Ad

Ad

15 June 2015

ສະເຫຼີມສະຫຼອງວັນຕ້ານໄຂ້ຍຸງລາຍອາຊຽນ 15 ມິຖຸນາ



ປີ 2015 ນີ້ລາວເຮົາໄດ້ຮັບກຽດເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນ ຕ້ານໄຂ້ ຍຸງລາຍອາຊຽນ (15 ມິຖຸນາ ) ແລະ ໃນວັນທີ 14 ມິຖຸນານີ້ກະຊວງສາທາລະ ນະສຸກກໍໄດ້ຈັດກິດຈະກຳຂີ່ ລົດຖີບເພື່ອສຸຂະພາບຈາກສວນວັດທະນະ ທຳຊົນ ເຜົ່າອິນແປງຫາປະຕູໄຊ, ໂດຍການເຂົ້າຮ່ວມຂອງທ່ານ ຮອງສາດສະດາ ຈານດຣ ບຸນ ກອງ ສີຫາລົງ ລັດຖະມົນ ຕີຊ່ວຍວ່າການກະຊວງສາທາລະນະສຸກ, ມີຜູ້ຕາງ ໜ້າຈາກບັນດາປະເທດອາຊຽນ, ພ້ອມດ້ວຍອົງການຈັດຕັ້ງຈາກສາກົນ ແລະ ນັກຂີ່ລົດຖີບທັງພາບໃນ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວມີຄຳເຫັນໃນພິທີວ່າ: ງານສະເຫຼີມສະຫຼອງວັນຕ້ານໄຂ້ຍຸລາຍອາຊຽນ
ເລີ່ມຈັດຢູ່ປະເທດອິນໂດເນເຊຍໃນປີ 2011, ສະຫະພາບມຽນມ້າ 2012, ສສ ຫວຽດນາມ 2013 ແລະ ປະເທດຟີລິບປິນໃ ນປີ 2014, ເພື່ອແນ່ໃສ່ປຸກລະດົມການຕ້ານໄຂ້ຍຸງລາຍ ເແລະ ປີນີ້ລາວເຮົາໄດ້ຮັບກຽດເປັນເຈົ້າພາບຊຶ່ງໄດ້ເລີ່ມຕົ້ນ ດ້ວຍການ ຈັດກິດຈະກຳຂີ່ລົດຖີບເພືອສຸຂະພາບເພື່ອແນ່ໃສ່ໃຫ້ປະຊາຊົນເຫັນໄດ້ຄວາມສຳຄັນໃນກນຕ້ານໄຂ້ຍຸງລາຍ ແລະ ເອົາ ໃຈໃສ່ຕໍ່ສຸຂະພາບຂອງຕົນເອງ, ຂອງຄອບຄົວ ແລະ ຊຸມຊົນອ້ອມຂ້າງ, ຂະບວນການ ຂີ່ລົດຖີບດັ່ງກ່າວຄັ້ງນີ້ມີຄຳຂວັນວ່າ:“ ຄອບຄົວເປັນເຈົ້າການບໍ່ໃຫ້ມີໜອນນ້ຳຍຸງລາຍ ກໍບໍ່ມີຍຸງລາຍ”, ຍ້ອນວ່າໄຂ້ຍຸງລາຍຍັງເປັນບັນຫາໜັກໃຫ້ແກ່ສາທາລະ ນະສຸກຂອງບັນດາປະເທດອາ ຊຽນ, ສະເພາະຢູ່ລາວມັກມີຂື້ນໃນທຸກໆປີ ແລະ ເກືອບທຸກແຂວງຂອງປະເທດ, ຊຶ່ງມີແນວ ໂນ້ມເພີ່ມຂື້ນໃນລະດູຝົນ ແລະ ປັດຈຸບັນຍັງບໍ່ທັນມີຢາປິ່ນປົວພະຍາດໄຂ້ຍຸງລາຍທີ່ຫາຍຂາດ ແລະ ການປ້ອງກັນແມ່ນ ມີແຕ່ການ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ. ໂດຍການປະກອບສ່ວນຂອງແຕ່ລະຄອບຄົວ, ແຕ່ລະ ຄົນຈຶ່ງຈະໄດ້ຮັບ ຜົນສຳເລັດ  ແລະ ເນື່ອງຈາກປັດຈຸບັນການໄປມາຫາສູ່ເຊິ່ງກັນ ແລະ ກັນໃນບັນດາປະເທດອາຊຽນ ແລະ ບັນດາປະເທດໃນ ໂລກແມ່ນໃຊ້ເວລາໜ້ອຍກວ່າ 48 ຊົ່ວໂມງ, ຊຶ່ງເຮັດໃຫ້ພະຍາດສາມາດແຜ່ກະຈາຍຈາກປະ ເທດໜຶ່ງໄປສູ່ອີກປະ ເທດໜຶງໄດ້ຢ່າງໄວວາ, ດັ່ງນັ້ນຖ້າພວກເຮົາບໍ່ຮ່ວມແຮງ, ຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍແມ່ນພວກເຮົາຈະເອົາ ຊະນະພະຍາດດັ່ງກ່າວ ນັ້ນໄດ້.
ໃນມື້ດຽວກັນຄະນະນຳກະຊວງສາທາລະນະສຸກ, ພ້ອມດ້ວຍຜູ້ຕາໝ້າບັນດາປະເທດອາຊຽນ ແລະ ອົງການ ຈັດຕັ້ງ, ຍັງເດີນທາງໄປຢ້ຽມຢາມບ້ານຕາດທອງ, ຊຶ່ງເປັນບ້ານຕົວແບບໃນການຕ້ານໄຂຍຸງລາຍ ແລະ ທັງເປັນຕົວແບບໃນການລ້ຽງປາ ຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍນຳອີກ.

No comments:

Post a Comment