Ad

Ad

27 May 2015

ເກີດ​ໂສກ​​ນາດຕະ​ກຳເຮືອ​ລົ່ມຢູ່​ກາງ​ແມ່​ນ້ຳງື່ມ ​ເຂດ​ບ້ານ​ນາ​ບົງ ມີ​ເດັກນ້ອຍ​ເສຍ​ຊີວິດ 10 ຄົນ



     ​​ໃນເວລາປະມານ 7:15 ​ໂມງຂອງວັນທີ 26 ພຶດສະພານີ້, ຢູ່ທ່າບັກບ້ານນາບົງເມືອງປາກງື່ມ ນະຄອນຫລວງວຽງຈັນໄດ້ເກີດເຫດເຮືອ​​ລໍາໜຶ່ງລົ່ມລົງກາງ​​ແມ່ນ້ຳງື່ມເຮັດໃຫ້ຜູ້ທີ່ຂຶ້ນເຮືອເພື່ອຂ້າມໄປອີກຝາກໜຶ່ງນັ້ນຈົມນ້ຳໄປພ້ອມໆກັບເຮືອບັກລຳດັ່ງກ່າວ.
     ຮອງຫົວໜ້າພະແນກສືບສວນ-ສອບສວນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ກ່ອນເກີດເຫດໄດ້ມີຜູ້ໂດຍສານຂຶ້ນເຮືອລຳດັ່ງກ່າວປະມານ 40 ​ຄົນ, ​ໃນນັ້ນ ມີນັກຮຽນກຳລັງຈະໄປສອບເສັງຊັ້ນປະຖົມປີທີ 5 ມີ 35 ຄົນ, ຄູຕິດຕາມ 4 ຄົນແລະ ຄົນຂັບເຮືອ 1 ຄົນ, ພ້ອມດ້ວຍລົດຈັກອີກ 1 ຄັນ, ເຮືອລຳດັ່ງກ່າວເປັນເຮືອໂດຍສານຂະໜາດນ້ອຍແລະ ມື້ເກີດເຫດມີຜູ້​​ໂດຍສານຂຶ້ນເຮືອຫລາຍກວ່າປົກກະຕິ, ພໍເຮືອອອກຈາກທ່າໄປຮອດກາງແມ່ນ້ຳງື່ມໄດ້ເກີດພິກຂວໍ້າ​ ​ແລ້ວຈົ່ມລົງຕໍ່ໜ້າຕໍ່ຕາ
ຂອງປະຊາຊົນຢູ່ເຂດດັ່ງກ່າວຢ່າງບໍ່ຄາດຄິດມາກ່ອນແລະ ໃນຂະນະນັ້ນຜູ້​​ໂດຍສານຈຳນວນ 30 ຄົນສາມາດຊ່ວຍໂຕເອງ​​ໄດ້ໂດຍການລອຍ​​ໄປຕາມນ້ຳ ຫລັງຈາກນັ້ນໄດ້ມີເຮືອຊາວບ້ານຢູ່ເຂດນັ້ນ ອອກໄປຊ່ວຍເຫລືອແລະ ມີ​​ອີກ 10 ຄົນທີ່ຈົມລົງໄປໃນ​​ແມ່ນ້ຳດັ່ງກ່າວຄື: ນາງ ກຸ້ງ ອໍາພອນ, ນາງ ກົມ ອຳ ພອນ, ນາງ ແພ ຕາເຫີ, ນາງ ຄັດຕີ ຈານສີ, ນາງ ປູນາ ຈານສີ, ທ້າວ ແສງຈັນ ແປະ, ນາງ ສີລຽນ, ທ້າວ ວາດສະໜາ ສັງວານ, ນາງໝີ ເສົາທອງ ​ແລະ ນາງ ປະທຸມມາ ສົມຄິດ ຊຶ່ງ​ປັດຈຸບັນ ເຈົ້າໜ້າທີ່ກຳລັງເລັ່ງຊ່ວຍເຫລືອເພື່ອກູ້ເອົາ​​ສົບຂອງຜູ້ສູນຫາຍຂຶ້ນມາ. ສ່ວນຄົນຂັບເຮືອລຳດັ່ງກ່າວເຈົ້າໜ້າທີ່ໄດ້ກັກຕົວໄວ້ເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ອຸປະຕິເຫດດັ່ງກ່າວໃຫ້ເປັນອຸທາຫອນເຕືອນໃຫ້ເຮືອໂດຍສານທຸກໆລຳບໍ່ຄວນຖືເບົາໃນການຮັກສາຄວາມປອດໄພ​ ​ແລະເຮືອທຸກໆລໍາຕ້ອງມີເສື້ອຊູຊີບ ຫລື ກົງເບັງທີ່ພຽງພໍກັບຜູ້ໂດຍສານໄວ້ຮອງຮັບເຫດຮ້າຍຕ່າງໆໃຫ້ດີກວ່າເກົ່າ.

No comments:

Post a Comment