Ad

Ad

29 May 2015

ຕະຫຼາດນັດແຮງງານຄັ້ງທີ 4 ໄຂຂຶ້ນຢາງຟົດຟື້ນ



ພາຍຫຼັງທີ່ກະກຽມມາໄດ້ໄລຍະໜຶ່ງຕະຫຼາດນັດແຮງງານຄັ້ງທີ 4 ປີ2015 ກໍຖືກຈັດ ຂຶ້ນຢ່າງເປັນ ທາງການ, ໃນວັນທີ 28 ພຶດສະພານີ້, ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ໂສກປ່າຫຼວງ)ດ້ວຍບັນຍາກອນຟົດຟື້ນ ແລະ ໄດ້ຮັບຄວາມສົນໃຈຈາກນັກສຶກສາເປັນຈຳນວນຫຼາຍ ເຫັນໄດ້ຈາກຈຳນວນນັກສຶກ ສາທີ່ເຂົ້າຮ່ວມມີຢ່າງ ຫຼວງຫຼາຍ ແລະ ມີຫຼາຍກວ່າ 30 ບໍລິສັດ ເພື່ອຊອກຫາ ຄູ່ຮ່ວມງານ, ມີການວາງສະແດງສິ່ງປະ ດິດຈາກນັກສຶກ ແລະ ຜະລິດຕະພັນຕ່າງໆ ຂອງບໍລິສັດ, ນອກນັ້ນຍັງມີກິດຈະກຳອີກຫຼາຍຢ່າງບໍ່ວ່າຈະເປັນການສຳມະນາແລກປ່ຽນຄວາມຄິດເຫັນດ້ານຕ່າງໆ ແກ່ນັກສຶກສາເຊັ່ນ:ການຝຶກຊ້ອນກ່ອນເຂົ້າສະໝັກງານ, ເຂົ້າສະໝັກຮຽນ ແລະ ອື່ນໆອີກຫຼາຍຢ່າງ, ຊຶ່ງເປີດໂອກາດໃຫ້ນັກ
ສຶກໄດ້ແລກປ່ຽນບົດຮຽນ ແລະ ປະສົບການຕ່ງໆດ້ວຍກັນ, ເພື່ອນັກໄປພັດທະນາຕົນເອງກ່ອນຈະເຂົ້າຮ່ວມວຽກໃດໜຶ່ງ.
ຮອງສາສະດາຈານ ແກ້ວອຸດົມ ແສນສະຫວັດ ຮອງຄະນະບໍດີ, ຄະນະວິສະວະກຳ ສາດມະຫາວິທະຍາໄລແຫ່ງ ຊາດກ່າວໃນພິທີວ່າ: ງານຕະຫຼາດນັດຄັ້ງນີ້ຈັດຂຶ້ນດ້ວຍຄະນະວິສະວິກຳສາດ, ມະຫາວິທະຍາໄລຍແຫ່ງຊາດຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳເອີຣົບປະຈຳລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດໄດ້ພ້ອມກັນ ຈັດຂຶ້ນນັບແຕ່ປີ 2012 ເປັນຕົ້ນມາ, ເພື່ອໃຫ້ ຂໍ້ມູນກ່ຽວກັບໂອກາດການຊອກຫາອາຊີບຂອງໄວໜຸ່ມ, ນັກຮຽນ-ນັກສຶກສາ, ບັນດາບໍລິ ສັດ ແລະ ສະຖາບັນການສຶກສາ, ໄດ້ແລກປ່ຽນຄວາມຮູ້ທາງດ້ານວິຊາການພ້ອມທັງເປີດໂອ ກາດໃຫ້ຜູ້ທີ່ສຳເລັດການສຶກສາຮຽນຮຽນວິຊາຊີບ, ວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆໄດ້ຕິດຕໍ່ໂດຍກົງກັບ ຜູ້ຈ້າງງານຈາກບໍລິສັດຕ່າງໆ, ທັງສ້າງໂອກາດ ໃຫ້ບັນດາບໍລິສັດທີ່ເຂົ້າຮ່ວມໄດ້ໂຄສະນາຕົວເອງ, ໃນຖານະຜູ້ຈ້າງງານ ແລະ ຍັງເປັນ ໂອກາດໃຫ້ໂຮງຮຽນວິຊາຊີບໄດ້ຕິດຕໍ່ກັບບັນດາບໍລິສັດທັງພາຍໃນ ແລະ ຕ່າງປະເທດນຳອີກ.

No comments:

Post a Comment