Ad

Ad

25 May 2015

ຢູນີ​ເທວ ມອບ​ລາງວັນ​ໃຫ້​ຜູ້​ໂຊກ​ດີໃນ​ການ​ຈັບ​ຈອງ​ການ​ບໍລິການ​ໂມ​ບາຍ​ທີ​ວີ



     ບໍລິສັດ ສະຕາຣໂທລະຄົມ ຈຳກັດ (ຢູນີເທວ), ​ໄດ້ຈັດໂຄງການຄືນກຳໄລໃຫ້ລູກຄ້າທີ່​​ລົງທະບຽນໃຊ້ບໍລິການໂມບາຍ ທີວີ (Mobile TV) ກັບຢູນິເທວ, ​ໂດຍການແລນດອມ (Random) ​ເອົາໝາຍເລກໂທລະສັບຂອງລູກຄ້າ​ ​ຜູ້ທີ່ໂຊກດີ​​​ໄດ້ຮັບລາງວັນຈາກຢູນິເທວ, ຊຶ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 22 ພຶດສະພາຜ່ານມານີ້​, ຢູ່ນະຄອນຫລວງວຽງຈັນ ຊຶ່ງມີທ່ານປະທານສະພາບໍລິຫານຂອງບໍລິສັດດັ່ງກ່າວ, ພ້ອມດ້ວຍພະນັກງານແລະ ມວນຊົນເຂົ້າຮ່ວມນຳດ້ວຍ.
     ​​​ການແລນດອມຫາຜູ້ໂຊກດີຄັ້ງນີ້ ລາງວັນທີ 1 ​ໄດ້ຮັບລົດໂຕໂຍຕາ ນິວວີອັອດ 1 ຄັນ,ໄດ້ແກ່ນາງບານໃຈ ລາດຊະມີໄຊ ຢູ່ບ້ານສີ​​ໄຄເມືອງໄຊບູລີແຂວງສະຫວັນນະເຂດ​, ໝາຍເລກໂທລະສັບ 020 99824386, ​ລາງວັນທີ 2 ​ໄດ້ຮັບໂທລະສັບໄອໂຟນ 6 ຈຳນວນ 2 ​ເຄື່ອງໄດ້ແກ່ໝາຍເລກໂທລະສັບ 020 91541772 ​
ແລະ 020 96395363 ​ແລະ ລາງວັນທີ 3 ​​ເງິນສົດ 2 ລ້ານກີບມີ 3 ລາງວັນໄດ້ແກ່ໝາຍເລກໂທລະສັບ 020 97139474, 020 98730532 ​ແລະ 020 91984045. ໂຄງການດັ່ງກ່າວແມ່ນເລີ່ແຕ່ວັນທີ 12 ກຸມພາ-12 ພຶດສະພາ 2015​​, ​ສຳລັບລູກຄ້າທີ່ລົງທະບຽນນຳໃຊ້ບໍລິການ ໂມບາຍ ທີວີ ຫລື ບໍລິການເບິ່ງໂທລະພາບສົດໆຜ່ານທາງມືຖືທຸກທີ່ທຸກເວລາ, ຜ່ານເຄື່ອຂ່າຍສັນຍານ 3 ຈີ ຂອງຢູນີເທວ, ​ເຊິ່ງເປັນອີກໜຶ່ງບໍລິການຂອງຢູນີເທວທີ່ສ້າງຄວາມສະດວກສະບາຍ​​ໃຫ້ກັບລູກຄ້າ, ​ໂດຍບໍ່ເສຍຄ່າດາຕ້າແລະເມື່ອສົບທຽບກັບການເບິ່ງໂທລະພາບຜ່ານອິນເຕີເນັດໂດຍກົງແມ່ນຈະເສຍຄ່າໃຊ້ຈ່າຍຫລາຍກວ່າປະມານ 5 ​ເທົ່າ. 

No comments:

Post a Comment