Ad

Ad

8 June 2015

ນິທັດ​ສະການ​ປຶ້ມ ຄັ້ງ​ທີ X ​ໄດ້​ຮັບ​ຄວາມ​ສົນ​​ໃຈ​ຈາກ​ມວນ​ຊົນ​​ເປັນ​ຢ່າງ​ດີ



     ໃນວັນທີ 5 ມິຖຸນານີ້, ​​ໂຄງການພຸດທະສາສະໜາເພື່ອພັດທະນາ (..), ພະແນກສຶກສາທິການແລະ ກິລາ ນະ ຄອນຫລວງວຽງຈັນແລະ ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ຮ່ວມກັນຈັດງານນິທັດສະການປຶ້ມຂຶ້ນຢູ່ວັດສະພານທອງເໜືອເມືອງສີສັດຕະນາກ ນະຄອນຫລວງວຽງຈັນເຊິ່ງມີຜູ້​ທີ່​ສົນ​ໃຈອ່ານ​ປຶ້ມ ​ແລະ ​ຊື້​ປຶ້ມ​​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ, ​​ໂດຍ​ສະ​ເພາະພະສົງສາມະເນນຈາກວັດຕ່າງໆອ້ອມຂ້າງ, ຄູ-ອາຈານແລະ ນັກຮຽນຈາກໂຮງຮຽນຕ່າງໆ​​ໃນນະຄອນຫລວງວຽງຈັນ ເຂົ້າຮ່ວມເປັນຈຳນວນຫລາຍ.
     ການຈັດງານຄັ້ງນີ້ ເພື່ອນຳສະເໜີໃຫ້​​ນັກຮຽນ, ພະສົງສາມະເນນແລະ ສັງຄົມໄດ້ຮັບຮູ້ເຖິງວຽກງານ​​ສົ່ງເສີມການອ່ານແລະ ການຈັດພິມປຶ້ມສຳລັບເດັກ, ປຶ້ມທຳມະ, ປຶ້ມອ່ານທົ່ວໄປໃຫ້ຜູ້ທີ່ສົນໃຈເຫັນຄວາມຈຳເປັນຂອງການອ່ານ ພ້ອມທັງໃຫ້
ທຸກຄົນໄດ້ມີໂອກາດສຳຜັດກັບປຶ້ມອ່ານທີ່ໃຫ້ສາລະຕ່າງໆແລະເພື່ອສົ່ງເສີມໃຫ້ທຸກຄົນໃນສັງຄົມຮັກການອ່ານຫລາຍຂຶ້ນ ຈົນກາຍເປັນວັດທະນະທຳໃໝ່ໃນຄອບຄົວ, ​ໃນວັດແລະ ສັງຄົມ, ພ້ອມທັງເຮັດ​​ໃຫ້ພະສົງສາມະເນນ, ອອກຕົນຍາດໂຍມ, ​ເດັກນ້ອຍ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ທົ່ວສັງຄົມເຂົ້າ​​ໃຈຕື່ມໃນຄວາມສຳຄັນຂອງການອ່ານ, ຊຶ່ງເປັນຫົວໃຈຂອງການສຶກສາແລະ ການພັດທະນາຊັບພະຍາກອນມະນຸດ.
     ​​ໃນງານວາງສະແດງປຶ້ມດັ່ງກ່າວປະກອບມີ: ປຶ້ມທຳມະ, ໜັງສືຜູກໃບລານ, ພະໄຕປີດົກ, ປຶ້ມອ່ານທົ່ວໄປ, ປຶ້ມສຳລັບເດັກ, ນະວະນິຍາຍເລື່ອງສັ້ນ, ກາບກອນແລະ ປຶ້ມອື່ນໆອີກຢ່າງຫລວງຫລາຍ, ​ເພື່ອສະແດງໃຫ້ເຫັນການພັດທະນາແລະ ການຜະລິດສື່ສິ່ງພິມຂອງໂຄງການພຸດທະສາສະໜາແລະ ບັນດາສຳນັກພິມອື່ນໆໃນລາວໄດ້ເຕີບໃຫຍ່ຂະຫຍາຍຕົວ.

No comments:

Post a Comment