Ad

Ad

25 May 2015

ແລນໂຣເວີນຳສະເໜີລົດຮຸ່ນໃໝ່ LAND ROVER DISCOVERY SPORT



ວັນທີ 22 ພຶດສະພານີ້, ບໍລິສັດລາວແລນໂຣເວີ ໄດ້ຈັດງານເປີດໂຕລົດຮຸ່ນໃໝ່ LAND ROVE DISCOVERY SPORT ຂຶ້ນຢູ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຟີລິບ ມານໂລນ ເອກອັກ ຄະຣາຊະທູດອັງກິດປະຈຳລາວ, ພ້ອມດ້ວຍຄະນະບໍລິຫານ ແລະ ລູກຄ້າເຂົ້າ ຮ່ວມເປັນຈຳນວນຫຼາຍ.
ທ່ານ ທູູດອັງກິດປະຈຳລາວມີຄຳເຫັນໃນພິທີວ່າ: ແລນໂຣເວີ ເປັນຜູ້ຜະ ລິດລົດທີ່ມີເອກະລັກ ຢ່າງແທ້ຈິງໃນລາດຊະອານາຈັກອັງກິດ ແລະ ເປັນລົດທີ່ມີຊື່ສຽງດົ່ງດັງໄປທົ່ວໂລກ, ຖ້າຢ້ອນກັບ ໄປໃນປີ 1940 ບໍລິສັດ ໂຣເວີ ຄຳປານີ ໄດ້ພັດທະນາລົດໂຟວິນ 4X4 ຈົນມາເຖິງປັດຈຸບັນ ແລະ ສືບຕໍ່ພັດທະນາສະມັດຕະ ພາບຂອງ ລົດແລນໂຣເວີເພື່ອໃຫ້ຢູ່ໃນອັນດັບຕົ້ນໆຂອງໂລກ ແລະ ປັດຈຸບັນແລນໂຣເວີຍັງຜະລິດລົດໃນຂົງເຂດຕົນເອງ,
ເພື່ອບໍ່ໃຫ້ເກີດຂໍ້ຜິດພາດ ແລະ ຖືກຈັດໃຫ້ເປັນໂຮງງານຕົວແບບທີ່ດີໃນລາຊະອານາຈັກອັງກິດ, ໃນດ້ານຄວາມ ທັນສະໄໝ ແລະ ຄຳນຶງເຖິງສິ່ງແວດລ້ອມເປັນຢ່າງດີ, ອັງກິດເປັນອັນດັບທີ 2 ຂອງໂລກໃນການຜະລິດລົດຫຼູຫຼາ, ແຕ່ລະປີບໍລິສັດແລນ ໂຣເວີ ສາມາດຈຳໜ່າຍລົດໄດ້ເຖິງ 4,5 ແສນຄັນຕໍ່ປີ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເອເຊຍກໍເປັນຕະຫຼາດລົດທີ່ສຳຄັນ ຫຼາຍສຳລັບແລນ ໂຣເວີ ແລະ ກໍເປັນທີ່ໜ້າຍິນດີທີ່ໄດ້ເຫັນລົດແລນໂລ ເວີຢ່າງຫຼວງຫຼາຍໃນທ້ອງຖະໜົນຂອງ ສປປ ລາວ ແລະ ລົດຮຸ່ນໃໝ່ LAND ROVER DISCOVERY SPORT ທີ່ນຳມີສະເໜີໃນມື້ນີ້, ເປັນລົດທີ່ຖືກອອກແບບດ້ວຍ ເຕັກໂນໂລຢີທີ່ລ້ຳຍຸກ, ມີຄວາມທັນສະໄໝ, ແຂງແກນ, ຫຼູຫຼາ, ສວຍງາມ ແລະ ປອດໄພສູງ.
ຜູ້ຈັດການຝ່າຍຂາຍບໍລິສັດແລນໂຣເວີ ກ່າວວ່າ: LAND ROVER DISCOVERY SPORT , ເປັນລົດມີຄວາມແຂງແກນ, ຫຼູຫຼາ, ສາມາດຂັບຂີ່ໄດ້ທຸກສະພາບຖະໜົນ ແລະ ປະຢັດນຳມັນເປັນເລີດ, ຂະນະທີ່ພາຍ ໃນມີຄວາມກວ້າງຂວາງ, ອຳນວຍຄວາມສະດວກທາງດ້ານເຕັກໂນໂລຢີ, ສາມາດໃຊ້ເປັນລົດ 7 ບ່ອນນັ່ງ, ເປັນລົດ 4 ສູບ, ມາພ້ອມຈັກກະຊວນ ແລະ ແອັດຊັງ, ມີຫົວສູບລະບົບອັດສະຣິຍະເຮັດໃຫ້ລົດດັ່ງກ່າວເປັນລົດທີ່ປະຢັດ ນ້ຳມັນເປັນເລີດ.

No comments:

Post a Comment