Ad

Ad

25 May 2015

ເລັ່ງປາບ​ຂະ​ບວນຄ້າ​ມະນຸດ​ຂ້າມ​ແດນ​



     ອີງຕາມຂໍ້ມູນຈາກສື່ຕ່າງປະເທດ​​ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມານີ້ໄດ້ມີເດັກນ້ອຍລາວກວ່າຮ້ອຍຄົນຖືກຫລອກລວງຂ້າມໄປຂາຍເຂົ້າສ່ອງ, ສະຖານທີ່ບັນເທີແລະ ຮ້ານອາຫານຕ່າງໆຢູ່ປະເທດໄທເພື່ອບັງຄັບໃຫ້ຂາຍ​​ບໍລິການທາງເພດ, ​ໂດຍຜູ້ຍິງເຫລົ່ານີ້ສ່ວນໃຫຍ່ມີອາຍຸບໍ່ເຖິງກະສຽນ, ສຳລັບເດັກນ້ອຍຜູ້ຊາຍແມ່ນຖືກນຳໄປຂາຍເຂົ້າໂຮງຈັກ, ​ໂຮງງານ ຫລື ຮ້ານອາຫານຕ່າງໆ, ​ເພື່ອບັງຄັບ​​ໃຫ້ອອກແຮງງານ, ​ເຊິ່ງປັດຈຸບັນທາງການຂອງປະເທດໄທພວມມີ​​ແຜນທີ່ຈະເຂົ້າມາປຶກສາຫາລືຊອກວິທີແກ້ໄຂຮ່ວມກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລາວໃນເວລາອັນຮີບດ່ວນ.
     ຕໍ່ບັນຫາທີ່ກ່າວມາຂ້າງເທິງນີ້, ຊື່ງຜ່ານມາພັກ​-ລັດຖະບານລາວໄດ້ຖືເປັນບັນຫາສຳຄັນ​​ຮີບດ່ວນ​​ເພື່ອຕ້ານການຄ້າມະນຸດທຸກຮູບແບບ, ​ໂດຍຜູ້ນຳຂະແໜງການທີ່ກ່ຽວຂ້ອງຂອງລາວໄດ້ສຸມໃສ່ຊອກ
ສ່ອງທາງແກ້ໄຂພົບປະເຈລະຈາເຊັນສັນຍາ 2 ຝ່າຍກັບພາກສ່ວນກ່ຽວຂ້ອງປະເທດອ້ອມຂ້າງແລະໃນຂະນະດຽວກັນທາງເຈົ້າໜ້າທີ່ຂອງລາວກໍໄດ້ເອົາໃຈໃສ່ຢ່າງບໍ່ຫລົດລະໃນການຊອກຄົ້ນຈັບໂຕພວກ​​ທີ່ເຄື່ອນໄຫວຕົວະຕົ້ມຫລອກລວງເອົາແມ່ຍິງລາວຂ້າມໄປຂາຍໂຕຢູ່ຕ່າງປະເທດແລະໃນຂະນະດຽວກັນທາງເຈົ້າໜ້າທີ່ກໍໄດ້ຈັບກຸມພວກບໍ່ດີດັ່ງກ່າວນຳໄປປະຕິບັດລະບຽບກົດ ໝາຍມາແລ້ວນັບຈຳນວນບໍ່ໜ້ອຍ, ​ແຕ່ກໍຍັງບໍ່ເຄັດຫລາບ.

     ເມື່ອ​​ເປັນແນວນີ້ເຫັນວ່າເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ເພີ່ມທະວີແລະໃຫ້ມີປະສິດທິຜົນກວ່າ​​ເກົ່າໃນນີ້ ສິ່ງສຳຄັນທາງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວໄດ້ຮຽກຮ້ອງມາຍັງທຸກພາກສ່ວນໂດຍສະເພາະອຳນາດການປົກຄອງຂັ້ນຮາກຖານລວມໄປເຖິງພໍ່ແມ່ຜູ້ປົກຄອງໃຫ້ຊ່ວຍເປັນຫູເປັນຕາສອດສ່ອງດູແລ, ບອກສອນລູກຫລານຂອງຕົນເພື່ອບໍ່ໃຫ້ຕົກເປັນເຫຍື່ອກຸ່ມແກ໊ງຄ້າມະນຸດຄືດັ່ງທີ່ເຫັນໃນປັດຈຸບັນ, ​ໂດຍໃຫ້ແຕ່ລະຄົນມີສະຕິລະວັງຕົວຕ້ານກົດອຸບາຍ, ​ເລ້ຫລຽມຂອງກຸ່ມຄົນບໍ່ດີດັ່ງກ່າວແລະ ພ້ອມກັນທຳມາຫາກິນດ້ວຍຄວາມບໍລິສຸດພຸດຜ່ອງຄືດັ່ງຜູ້ນຳພັກ-ລັດເຮົາໄດ້ອອກແຮງສັ່ງສອນຕະຫລອດມາ.

No comments:

Post a Comment