Ad

Ad

8 June 2015

ມອບ-ຮັບ ​ແລະ ​ເປີດ​ນຳ​ໃຊ້​ສູນ​ພາສາ​ຫວຽດນາມ​ທີ່​ແຂວງ​ຫົວພັນຂອງຂວັນ​ຈາກ​ນາຍົກລັດຖະມົນຕີ ສສ ຫວຽດນາມ



ພິທີມອບ-ຮັບແລະເປີດນຳໃຊ້ສູນຮຽນພາສາຫວຽດນາມເຊິ່ງແມ່ນຂອງຂວັນຈາກນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ມອບໃຫ້ແກ່ແຂວງຫົວພັນໄດ້ມີຂຶ້ນໃນວັນທີ 4 ມິຖຸນານີ້ ທີ່ເມືອງວຽງໄຊ ​​​ເຊິ່ງເປັນຈຸດທີ່ຕັ້ງຂອງສູນພາ ສາດັ່ງກ່າວໂດຍການເຂົ້າຮ່ວມຂອງທ່ານ ຄຳເຜີຍແກ້ວກິນນາລີ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດ ນາມ, ທ່ານ ວົນໄຊແພງຊຸມມາ ຮອງເຈົ້າແຂວງຫົວພັນແລະ ຝ່າຍຫວຽດນາມ ມີທ່ານ ຫງວຽນຈີຢຸງ ລັດຖະມົນຕີຊ່ວຍວ່າການກະຊວງແຜນການແລະ ການລົງທຶນ, ຮອງປະທານຄະນະກຳມາທິການຮ່ວມມືຫວຽດນາມ-ລາວແລະ ທ່ານອຸປະທູດ ສສ ຫວຽດນາມ ປະຈຳລາວ ພ້ອມມວນຊົນຊາວເມືອງວຽງໄຊເຂົ້າຮ່ວມເປັນຈຳນວນຫລາຍ.
       ສູນພາສາດັ່ງກ່າວໄດ້ສ້າງຂຶ້ນໃນຂອບເຂດເນື້ອທີ່ກວ້າງ 3 ​ເຮັກຕາ ທີ່ເທສະບານເມືອງວຽງໄຊເຂດທີ່ໝັ້ນຂອງການປະຕິວັດໃນເມື່ອກ່ອນ, ປະກອບມີອາຄານສູງສອງຊັ້ນ ມີ 8 ຫ້ອງຮຽນ ທີ່ສາມາດຮອງຮັບນັກຮຽນໄດ້ຫລາຍກວ່າ 160 ຄົນ ທີ່ປະກອບອຸປະກອນການສອນແລະ ຮ່ຳຮຽນຄົບຊຸດ, ມີອາຄານຫ້ອງການຄູອາຈານແລະ ສິ່ງອຳນວຍຄວາມສະດວກອື່ນໆ ຄືເດີ່ນໂຮງຮຽນ, ສວນດອກໄມ້, ລະບົບຫ້ອງນ້ຳ, ດອກໄຟແສງສະຫວ່າງ, ກຳແພງແລະ ລະບົບລະບາຍນ້ຳທີ່ສະດວກ, ສະບາຍໂດຍແມ່ນບໍລິສັດ ຈິດຈະເລີເປັນຜູ້ຮັບເໝົາກໍ່ສ້າງ ໂດຍທຶນຊ່ວຍເຫລືອລ້າຈາກ ສສ ຫວຽດ ນາມ.
     ໃນໄລຍະຢ້ຽມຢາມລາວຂອງນາຍົກລັດຖະມົນຕີ ສສ ຫວຽດນາມເນື່ອງໃນໂອກາດວັນປົດປ່ອຍແຂວງຫົວພັນ ຄົບຮອບ 60 ປີໃນປີ 2013 ຜ່ານມາ, ດ້ວຍການນຳສະເໜີຂອງແຂວງຫົວພັນແລະເຫັນໄດ້ຄວາມສຳຄັນແລະ ຈຳເປັນໃນການຍົກລະດັບດ້ານພາສາຫວຽດນາມໃຫ້ແກ່ພະນັກງານແລະ ນັກຮຽນ-ນັກສຶກສາລູກຫລານຊາວຫວຽດນາມຕ່າງດ້າວທີ່ພວມດຳລົງຊີວິດແລະ ທຳມາຫາກິນຢູ່ແຂວງຫົວພັນ, ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຈຶ່ງໄດ້ຕັດສິນໃຈໃຫ້ການຊ່ວຍເຫລືອກໍ່ສ້າງສູນພາສາແຫ່ງນີ້ແລະ ທັງເປັນຂອງຂວັນອັນປະເສີດມອບໃຫ້ແຂວງຫົວພັນນຳໃຊ້ເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງທ້ອງຖິ່ນໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ປະກອບສ່ວນສຳຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ກໍຄືຂອງຊາດເຕີບໃຫຍ່ຂະຫຍາຍໂຕ​.

No comments:

Post a Comment