Ad

Ad

25 May 2015

ຕຳຫລວດບໍ່ແກ້ວມ້າງເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່


ຂ່າວ-ພາບ : ຫນັງສືພິມ ປກສ

ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງບໍ່ແກ້ວໄດ້ລາຍງານ ໃຫ້ຮູ້ໃນອາທິດຜ່ານມາວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີຂ ະບວນການຂົນສົ່ງຢາບ້າ ຂະໜາດໃຫຍ່ໃນ ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຶ່ງໄດ້ນຳກຳລັງຕັ້ງດ່ານກວດຢູ່ສົ້ນຂົວປາກງາວ ແລະ ພົບເຫັນລົດເປົ້າໝາຍ ເປັນກະບະສີຂາວຍີຫໍ້ວີໂກ້ໝາຍເລກທະບຽນ 9789 ກຳແພງນະຄອນ ແລ່ນມາດ້ວຍຄວາມໄວຈຶ່ງໄດ້ສະກັດໃຫ້ຈອດ ແລະ ກວດຄົ້ນລົດຄັນດັ່ງກ່າວ ພົບຢາບ້າຈຳນວນ 48 ພັນເມັດຊຸກເຊື່ອງໄວ້ຢູ່ເບາະນັ່ງດ້ານຫລັງລົດ, ພ້ອມທັງຈັບຕົວຜູ້ຕ້ອງຫາຄືທ້າວ ອ່ອນແກ້ວ ອາຍຸ 33 ປີ ຢູ່ບ້ານທົ່ງໄຈ້ເໜືອ ເມືອງນ້ຳທາ ແຂວງຫລວງນ້ຳທາ ແລະ ທ້າວ ອຸ ອາຍຸ 22 ປີຢູ່ບ້ານສີດອນມີ ເມືອງຕົ້ນເຜິ້ງ ແຂວງບໍ່ ແກ້ວມາສືບສວນ-ສອບສວນ,ໂດຍພວກເຂົາໄດ້ຊັກທອດໄປຫາຜູ້ຮ່ວມຂະບວນການ ແລະ ເຈົ້າໜ້າທີ່ໄດ້ນຳກຳລັງ ໄປຈັບຕົວມາອີກຄື: ທ້າວ ຄຳຫລ້າ ອາຍຸ 42 ປີ ຢູ່ບ້ານສີດອນມີ ເມືອງຕົ້ນເຜິ້ງ ທ້າວ ສົມລິດ ອາຍຸ 50 ປີຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ທ້າວ ໄພ ອາຍຸ 47 ປີ ແລະ ທ້າວ ສຸນັນ ອາຍຸ 56 ປີຢູ່ບ້ານທ່າມ່ວງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment