Ad

Ad

28 May 2015

ເຈົ້າໜ້າ​ທີ່​ພາສີ-ອາກອນ​ມຸກດາ​ຫານ​ຈັບຕົວຊາຍໜຸ່ມ​ລາວ 2 ຄົນ ລັກລອບ​ເອົາ​ເງິນ​ອອກ​ນອກ​ປະ​ເທດ 26 ລ້ານ​ບາດ



      ເຈົ້າໜ້າທີ່ພາສີ-ອາກອນມຸກດາຫານ ປະເທດໄທ ໄດ້ຈັບກຸມຊາຍໜຸ່ມລາວ 2 ຄົນ ຂະນະທີ່ຈະເດີນທາງຂ້າມກັບມາຝັ່ງລາວ, ກວດຄົ້ນໃນລົດກະບະພົບເງິນບາດ ໄທຈຳນວນ  26 ມັດ ລວມມີ 26 ລ້ານບາດ.
      ຜູ້ສື່ຂ່າວລາຍງານວ່າ: ຕອນແລງວັນທີ  26  ພຶດສະພານີ້, ທ່ານໂສຣັດ ສັງຂະວອນ ຫົວໜ້າດ່ານພາສີ-ອາກອນມຸກດາຫານໄດ້ຮັບລາຍງານຈາກສາຍຂ່າວວ່າຈະມີການລັກລອບຂົນເງິນອອກນອກປະເທດ ຈຶ່ງໄດ້ສັ່ງໃຫ້ເຈົ້າໜ້າທີ່ພາສີ-ອາກອນປະຈຳດ່ານຂົວມິດຕະພາບ 2 (ມຸກດາຫານ-ສະຫວັນນະເຂດ) ປະສານກັບ ພົນຕຳຫລວດເອກ ສັງຄົມ ຕັດໂສ ຜູ້ກວດກາກວດຄົ້ນເຂົ້າເມືອງມຸກດາຫານ ນຳກຳລັງກວດສອບຢ່າງເຂັ້ມງວດ. ຈົນຮອດເວລາ 21:30 ​ໂມງ ມື້ດຽວກັນ, ​ໄດ້ມີລົດກະບະຍີ່ຫໍ້ MITSUBISHI ຮຸ່ນ STRADA MECACAB ສີດຳ ໝາຍເລກທະບຽນ ກກ 1981 ສະຫວັນນະເຂດ ມີທ້າວ ບັນລືສັກ ສີພັກດີ ອາຍຸ 31 ປີ ສັນຊາດລາວຢູ່ເມືອງໄກສອນ ພົມ ວິຫານແຂວງ
ສະຫວັນນະເຂດ ແລະ ທ້າວ ສັນຕິໄຊ ຈັນໂທ ອາຍຸ 25 ປີ ສັນຊາດລາວ ຢູ່ບ້ານໂພນສະຫວັນໃຕ້ເມືອງໄກສອນ ພົມວິຫານແຂວງສະຫວັນນະເຂດ ສປປ ລາວຂັບຂີ່ລົດດັ່ງກ່າວ ແລະ ມີທ່າທາງ​​ພິລຸດໃນເວລາແຈ້ງໜັງສືຜ່ານແດນ. ​ເຈົ້າໜ້າທີ່ພາສີ-ອາກອນ ຈຶ່ງໄດ້ເຂົ້າໄປຂໍກວດຄົ້ນພາຍໃນລົດ ພົບກ່ອງເຈ້ຍຈຳນວນ 3 ກ່ອງ ວາງຢູ່ເທິງເບາະໃນລົດ, ​ເຈົ້າໜ້າທີ່ໄດ້​​ໄຂກ່ອງອອກມາເບິ່ງຈຶ່ງພົບທະນະບັດໄທໃບ​ 1.000 ບາດ ຈຳນວນ 26 ມັດ ລວມເປັນເງິນ 26 ລ້ານບາດ.
      ຈາກນັ້ນ, ​ເຈົ້າໜ້າທີ່ໄດ້ແຈ້ງໃຫ້ທ້າວ ບັນລືສັກແລະ ທ້າວ ສັນຕິໄຊ ຮູ້ວ່າຕາມກົດໝາຍພາສີ-ອາກອນຂອງໄທ ການກະທຳດັ່ງກ່າວເປັນຄວາມຜິດຂໍ້ຫາພະຍາຍາມນຳເງິນ (ທະນະບັດໄທ) ​ເຊິ່ງເປັນຂອງຕ້ອງຈຳກັດອອກໄປນອກ ຣາຊະອານາຈັກ ຕາມມາດຕາ .27, 27 ​ແຫ່ງພະຣາຊະບັນຍັດພາສີ-ອາກອນ ພສ 2469 ໃນມາດຕາ 16, ມາດ ຕາ 17 ​ແລະ ມາດຕາ 8 ​ແຫ່ງພະຣາຊະບັນຍັດຄວບຄຸມການແລກປ່ຽນເງິນຕາ (ສະບັບທີ 5) ລົງວັນທີ 6 ພະຈິກ 2013 ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.
      ຈາກການສອບສວນຜູ້ຕ້ອງຫາທັງສອງຍອມຍົກເງິນທັງໝົດໃຫ້ຕົກເປັນຂອງແຜ່ນດິນ, ​ເຈົ້າໜ້າທີ່ຈຶ່ງໄດ້ຈັບກຸມທ້າວ ບັນລືສັກແລະ ທ້າວ ສັນຕິໄຊ ພ້ອມຂອງກາງລົດກະບະແລະເງິນຈຳນວນ 26 ລ້ານບາດ ສົ່ງດ່ານພາສີ-ອາ ກອນມຸກດາຫານເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.

No comments:

Post a Comment