່າງສະຫງ່າ. ພາຍຫລັງການຍົກຍອດຊໍ່ຟ້າ ໄດ້ສຳເລັດລົງແລ້ວນັ້ນ, ແຕ່ໂຄງການບູລະນະ ປະຕິສັງຂອນ ພິພິທະພັນດັ່ງກ່າວຍັງຈະໄດ້ສືບຕໍ່ຈົນກວ່າຈະສຳເລັດເປັນຕົ້ນ: ວຽກງານຫລັງຄາ; ວຽກງານແກະສະລັກໄມ້ບານປະຕູ, ປ່ອງຢ້ຽມ ແລະ ຕິດຕັ້ງ; ຮື້ ແລະ ປູກາໂລຖານ, ຂັດອະນາໄມພື້ນຮອບຖານ; ສ້ອມແປງຄືນລາຍປູນປັ້ນຊຸ້ມປ່ອງຢ້ຽມ ແລະ ແອວຂັ້ນລຸ່ມຝາອ້ອມ; ສ້ອມແປງຈຸດແຕກຕາມເສົາ ແລະ ຕາມຝາ; ຕິດຄຳປີວປະຕູກາງ, ປະຕູທາງເຂົ້າ-ອອກ, ແອວຂັນ, ປ່ອງຢ້ຽມ; ສ້າງແທ່ນປະດິດສະຖານພະແກ້ວມໍລະກົດຈຳລອງ, ເຊິ່ງວຽກທັງໝົດເຫລົ່ານັ້ນ ຈະໃຫ້ສຳເລັດໃນເດືອນທັນວາ 2015ນີ້, ເຊິ່ງມາຮອດປັດຈຸບັນ ໄດ້ໃຊ້ງົບປະມານໃນການປະຕິສັງຂອນພິພິທະພັນຫໍພະແກ້ວ ລວມເປັນເງິນທັງໝົດປະມານ 1 ຕື້ກວ່າກີບ, 2 ​ແສນກວ່າບາດ(ສະກຸນເງິນໄທ) ​ແລະ 15 ພັນກວ່າໂດລາສະຫະລັດ, ຄຳໜັກ 3 ກິໂລກຣາມ.

No comments:

Post a Comment