Ad

Ad

15 June 2015

ສຶກສາ​ນະຄອນຫລວງ​ວຽງຈັນພ້ອມ​ແລ້ວ​ທີ່​ຈະ​ຈັດການ​ສອບ​ເສັງ​​ຈົບ​ຊັ້ນ ມ ຕົ້ນ ​ແລະ ມ ປາຍ



ທ່ານຊົມພູແກ້ວປັນຍາ ຫົວໜ້າພະແນກສຶກສາທິການແລະ ກິລານະຄອນຫລວງວຽງຈັນໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາໃນວັນທີ 12 ມິຖຸນານີ້ວ່າ: ມາຮອດປັດຈຸບັນນີ້ການກະກຽມຈັດການສອບເສັງ​​ເລື່ອນຂັ້ນທົ່ວນະ ຄອນຫລວງວຽງຈັນໃນສົກປີ 2014-2015 ນີ້ແມ່ນມີຄວາມພ້ອມແລ້ວ 100% ບໍ່ວ່າຈະເປັນສະຖານທີ່ກໍຄືສູນສອບເສັງ, ອຸປະກອນຮັບໃຊ້ເຂົ້າໃນການສອບເສັງ, ງົບປະມານແລະອື່ນໆ​.
ການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ( 4) ​ທົ່ວນະຄອນຫລວງວຽງຈັນແມ່ນຈະມີຂຶ້ນໃນລະຫວ່າງວັນທີ 16-18 ມິຖຸນານີ້, ​ໂດຍຈະມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ​ 12.409 ຄົນ, ຍິງ 6.057 ຄົນ, ​ແບ່ງອອກເປັນ 24 ສູນສອບເສັງ, ລວມມີ 503 ຫ້ອງສອບເສັງ, ​​ເຊິ່ງຫ້ອງ 1 ສາມາດບັນຈຸນັກສອບເສັງໄດ້ປະມານ 23 ຄົນ, ມີກຳມະການຍາມຫ້ອງເສັງ​ 2 ຄົນ/ຫ້ອງ ແລະ ວິຊາທີ່ຈະ
ສອບເສັງມີ 5 ວິຊາຄື: ວິຊາຄະນິດສາດ, ວິທະຍາສາດ-ທຳມະຊາດ, ວິທະ ຍາສາດ-ສັງຄົມ, ພາສາລາວ-ວັນນະຄະດີແລະສຶກສາພົນລະເມືອງ. ສ່ວນຊັ້ນມັດທະຍົມຕອນປາຍ (7) ​ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ມິຖຸນານີ້, ຄາດວ່າຈະມີນັກສອບເສັງເຂົ້າຮ່ວມທັງໝົດ​ 9.049 ຄົນ, ຍິງ 4.439 ຄົນ, ​ແບ່ງອອກເປັນ 18 ສູນ, ລວມມີ 403 ຫ້ອງສອບເສັງ, ​​ເຊິ່ງແຕ່ລະຫ້ອງຈະມີນັກສອບເສັງປະມານ 22 ຄົນ/​ກຳມະການ​ ​2 ຄົນ/ຫ້ອງ ແລະມີ 8 ວິຊາຄື: ວິຊາຄະນິດສາດ, ຟີຊິກສາດ, ຊີວະສາດ, ​ເຄມີສາດພາສາລາວ, ພູມສາດ, ສຶກສາພົນລະເມືອງແລະ ປະຫວັດສາດ.
ທ່ານຊົມພູແກ້ວປັນຍາ ຍັງ​​ໃຫ້ຮູ້​​ຕື່ມວ່າ: ອີງຕາມການຈັດຕັ້ງປະຕິບັດແຜນການສຶກສາ ​​ແຕ່ລະໄລຍະ​​ຂອງກະ ຊວງສຶກສາທິການ​ ​ແລະ ກິລາວາງອອກໃຫ້ມີປະສິດທິຜົນ​, ​ທາງພະແນກການພວກເຮົາກໍໄດ້ເລັ່ງຍົກສູງຄຸນນະພາບການຮຽນ-ການສອນຕາມຫລັກສູດແລະ ນຳໃຊ້ປຶ້ມແບບຮຽນທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໄດ້ພັດທະນາຂຶ້ນ, ພ້ອມຈັດສົ່ງ​​ຄູ-ອາຈານໄປຍົກລະດັບຢູ່ວິທະຍາໄລຕ່າງໆແລະໄດ້ຈັດຕັ້ງການຮຽນເພີ່ມໃຫ້ນັກຮຽນຜູ້ຮຽນອ່ານຕື່ມອີກ.

No comments:

Post a Comment