Ad

Ad

5 May 2015

ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນໄດ້​ກາຍ​ເປັນ​ກະ​ແສ​ລາຍ​ວັນ



     ເຈົ້າໜ້າທີ່ກອງຄະດີ ພະແນກຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 15:30 ໂມງຂອງວັນທີ 1 ພຶດສະພານີ້, ຢູ່ຖະໜົນເລກທີ 11, ເຂດບ້ານແກ້ງໝໍ້ຊ້າງ ເມືອງສັງທອງ ນະຄອນຫລວງວຽງຈັນ ໄດ້ເກີດອຸ ປະຕິເຫ ລົດຈັກ ຕຳກັນຢ່າງແຮງສົ່ງຜົນໃຫ້ທ້າວ ຄວາຍ ອາຍຸ 25 ປີ ຢູ່ບ້ານດັ່ງກ່າວ ຂັບຂີ່ ລົດຈັກໝາຍເລກທະບຽນ ຕບ 5556 ກໍາແພງນະ ຄອນ, ເສຍຊີວິດຄາທີ່. ໃນວັນຕໍ່ມາເວລາປະມານ 18:30 ໂມງ, ຢູ່ຖະໜົນ 13ໃຕ້, ເຂດບ້ານໂພຄຳ (ໃກ້ກັບສະໜາມກິລາ ຫລັກ 16), ເມືອງໄຊທານີ, ໄດ້ເກີດເຫດລົດຮຸນໃດ ໝາຍເລກທະບຽນ ຍຂ 2163 ກຳແພງນະຄອນ, ຂັບຂີ່ໂດຍທ້າວ ພູທອນ ອາຍຸ 34 ປີ ກຳມະກອນ ຢູ່ບ້ານດອນໄຮ່ ເມືອງປາກງື່ມ ທີ່ຂັບຂີ່ມາດ້ວຍຄວາມໄວສູງເກີດເສຍຫລັກຕຳເອົາເສົາໄຟຟ້າຢູ່ ແຄມທາງ, ເຮັດໃຫ້ຜູ້ນັ່ງມານຳຄື: ນາງ ສາມ ອາຍຸ 22 ປີ ກຳມະກອນ ພັກເຊົາຢູ່ບ້ານໂຄກສະອາດ ເມືອງໄຊທານີ ເສຍຊີວິດ ຄາທີ່.    

No comments:

Post a Comment