Ad

Ad

15 June 2015

ມູນ​ນິທິ ​ເຈືອງ ສົມບູນ​ຂັນ ສ້າ​ງຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການ​ແລ້ວ



     ໃນຕອນ​​ແລງຂອງວັນທີ 13 ມິຖຸນານີ້, ຄອບຄົວ​​ທ່ານເຈືອງ ສົມບູນຂັນ ອະດີດເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຖະແຫລງຂ່າວກ່ຽວກັບການສ້າງຕັ້ງມູນນິທິເຈືອງ ສົມບູນຂັນ ຂຶ້ນຢ່າງເປັນທາງການ ຢູ່ເຮືອນຂອງເພີ່ນເອງ ຢູ່ບ້ານຄຳຮຸ່ງເມືອງໄຊທານີ ນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນ ຕີຜູ້ຊີ້ນຳວຽກງານຂົງເຂດເສດຖະກິດແລະ ຈໍລະຈອນ, ພ້ອມດ້ວຍພະນັກງານ ກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
ທ່ານເຈືອງສົມບູນຂັນ ອະດີດເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກທີ່ໄດ້ເສຍຊີວິດໃນຄະນະໄປປະຕິບັດໜ້າທີ່ຢູ່ແຂວງຊຽງຂວາງ ​​ເມື່ອວັນທີ 17 ພຶດສະພາ 2014 ທີ່ຜ່ານມາຈາກອຸປະຕິ​​ເຫດທາງເຮືອບິນແລະ
ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງເພີ່ນທາງຄອບຄົວຂອງເພີ່ນຈຶ່ງໄດ້ຕົກລົງນໍາສະເໜີພາກ ສ່ວນກ່ຽວຂ້ອງຕ່າງໆເພື່ອຂໍສ້າງຕັ້ງມູນນິທິຂຶ້ນແລ ະມາຮອດປັດຈຸບັນ, ມູນນິທິດັ່ງກ່າວໄດ້ຮັບອະນຸມັດ​​ເປັນທີ່ຮຽບຮ້ອຍແລ້ວຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີວ່າການກະຊວງພາຍໃນ, ລົງວັນທີ 21 ມັງກອນ 2015 ​ເຊິ່ງມີເປົ້າໝາຍຄື: ພັດທະນາຄວາມສາມາດດ້ານການຂຽນແລະ ການເວົ້າຕໍ່ຊຸມຊົນເພື່ອສະແດງຄວາມຄິດເຫັນຂອງຕົນເອງດ້ວຍການຈັດການແຂ່ງຂັນໃນກຸ່ມນັກຮຽນມັດທະຍົມຕອນປາຍແລະ ນັກສຶກສາວິທະຍາໄລ, ມະຫາວິທະຍາໄລ; ພ້ອມນີ້ຍັງເປັນການສົ່ງເສີມການພິມປຶ້ມອ່ານສຳລັບຊາວໜຸ່ມທີ່ມີເນື້ອ​​ໃນສົ່ງເສີມແນວຄິດຮັກຊາດແລະ ຮັກການພັດທະນາປະເທດແບບຍືນຍົງແລະ ທັງເປັນການສົ່ງເສີມການແປປຶ້ມທີ່ມີຊື່ສຽງລະດັບໂລກເປັນພາສາລາແນໃສ່ສ້າງຄວາມສົນໃຈໃນການອ່ານຂອງຊາວໜຸ່ມລາວຫລາຍຂຶ້ນ.
ທ່ານພັນລະຍາໝ້າຍຂອງທ່ານເຈືອງສົມບູນຂັນຖະແຫລງວ່າ: ກິດຈະກຳທີ່ຈະເຄື່ອນໄຫວໃນປີທຳອິດນີ້ແມ່ນຈະເລີ່ມຈາກການພິມຄືນປຶ້ມອ່ານຂອງທ່ານເຈືອງ​, ​ເຊິ່ງເປັນທີ່ນິຍົມໃນໝູ່ນັກຮຽນ​, ນັກຄົ້ນຄວ້າ ​​ໂດຍສະເພາະປຶ້ມ​​ໂລກາພິວັດດ້ານເສດຖະກິດແລະ ການພັດທະນາປະເທດລາວ” ​ແລະໃນຕໍ່ໜ້າມູນນິທິດັ່ງກ່າວຈະສືບຕໍ່ສະໜັບສະໜູນນັກ​​ຂຽນ​, ຜູ້ມີຜົນງານໂດດເດັ່ນໃນການຂຽນ, ​ແຕ່ຂາດທຶນຮອນໃນການພິມ. ສະນັ້ນ ໜຶ່ງໃນບັນດາກິດຈະກຳການເຄື່ອນໄຫວຂອງມູນນິທິດັ່ງກ່າວແມ່ນຢາກສົ່ງເສີມຄົນລາວຫັນມາໃຫ້ຄວາມສຳຄັນກັບການອ່ານໃຫ້ນັບມື້ຫລາຍຂຶ້ນ.

No comments:

Post a Comment