Ad

Ad

20 July 2015

ເປີດນໍາໃຊ້ສະຖານີ​ວິທະຍຸຊາວ​ໜຸ່ມລາວ



ພິທີເປີດສະຖານີວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ທີ່ຕັ້ງຢູ່ບ້ານ ໂພນທັນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ມີຂຶ້ນໃນ ວັນທີ 17 ກໍລະກົດຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ດຣ ວິໄລວົງ ບຸດດາຄຳເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈໍາ ນວນຫລາຍ.
ສະຖານີວິທະຍຸດັ່ງກ່າວປະກອບມີຫ້ອງຈັດລາຍການສົດ, ຫ້ອງອັດລາຍການ, ຫ້ອງບໍລິຫານແລະຕາຂ່າຍສົ່ງສັນຍານໃນລະບົບ​ FM 90.0 ​ເມກາເຮີດ ແລະ ເສົາອັງແຕນສົ່ງສັນຍານມີຄວາມສູງ 27 ​ແມັດ.​ ປັດຈຸບັນມີລາຍ ການທີ່ອອກອາກາດໃນສະຖານີ
ດັ່ງກ່າວ 16 ລາຍການ, ​ເຊິ່ງແຕ່ລະລາຍການໄດ້ນຳສະເໜີກ່ຽວກັບການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງຊາວໜຸ່ມ, ການຈັດກິດຈະກຳຕ່າງໆຂອງອົງການຈັດຕັ້ງຊາວໜຸ່ມລວມເຖິງການປະກອບ ສ່ວນຂອງຊາວໜຸ່ມລາວໃນຂະບວນການຕ່າງໆ, ເປັນບ່ອນສຶກສາອົບຮົມການເມືອງແນວຄິດ, ເປັນບ່ອນປຸກລະດົມຊຸກຍູ້ຂະບວນການຊາວໜຸ່ມ-ເຍົາວະຊົນ, ເປັນບ່ອນສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້, ສາລະບັນເທີງທັງເປັນເວທີສົ່ງເສີມຄວາມຮູ້, ຄວາມສາມາດ, ຫົວຄິດປະດິດສ້າງ ແລະ ພອນສະຫວັນຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ.

No comments:

Post a Comment