Ad

Ad

29 May 2015

ລາວ ແລະ ສາກົນຫາລືແຜນງານລືບລ້າງຄວາມອຶດຫິວ



ກະຊວງກະສິກຳ ແລະ ປ່າໄມ້, ອົງການສະຫະປະຊາຊາດເພື່ອການພັດ ທະນາ (ສປຊ)ແລະ ອົງການຈັດຕັ້ງສາກົນປະ ຈຳລາວ, ໄດ້ຈັດກອງປະ ຊຸມປືກສາຫາລືບັນດາແຜນງານລຶບລ້າງຄວາມອຶດ ຫິວໃນລາວຂຶ້ນ ໃນວັນທີ 27 ພຶດສະພານີ້, ພາຍ ຫລັງລັດຖະບານລາວ ແລະ ອົງການ ສະຫະປະຊາຊາດເພື່ອການພັດທະນາໄດ້ຕົກລົງ ຮ່ວມກັນປະຕິບັດ ແຜນງານລຶບ ລ້າງຄວາມອຶດຫິວ ແລະ ຕ້ານຄວາມບໍ່ໝັ້ນຄົງທາງ ດ້ານສະບຽງອາຫານ ແລະ ການຂາດສານອາຫານ, ຊຶ່ງຄາດວ່າຈະໃຫ້ແຜນ ງານດັ່ງກ່າວບັນລຸຜົນສຳ ເລັດໃນປີ 2025.
    ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ພວງ ປາຣິຊາດ ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ແຈ້ງບັນດານະ ໂຍບາຍ ແລະ ໂຄງການຍ່ອຍຕ່າງໆກ່ຽວກັບວຽກງານຄວາມໝັ້ນຄົງທາງດ້ານ ສະບຽງອາຫານ, ໂພຊະນາການຂອງລັດຖະ ບານ, ລວມເຖິງເປົ້າໝາຍແຜນງານລຶບລ້າງຄວາມອຶດຫິວ ໃຫ້ມີຄວາມກົມກຽວສອດຄ່ອງກັນ, ໂດຍສະເພາະວຽກ

ງານການລົງທຶນທີ່ຮັບປະກັນການເຂົ້າເຖິງອາຫານທີ່ມີຄຸນຄ່າທາງໂພສະນາການຢ່າງເທົ່າທຽມ, ການຢຸດຕິສິ່ງທີ່ເຮັດໃຫ້ເດັກ ບໍ່ເຕີບໃຫຍ່ສົມບູນ, ຮັກສາລະບົບສະບຽງອາຫານໃຫ້ໝັ້ນຄົງ ແລະ ເພີ່ມຜົນຜະລິດກະສິກຳຂະໜາດນ້ອຍດັ່ງນີ້ເປັນຕົ້ນ, ເຊິ່ງໃນຍຸດທະສາດການພັດທະນາກະສິກຳ ແລະ ໂພສະນາການແຫ່ງຊາດຈະກຳນົດຂອບວຽກເພື່ອຊ່ວຍບັນລຸແຜນງານ
ການລຶບລ້າງຄວາມອຶດຫິວໃນລາວໄດ້ຢ່າງສິ້ນເຊີງໃນປີ 2025.

No comments:

Post a Comment