Ad

Ad

6 May 2015

ລາວ-ກຳປູເຈຍຕີລາຄາສູງຕໍ່ໝາກຜົນການຮ່ວມມືສອງຝ່າຍໃນຜ່ານມາ



ການພົບປະຫາລືສອງຝ່າຍລະຫວ່າງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດລາວ ແລະ ທ່ານ ຮໍ ນຳ ຮົງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະ ເທດກຳປູເຈຍ, ໄດ້ມີຂຶ້ນໃນວັນທີ 5 ພຶດສະພາ ທີ່ນະຄອນຫລວງວຽງຈັນເພື່ອແລກ ປ່ຽນຄວາມ ຄິດເຫັນກ່ຽວກັບການ ຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປືກສາຫາລື ການຮ່ວມມືໃນຕໍ່ໜ້າ, ໂດຍສະເພາະສອງຝ່າຍໄດ້ສະແດງຄວາມ ຊົມເຊີຍຕໍ່ ຜົນສຳເລັດຂອງກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍລາວ-ກຳປູເຈຍ, ກຳປູເຈຍ-ລາວຄັ້ງທີ 12 ທີ່ຊຽມລຽບ, ຣາຊະອານາຈັກກຳປູເຈຍໃນເດືອນມັງກອນ 2014 ຜ່ານມາ, ທີ່ໄດ້ເນັ້ນໃຫ້ສືບຕໍ່ຊຸກຍູ້ບັນດາຂະແໜງ ການຕ່າງໆຂອງ ສອງປະເທດເພີ່ມທະວີຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວໃຫ້ເປັນຮູບປະຖຳຫລາຍກວ່າເກົ່າ, ໂດຍ ສະເພາະແມ່ນການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ຄົມມານາຄົມ- ຂົນສົ່ງ, ການທ່ອງທ່ຽວ, ພະລັງງານ ແລະ ອື່ນໆ. ນອກຈາກນີ້, ຮອງນາຍົກລັດຖະມົນຕີທັງສອງປະເທດ ໄດ້ສະແດງຄວາມ ເພີ່ງພໍໃຈຕໍ່ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນລະຫວ່າງລັດຖະບານ ແລະ ປະ ຊາຊົນສອງຊາດລາວ- ກຳປູເຈຍທີ່ມີມາແຕ່ດົນນານແລ້ວນັ້ນໄດ້ສືບຕໍ່ຂະຫຍາຍຕົວປະກອບສ່ວນສຳຄັນໃນການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ແລະ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດໄດ້ເປັນຢ່າງດີ.

No comments:

Post a Comment