Ad

Ad

29 May 2015

ກອງປະຊຸມຄະນະກໍາມາທິການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກລາວ-ຈີນຄັ້ງທີ 7



ກອງປະຊຸມຄະນະກຳມາທິການຮ່ວມມືດ້ານເສດຖະກິດ, ການຄ້າແລະເຕັກນິກ ລາວ-ຈີນ​​ຄັ້ງທີ 7 ໄດ້ມີຂຶ້ນໃນວັນທີ 28 ພຶດສະພານີ້, ຢູ່ນະຄອນຫລວງວຽງຈັນ,​ ໂດຍການເປັນປະທານຂອງທ່ານສົມສະຫວາດເລັ່ງສະຫວັດຮອງນາຍົກລັດຖະ ມົນຕີຜູ້ຊີ້ນຳວຽກງານຂົງເຂດເສດຖະກິດແລະຈໍລະຈອນແລະ ທ່ານນາງ ກາວຢຽນລັດຖະມົນຕີຊ່ວຍວ່າການກະຊວງການຄ້າ ສປ ຈີນ.
ກອງປະຊຸຸມໄດ້ທົບທວນຄືນຜົນສຳເລັດຂອງການຮ່ວມມືດ້ານການຄ້າ-ການລົງທຶນຂອງສອງຝ່າຍໃນໄລຍະຜ່ານມາ, ເຊິ່ງເຫັນວ່າມີຕົວເລກເພີ່ມຂຶ້ນໃນແຕ່ລະປີ,ໂດຍສະເພາະການຮ່ວມມືດ້ານການຄ້າໃນປີ 2014 ຜ່ານມາມີການຂະຫຍາຍ ຕົວ​​ຢ່າງຕໍ່ເນື່ອງ, ສາມາດບັນລຸມູນຄ່າ 3,61 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 31%. ໃນນີ້ການສົ່ງອອກສິນຄ້າຂອງລາວໄປຈີນບັນລຸ 1,77 ຕື້ໂດລາສະຫະລັດ,​ ເພີ່ມຂຶ້ນ 27% ຖືເປັນຄູ່ຄ້າອັນ
ດັບໜຶ່ງກວມ 46% ຂອງມູນຄ່າສົ່ງອອກທັງໝົດແລະ ການນຳເຂົ້າສິນຄ້າຈາກ ສປ ຈີນບັນລຸ 1,84 ຕື້ໂດລາສະຫະລັດ, ​ເພີ່ມຂຶ້ນກວ່າ 7% ກວມ 27% ຂອງມູນຄ່ານຳເຂົ້າຂອງລາວຈາກຕ່າງປະເທດ. ສຳລັບການລົງທຶນຂອງ ສປ ຈີນຢູ່ລາວຮອດເດືອນມີນາ 2015 ມີ 758 ​ໂຄງການ, ລວມມູນຄ່າ 6,6 ຕື້ໂດລາສະຫະລັດ,​ ໃນນີ້ມີທຶນສົມທົບພາຍໃນ 1,3 ຕື້ໂດລາສະຫະລັດ, ສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງບໍ່ແຮ່-ພະລັງງານໄຟຟ້າ ແລະ ເປັນອັນດັບໜຶ່ງຂອງການລົງທຶນຕ່າງປະເທດຢູ່ລາວໃນປັດຈຸບັນ.
ໃນສົກປີ 2014-2015 ​ລັດຖະບານຈີນ, ໄດ້ໃຫ້ການຊ່ວຍເຫລືອແກ່ລາວມີມູນຄ່າທັງໝົດ 1,51 ຕື້ຢວນ,​ ໃນນັ້ນ​​ຊ່ວຍເຫລືອລ້າ 700 ລ້ານຢວນ,​ ເງິນກູ້ບໍ່ມີດອກເບ້ຍ 200 ລ້ານຢວນແລະເງິນກູ້ພິເສດດອກເບ້ຍຕ່ຳປະມານ 600 ລ້ານກວ່າຢວນ, ມາຮອດປັດຈຸບັນໂຄງການຮ່ວມມືຕ່າງໆສ່ວນໃຫຍ່ແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີແລະ ມີປະສິດທິຜົນເຊັ່ນ: ​ໂຄງການດາວທຽມລາວ,​ ການກໍ່ສ້າງອາຄານສູນກາງພັກ,​ ກໍ່ສ້າງຊົນລະກະເສດ ເຊສະລາລອງ, ການພັດທະນາກວມລວມໄຊເສດຖານະຄອນຫລວງວຽງຈັນ, ການປັບປຸງແລະ ຂະຫຍາຍນ້ຳປະປາດົງໝາກຄາຍ, ການກໍ່
ສ້າງ​ ​ແລະ ຍົກລະດັບທາງຫລວງແຫ່ງຊາດ 1A ບຸນເໜືອ-ລານຕຸຍ,​ ເສັ້ນທາງ 13 ​ເໜືອເມືອງໄຊ-ປາກມອງ,​ ໂຄງການສາຍສົ່ງໄຟຟ້າແລະ ອື່ນໆ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ​-ສັງຄົມຂອງລາວດີຂຶ້ນເປັນກ້າວໆ.
ນອກຈາກນີ້, ກອງປະຊຸມຍັງໄດ້ຍົກໃຫ້ເຫັນບັນຫາທີ່ສອງຝ່າຍມີຄວາມສົນໃຈເປັນຕົ້ນ: ຝ່າຍຈີນຍິນດີຊຸກຍູ້ສົ່ງເສີມຂໍ້ລິເລີ່ມກ່ຽວກັບເສັ້ນທາງສາຍໄໝທາງທະເລແຫ່ງສັດຕະວັດທີ 21 ​ໃຫ້ເຊື່ອມໂຍງເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມຂອງລາວ, ການຮ່ວມມື​​ເຊື່ອມໂຍງ-​ເຊື່ອມຈອດໂຄງການເສັ້ນທາງລົດໄຟລາວ-ຈີນ​, ໂດຍຈະຊຸກຍູ້ໃຫ້ໄດ້ຮັບການກໍ່ສ້າງໃນໄລຍະດຽວກັບການກໍ່ສ້າງເບື້ອງຂອງຈີນໃນເດືອນຕຸລາ 2015 ນີ້ເພື່ອເປັນຂອງຂວັນແກ່ວັນສະຖາປະນາ ສປປ ລາວຄົບ ຮອບ 40 ປີ, ລວມເຖິງການສ້າງແຜນແມ່ບົດການຮ່ວມມືດ້ານເສດຖະກິດ-​ເຕັກນິກລະຫວ່າງລັດຖະບານລາວແລະຈີນ 5 ປີຄັ້ງທີ 2 ​ແຕ່ 2016-2020 ໃຫ້ສໍາເລັດ.

No comments:

Post a Comment