Ad

Ad

15 June 2015

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ​ເຂົ້າຮ່ວມ​ງານ​ວາງສະ​ແດງ ຈີນ-ອາຊີ​ໃຕ້ ຄັ້ງທີ 3 ​ແລະ ງານ​​ຕະຫລາດນັດ​ສິນຄ້າຂາ​ເຂົ້າ-ຂາ​ອອກ​ຄຸນ​ໝິງ ຄັ້ງທີ 23



     ໃນໄລຍະວັນທີ 11-12 ມິຖຸນານີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນ ຕີໄດ້ນຳພາຄະນະຜູ້ແທນ ສປປ ລາວເຂົ້າຮ່ວມງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 3 ​ແລະ ງານຕະຫລາດນັດສິນຄ້າຂາເຂົ້າ-ຂາອອກຄຸນໝິງ ຄັ້ງທີ 23 (The 3rd China-South Asia Exposition and 23rd China Kunming Import and Export Com modities Fair) ທີ່ນະຄອນຄຸນໝິງແຂວງຢຸນນານ ສປ ຈີນແລະ ຜູ້ນຳຂອງບັນດາປະເທດພາກພື້ນອາຊີເຂົ້າຮ່ວມນຳດ້ວຍ.
      ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງໄດ້ຂຶ້ນກ່າວຄຳປາໄສໂດຍໄດ້ສະແດງຄວາມຊົມເຊີຍແລະ ສະໜັບສະໜູນຂໍ້ລິເລີ່ໜຶ່ງແລວທາງ ໜຶ່ງເສັ້ນທາງ” (The Belt and the Road) ກໍຄືແລວທາງເສດຖະກິດເສັ້ນທາງສາຍໄໝແລະເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ 21 ຂອງພະນະທ່ານ
ສີຈິ້ນຜິ ປະທານປະເທດແຫ່ງ ສປ ຈີນແລະ ການສ້າງຕັ້ງທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ (AIIB) ​ເຊິ່ງຈະກາຍເປັນອີກທາງເລືອກໜຶ່ງໃນການພັດທະນາພື້ນຖານໂຄງລ່າງແລະ ສະໜັບສະໜູນການເຊື່ອມຈອດລະຫວ່າງພາກພື້ນແລະ ສາກົນ. ພະນະທ່ານ ນາຍົກລັດຖະມົນຕີໄດ້ຕີລາຄາສູງຕໍ່ການຈັດງານວາງສະ​​ແດງແລະ ງານຕະຫລາດນັດວ່າ: ​ເປັນງານທີ່ມີຄວາມໝາຍສຳຄັນຍິ່ງເພື່ອສົ່ງເສີມແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສປ ຈີນ ກັບບັນດາປະເທດໃນພາກພື້ນອາຊີແລະ ປະເທດອາຊຽນ ລວມທັງ ສປປ ລາວໃຫ້ຂະຫຍາຍໂຕຂຶ້ນຢ່າງບໍ່ຢຸດຢັ້ງ.
      ໂອກາດເຂົ້າຮ່ວມພິທີເປີດງານວາງສະແດງດັ່ງກ່າວ, ພະນະທ່ານ ທອງສິງ ທຳມະວົງ ຍັງໄດ້ພົບປະສອງຝ່າຍກັບທ່ານ ລີ່ ຢວນຊາວ ຮອງປະທານປະເທດແຫ່ງ ສປ ຈີນແລະໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍຈີນແລະໄດ້ມີຄຳເຫັນວ່າ: ປັດຈຸບັນນີ້ ປະຊາຊົນລາວພວມກະກຽມສ້າງຜົນງານຕ້ອນຮັບວັນຊາດ ຄົບຮອບ 40 ປີແລະ ກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃນຕົ້ນປີ 2016, ຝ່າຍລາວມີຄວາມຍິນດີຮ່ວມມືກັບຝ່າຍຈີນແບບຄູ່ຮ່ວມມືຍຸດທະສາດຮອບດ້ານສືບຕໍ່ຂະຫຍາຍໂຕເຂົ້າສູ່ລວງເລິກ.
      ທ່ານຮອງປະທານປະເທດແຫ່ງ ສປ ຈີນໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີແລະ ຄະນະຜູ້ແທນລາວ ທີ່ໄດ້ເຂົ້າຮ່ວມງານຄັ້ງນີ້ແລະເຊື່ອໝັ້ນວ່າ: ຈະເປັນໂອກາດໃຫ້ແກ່ສອງຝ່າຍຮັດແໜ້ນແລະ ຊຸກຍູ້ການຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນຫລາຍຂຶ້ນບົນພື້ນຖານເປັນເພື່ອນບ້ານໃກ້ຄຽງທີ່ດີແລະເປັນຄູ່ຮ່ວມມືທີ່ດີ.
      ງານວາງສະແດງແລະ ງານຕະຫລາດນັດດັ່ງກ່າວໄດ້ຈັດຂຶ້ນເປັນປະຈຳທຸກໆປີ ທີ່ນະຄອນຄຸນໝິງແຂວງຢຸນນານ ສປ ຈີນເຊິ່ງຫົວໜ່ວຍທຸລະກິດຂອງລາວທີ່ເຂົ້າຮ່ວມງານໃນຄັ້ງນີ້ລວມມີ 33 ບໍລິສັດ, ປະກອບດ້ວຍຫ້ອງວາງສະແດງສິນຄ້າຫລາຍກວ່າ 70 ຫ້ອງ.

No comments:

Post a Comment