Ad

Ad

20 May 2015

ສະຖານທູດສະຫະລັດຊ່ວຍອົບຮົມວຽກ​ງານການຕ້ານສໍ້ລາດບັງຫລວງ



          ໃນວັນທີ 18 ພຶດສະພາຜ່ານ​ມາ​ນີ້, ສະຖານທູດສະຫະລັດ ອາ​ເມ​ລິ​ກາ ປະ ຈຳ​ລາວ ຮ່ວມ​ກັບ​ອົງການ​ກວດ​ສອບ​ລັດຖະບານ ​ແລະ ຕ້ານການສໍ້ລາດ ບັງຫລວງ ໄດ້ຈັດ​ຊຸດອົບຮົມຕ້ານການສໍ້ລາດ ບັງຫລວງ ຂຶ້ນທີ່ເມືອງວັງວຽງ ​ແຂວງ​ວຽງ​ຈັນ​ເປັນ​ເວລາ 1 ອາທິດ ເພື່ອຍົກລະດັບວຽກ​ງານ​ດັ່ງກ່າວໃຫ້ແກ່ບັນດາເຈົ້າ ໜ້າທີ່ ໃນການວາງແຜນ ແລະການລົງມືຕິດຕາມກວດກາຄະດີການສໍ້ລາດ ບັງ ຫລວງຕ່າງໆ.
ທ່ານທູດ ແດນນຽວ ຄລຸນ ​ເອກ​ອັກຄະ​ລັດຖະທູດສະຫະລັດ​ມີ​ຄຳ​ເຫັນ​ໃນ​ພິທີ​ວ່າ: “ສະຫະລັດອາເມລິກາພາກພູມ ໃຈທີ່ໄດ້ສະໜັບສະໜູນການຝຶກອົບຮົມໃນຄັ້ງນີ້ ແລະ ໄດ້ມີໂອກາດເຮັດວຽກຮ່ວມກັບພະນັກງານຂອງອົງການ ກວດ ກາລັດຖະບານ ແລະ ຕ້ານການສໍ້ລາດບັງຫລວງ”. “ຄວາມສຳຄັນຂອງວຽກງານ ອກລ ບໍ່ສາມາດປະເມີນຄ່າໄດ້ ແລະ
ພວກຂ້າພະເຈົ້າຂໍຊົມເຊີຍຕໍ່ການອຸທິດເຫື່ອແຮງຂອງພວກທ່ານ ເພື່ອອະນາຄົດຂອງປະ​ເທດການສໍ້ລາດບັງຫລວງ ເປັນບັນຫາທີ່ຈະສະກັດກັ້ນໄດ້ຍາກທີ່ສຸດ, ມັນ​ກີດ​ຂວາງລະບົບຍຸຕິທຳ, ທໍາລາຍຄວາມສະເໝີພາບທາງການຄ້າ ແລະ ຍັງສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ສັງຄົມ ​ແລະ ປະ​ເທດ​ຊາດ, ການຝຶກອົບຮົມຄັ້ງນີ້ ຈະ​ຊ່ວຍ​ໃຫ້​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ລາວ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບກົດໝາຍອື່ນໆຂອງລາວ ແລະ ສາກົນນຳອີກ ​ແລະ ຈະຊ່ວຍໃຫ້ທ່ານສາມາດສືບຕໍ່ ວຽກງານການສະກັດກັ້ນ ​ແລະ ຕ້ານການສໍ້ລາດບັງຫລວງ​ໄດ້ຫລາຍທີ່ສຸດ ຕາມຂີດຄວາມສາມາດຂອງຕົນ.

No comments:

Post a Comment