Ad

Ad

29 May 2015

ຈົ່ງຮ່ວມກັນປູກໄມ້ໃຫ້ມີປະສິດທິຜົນ



ວັນທີ 28 ພຶດສະພານີ້ ທ່ານ ທອງພັດ ວົງມະນີ້ ຫົວໜ້າກົມປ່າໄມ້, ກະຊວງກະ ສິກຳ ແລະ ປ່າ ໄມ້ ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: ປະເທດລາວຖືເປັນປະເທດໜຶ່ງທີ່ ມີຄວາມອຸດົມສົມບູນໄປດ້ວຍ ຊັບພະຍາກອນປ່າໄມ້, ໃນ ຊຸມປີ 1940 ທົ່ວປະ ເທດມີປ່າໄມ້ປົກຫຸ້ມເຖິງ 70% ຫຼື ປະມານ 16 ລ້ານເຮັກ ຕາ, ແຕ່ພາຍຫຼັງປົດ ປ່ອຍພັກ ແລະ ລັດຖະບານໄດ້ຖືເອົາວຽກງານປ່າໄມ້ເປັນວຽກງານທີ່ສຳຄັນ ໃນໂຄງປະກອບ ເສດຖະກິດແຫ່ງຊາດ ແລະ ຖືເອົາການປົກປັກຮັກສາ ແລະ ພັດທະ ນາ ປ່າໄມ້ເປັນໜ້າທີ່ຂອງທົ່ວປວງຊົນ ແລະ ປັດຈຸບັນການສ້າງສາພັດະທະນາ ເສດຖະກິດ- ສັງຄົມມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ຖະໜົນຫົນທາງ ເຂື່ອນໄຟຟ້ານ້ຳຕົກ, ອ່າງເກັບນ້ຳ ແລະ ອື່ນໆ, ອັນໄດ້ສົ່ງ ຜົນ ກະທົບຕໍ່ປ່າໄມ້  ແລະ ຊັບພະຍາກອນໄມ້, ເຮັດໃຫ້ເນື້ອທີ່ປ່າ ໄມ້ຫຼຸດລົງຢ່າງຕໍ່ເນື່ອງ, ຍັງເຫຼືອພຽງ 47% ຂອງເນື້ອທີ່ປ່າທົ່ວປະເທດ, ສະນັ້ນເພື່ອເປັນການປົກຮັກຮັກສາປ່າໄມ້ ແລະ ເຮັດໃຫ້ປ່າໄມ້ກັບຄືນສູ່ຄວາມອຸດົມສົມບູນ ແລະ ນັບແຕ່ປີ 1980 ລັດຖະບານໄດ້ປະກາດເອົາວັນທີ 1 ມິຖຸ ນາ, ກົງກັບວັນເດັກນ້ອຍສາກົນຂອງທຸກກໆເປັນວັນປູກ ຕົ້ນໄມ້ແຫ່ງຊາດ, ເພື່ອເປັນການປູກ ຈິດສຳນຶກໃຫ້ເດັກນ້ອຍເຍົາວະຊົນຮູ້ເຖິງູຄຸນຄ່າຂອງປ່າໄມ້, ທັງເປັນການປຸກລະດົມ ປວງຊົນ ໃຫ້ເຂົ້າຮ່ວມຂະບວນບູລະນະ ແລະ ປົກປັກຮັກສາປ່າໄມ້, ຈາກນັ້ນມາທຸກໆປີພັກ-ລັດໄດ້ ຮ່ວມກັບປວງຊົນສ້າງ ຂະບວນການປູກຕົ້ນໄມ້, ເພື່ອຟື້ນຟູ່ປ່າຢ່າງເປັນຂະບວນ, ອັນໄດ້ເຮັດ ໃຫ້ເນື້ອທີ່ປ່າໄມ້ນັບມື້ເພີ່ມຂຶ້ນ, ຕາມເປົ້າໝາຍຍຸດທະສາດ ຮອດປີ 2020 ທົ່ວປະເທດໃຫ້ມີເນື້ອທີ່ປ່າໄມ້ 5 ແສນເຮັກຕາ, ເທົ່າກັບ 70 ຂອງເນື້ອທີ່ປ່າປົກຫຸ້ມທັງໝົດ, ຂະນະທີ່ປັດຈຸບັນສາມາດປະຕິບັດໄດ້ແລ້ວ 428709 ເຮັກ ຕາ, ຊຶ່ງຄາດວ່າຈະສາມາດບັນລຸໄດ້ຕາມຄາດໝາຍ.
ຫົວໜ້າກົມປ່າໄມ້ກ່າວວ່າ: ສະເພາະການປູກໄມ້ປີນີ້, ກະຊວງກະສິກຳໄດ້ກຳນົດໄວ້ໃຫ້ໄດ້ 30 ພັນເຮັກຕາ, ຟື້ນ ຟູປ່າໃຫ້ໄດ້ 570.000 ເຮັກຕາແລະມາຮອດປັດຈຸບັນ ການກະກຽມທັງເນື້ອທີ່ ແລະ ເບ້ຍໄມ້ຖືວ່າ ພ້ອມແລ້ວ 100% ,ແຕ່ກໍໜ້າເສຍດາຍການປູກໄມ້ຜ່ານມາຍັງມີອັດຕາການຕາຍສູງເຖິງ 20% ຂອງຈຳນວນໄມ້ປູກໃໝ່, ຍ້ອນສະພາ ບດິນຟ້າອາ ກາດ, ປູກບໍ່ຖືກຕາມເຕັກນິກ ແລະ ຂາດການບົວລະບັດຮັກສາ, ດັ່ງນັ້ນ ເພື່ອໃຫ້ ການປູກໄມ້ປີນີ້ມີປະສິດທິຜົນ, ຈຶ່ງຮຽກຮ້ອງໃຫ້ຜູ້ປູກເອົາໃຈໃສ່ປະຕິບັດຖືກຕ້ອງຕາມເຕັກນິກວິຊາການກໍານົດຄື: ເບ້ຍໄມ້ທີ່ຈະປູກຕ້ອງມີອາຍຸ 1 ປີຂຶ້ນໄປ, ເບ້ຍໄມ້ຕ້ອງເໝາະກັບສະພາບດິນທີ່ຈະປູກ, ການຂຸດຂຸມ ແລະ ໃສ່ຝຸ່ນຮອງພື້ນຕ້ອງໃຫ້ເໝາະສົມກັບຂະໜາດຂອງເບ້ຍໄມ້, ແລະ ຕ້ອງຂຸດຂຸມໄວ້ກ່ອນຢ່າງຕ່ຳ 3 ວັນ, ຖ້າຢູ່ໃກແຫຼ່ງນ້ຳຕ້ອງການຫົດນ້ຳໃນເບື້ອງຕົ້ນ, ພຽງເທົ່ານີ້ກໍຈະເຮັດ ໄມ້ທີ່ປູກໄປແລ້ວນັ້ນມີອັດຕາເຕີບໂຕສູງຂຶ້ນ, ພ້ອມນັ້ນກໍໃຫ້ເອົາໃຈໃສ່ຕໍ່ການຕໍ່ການບົວລະບັດຮັກສາ, ຍ້ອນສະພາບອາການມີການປ່ຽນແປງ, ສັດຕູພືດທຳລາຍ, ຊຶ່ງ ບໍ່ຄວນປະປ່ອຍໄປແບບຕາມເປັນຕາມເກີດດັ່ງຜ່ານມາ, ເຖິງຢ່າງໃດກໍດີເພື່ອເຮັດໃຫ້ການປູກໄມ້ປີນີ້ດຳເນີນ ໄປຢ່າງຟົດຟື້ນ, ບັນດາສຳນັກງານ, ອົງການທັງພາກລັດ ແລະ ເອກະຊົນ, ລວມເຖິງທຸກຄົນໃນ ສັງຄົມ, ຕ້ອງເປັນເຈົ້າການສ້າງຂະບວນປູກໄມ້ໃຫ້ແຜ່ຫຼາຍ ແລະ ຢ່າງໜ້ອຍຕ້ອງປູກໃຫ້ໄດ້ຜູ້ລະຕົ້ນ.

No comments:

Post a Comment