Ad

Ad

15 June 2015

ແຕ່ງຕັ້ງພົນຕີ ດຣ ທອງລອຍ ສິລິວົງ ແລະ ພົນຕີ ວິໄລ ຫລ້າຄຳຟອງ ເປັນລັດຖະມົນຕີຊ່ວຍກະຊວງປ້ອງກັນປະ ເທດ


ພິທີປະກາດແຕ່ງຕັ້ງທ່ານພົນຕີ ດຣ ທອງລອຍ ສິລິວົງ ອະດິດຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ແລະ ທ່ານພົນຕີ ວິໄລ ຫລ້າຄຳຟອງ ອະດິດຫົວໜ້າກົມ ໃຫຍ່ການເມືອງກອງທັບເປັນລັດຖະມົນຕີຊ່ວຍວ່າການກະ ຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງທ່ານ ພົນຈັດຕະວາ ຜາລົມ ລີນທອງ ເປັນຫົວໜ້າຫ້ອງການຄະ ນະກຳມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບສູນກາງ ແລະ ທ່ານພັນເອກ ວຽງສະຫວັນ ລາດສະເພົາ ເປັນຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຂຶ້ນໃນ ວັນທີ 12ມິຖຸນານີ້, ຢູ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນ ກາງພັກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ມີບັນດາການນຳ ແລະ ນາຍທະຫານຂັ້ນສູງກະຊວງປ້ອງກັນປະ ເທດເຂົ້າຮ່ວມເປັນຈຳນວນຫລາຍ, ຕາມມະຕິຂອງກົມການເມືອງສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ໃນໂອກາດນີ້, ທ່ານຄະນະເລຂາທິການສູນກາງພັກ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດໄດ້ໂອ້ລົມໃຫ້ທິດ ຊີ້ນຳວ່າ: ໃນຕໍ່ໜ້ານີ້, ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳ, ຄະນະບັນຊາທຸກຂັ້ນຈົ່ງເພີ່ມທະວີເອົາໃຈໃສ່ວຽກງານການເມືອງ ແນວຄິດໃຫ້ສູງຂຶ້ນ, ຈັດຕັ້ງເຊື່ອມຊຶມບັນດາແນວທາງ, ມະຕິ, ຄຳສັ່ງ, ລະບຽບກົດໝາຍຢ່າງເປັນປົກກະຕິໃຫ້ແກ່ສະມາ ຊິກພັກ, ພະນັກງານນັກຮົບ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ບົນຫລັກການລວມສູນປະຊາທິປະ ໄຕ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບພິຊອບ, ສ້າງແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ມີລະບຽບວິໄນເຂັ້ມງວດ, ມີຄວາມສາມັກຄີເປັນປຶກແຜນພາຍໃນພັກ, ໃນກົມກອງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ ເພື່ອໃຫ້ກາຍເປັນກຳລັງເສົ້າຄ້ຳອັນແໜ້ນແກ່ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃຫ້ມີ ຄວາມສະຫງົບປອດໄພ ແລະ ຈະເລີນສີວິໄລ.
     ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນ, ຢູ່ກະຊວງການຕ່າງປະເທດກໍໄດ້ມີພິທີປະກາດແຕ່ງຕັ້ງທ່ານ ວິໂຣດ ສູນດາລາ ອະດີດຫົວໜ້າກົມເສດຖະກິດຜູ້ເກົ່າເປັນຫົວໜ້າກົມອາຊີປາຊີຟິກ ແລະ ອາຟຣິກາຜູ້ໃໝ່ ແລະ ແຕ່ງຕັ້ງທ່ານ ສົງການ ຫລວງມຸນິນທອນ ຫົວໜ້າກົມອາຊີປາຊີຟິກ ແລະ ອາຟຣິກາຜູ້ເກົ່າເປັນຫົວໜ້າກົມເສດຖະກິດຜູ້ໃໝ່, ໂດຍມີທ່ານນາງ ສູນທອນ ໄຊຍະຈັກ ຮອງຄະນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ພະນັກງານການນຳຂັ້ນສູງກະຊວງດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານ ແລະ ມື້ດຽວກັນຢູ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານສາດສະດາຈານ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງດັ່ງກ່າວ, ໄດ້ເຂົ້າຮ່ວມເປັນສັກຂີພະຍານພິທີມອບ-ຮັບໜ້າທີ່ຫົວໜ້າກົມວັດທະນາທຳມະຫາຊົນລະຫວ່າງທ່ານ ສີແພງ ວົງປັນຍາ ຫົວໜ້າກົມຜູ້ເກົ່າ ແລະ ທ່ານນາງ ຈັນເພັດ ຄຳຟອງ ຫົວໜ້າຜູ້ໃໝ່.

No comments:

Post a Comment