Ad

Ad

20 May 2015

​ໂຮມ​ຊຸມນຸມ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິງ ຄົບຮອບ 125 ປີ



     ໃນຕອນເຊົ້າວັນທີ 19 ພຶດສະພານີ້, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ​​ແລະສະມາຄົມມິດຕະພາບລາວ-ຫວຽດນາມ, ຄະນະພັກ-ອຳນາດການປົກຄອງນະຄອນຫລວງວຽງຈັນ ຮ່ວມກັບສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ, ​ໄດ້ພ້ອມກັນຈັດງານໂຮມຊຸມນຸມລະນຶກວັນຄ້າຍວັນເກີດປະທານໂຮ່ຈີມິງ ຄົບຮອບ 125ປີ, ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນ ຫລວງວຽງຈັນ ດ້ວຍບັນຍາກາດອັນຟົດຟື້ນ, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ, ສະຫາຍ ທອງລຸນ ສີສຸສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ຫງວຽນ​​ແມັງຮຸ່ງ
ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດ ນາມ ປະຈຳລາວ, ມີບັນດາການນຳ, ທະຫານ, ຕຳຫລວດແລະ ພະນັກງານຈາກ​​ກະຊວງອ້ອມຂ້າງສູນກາງ, ນັກຮຽນ, ນັກສຶກສາ, ຕົວແທນຊາວນະຄອນຫລວງວຽງຈັນແລະ ຊາວຫວຽດນາມທີ່ອາໄສຢູ່ນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລາຍ.
     ໃນງານດັ່ງກ່າວ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ​ ​ແລະ ກິລາ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງໄດ້ກ່າວຍ້ອງຍໍສັນລະເສີນວິລະກຳອັນສູງສົ່ງຂອງປະທານໂຮ່ຈີມິງ ນັກແນວຄິດປະຕິວັດທີ່ຍິ່ງໃຫຍ່, ນັກທິດສະດີປີຊາສາມາດຂອງການປະຕິວັດ ຫວຽດນາມ, ນັກຮັກຊາດອັນແທ້ຈິງ, ຜູ້ນຳທີ່ຍິ່ງໃຫຍ່ແລະແສນເຄົາລົບຮັກຂອງຊາວກຳມະການແລະ ປະຊາຊົນ ຫວຽດນາມ ທັງເປັນນັກມາກຊິດ-​ເລນິນນິດທີ່ແທ້ຈິງ, ນັກຮົບທີ່ກ້າແກ່ນຂອງຂະບວນການກອມມູນິດສາກົນ, ນັກວັດທະນະທຳທີ່ຍິ່ງໃຫຍ່ຂອງຫວຽດນາມແລະ ຂອງໂລກ, ​ເພື່ອນຮ່ວມຮົບທີ່ໄວ້ວາງໃຈແລະເພື່ອນມິດສະຫາຍອ້າຍນ້ອງຜູ້ໃກ້ຊິດສະໜິດສະໜົມທີ່ສຸດຂອງປະຊາຊົນລາວ, ຜູ້ໃຫ້ກຳເນີດພັກກອມມູນິດອິນດູຈີນເຊິ່ງເປັນຕົ້ນກຳເນີນຂອງພັກ ສປປ ລາວມາຮອດປັດຈຸບັນນີ້. ຕະຫລອດໄລຍະ 60 ກວ່າປີແຫ່ງການເຄື່ອນໄຫວປະຕິວັດທີ່ຟົດຟື້ນແລະ ປະດິດສ້າງຂອງປະທານໂຮ່ຈີມິງເພີ່ນຍັງໄດ້ນຳເອົາລັດທິມາກ-​ເລນິນ ປະສານກັບມູນເຊື້ອຮັກຊາດຫວຽດນາມ, ຈິດໃຈເອກະລາດເປັນເຈົ້າຕົເອງ, ຊອກເຫັນເສັ້ນທາງກູ້ຊາດແລະ ປົດປ່ອຍຊາດທີ່ຖືກຕ້ອງ, ​ເອົາເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມແລະເພິ່ນເຄີຍເວົ້າວ່າ: “ຕາບໃດທີ່ປະເທດຊາດແລະ ປະຊາຊົນຍັງບໍ່ທັນໄດ້ຮັບການປົດປ່ອຍ, ຂ້າພະເຈົ້າກິນບໍ່ແຊບ ນອນບໍ່ຫລັບ, ບໍ່ມີສິ່ງໃດປະເສີດເລີດລ້ຳກວ່າເອກະລາດ, ອິດສະລະພາບ”, ພ້ອມກັນນີ້ ສະຫາຍ ພັນຄຳ ຍັງ​​ໄດ້ຕີລາຄາສູງ​​ໃນການປະ ກອບສ່ວນຂອງປະທານໂຮ່ຈີມິງ ຕໍ່ພາລະກິດປະຕິວັດຂອງລາວແລະໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານໂຮ່ຈີມິງ ຜູ້ຍິ່ງໃຫຍ່, ສະຫາຍໄກສອນ ພົມວິຫານແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ຜູ້ໃຫ້ກຳເນີດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມສຳພັນສູ້ຮົບລະຫວ່າງສອງຊາດລາວ-ຫວຽດນາມ ທີ່ໄດ້ຜ່ານການທົບສອບດ້ວຍເລືອດເນື້ອຂອງບັນດາການນຳແລະ ນັກປະຕິວັດລຸ້ນຕ່າງໆແລະ ປະຊາຊົນຂອງສອງຊາດ. ນອກຈາກນີ້ ຍັງໄດ້ສະແດງຄວາມຂອບອົບຂອບໃຈຢ່າງລົ້ນເຫລືອຕໍ່ພັກ-ລັດແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ສະໜັບສະໜູນແລະຊ່ວຍເຫລືອອັນ​​ໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນແລະ ທັນການ, ໝົດຈິດໝົດໃຈແກ່ພັກ, ລັດແລະ ປະຊາຊົນລາວ ທັງໃນໄລຍະຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນແລະ ທັງໃນໄລຍະປົກປັກຮັກສາແລະ ສ້າງສາປະເທດຊາດຕາມທິດສັງຄົມນິຍົມກໍຄືແນວທາງປ່ຽນແປງໃໝ່ໃນປັດຈຸບັນ.
    ໃນໂອກາດອັນສະຫງ່າລາສີນີ້ ສະຫາຍ ຫງວຽນແມັງຮຸ່ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ​​ແຫ່ງ ສສ ຫວຽດນາມ ປະຈຳລາວ, ​ກໍໄດ້ຂຶ້ນກ່າວ​​ປາໃສ ທີ່​​ໄດ້ຍົກໃຫ້ເຫັນປະຫວັດການເຄື່ອນໄຫວຕໍ່ສູ້ກູ້ຊາດ, ​ແນວຄິດແລະ ຄຸນສົມບັດຂອງປະທານໂຮ່ຈີມິງ ຜູ້ຍິ່ງໃຫຍ່, ການປະກອບສ່ວນຂອງເພີ່ນໃນພາລະກິດປະຕິວັດຂອງ 3 ຊາດອິນດູຈີນ, ​ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນພາລະກິດຕໍ່ສູ້ກູ້ຊາດ ຫວຽດນາມໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາແລະ ພັດທະນາປະເທດຊາດໃນປັດຈຸບັນ ພ້ອມນີ້ ທ່ານທູດ ຍັງໄດ້ຕາງໜ້າໃຫ້ພັກ-ລັດແລະ ປະຊາຊົນຫວຽດນາມ ປະຕິຍານວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດຄຳສັ່ງສອນທີ່ສັກກາລະບູຊາຂອງລຸງໂຮ່ ທີ່ວ່າ: “ສາມັກຄີ, ສາມັກຄີ, ມະຫາສາມັກຄີ-​ໄຊຊະນະ, ​ໄຊຊະນະ, ມະຫາໄຊຊະນະ!!!”, ຈະຮ່ວກັບພັກ-ລັດແລະ ປະຊາຊົນລາວ ອ້າຍນ້ອງ ຖະນຸຖະໜອມເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ສະໜິດຕິດແໜ້ນ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມໃຫ້ສວຍສົດງົດງາມ, ໝັ້ນຄົງທະນົງແກ່ນຕະ ຫລອດກາລະນານ, ​ເປັນແຫລ່ງກຳລັງແຮງອັນໃຫຍ່ຫລວງ, ບໍ່ມີບ່ອນສິ້ນສຸດໃຫ້ແກ່ພາລະກິດສ້າງສາ, ພັດທະນເສດຖະກິດ-ສັງຄົມແລະ ປົກປັກຮັກສາປະເທດຊາດຂອງຫວຽດນາມແລະ ລາວຢ່າງແທ້ຈິງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເອກະລາດແຫ່ງຊາດ, ປະຊາທິປະ​​ໄຕ, ຄວາມກ້າວໜ້າທາງສັງຄົມ ກໍຄືສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມືແລະ ການພັດທະນາວັດທະນາຖາວອນ ຢູ່​​ໃນພາກພື້ນແລະໃນໂລກ.

No comments:

Post a Comment